ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ລົງຊຸກຍູ້ວຽກງານຜະລິດກະສິກໍາຢູ່ກອງລ້ຽງສັດໃຫຍ່ເລກ 9 ກອງທັບ
ເວລາອອກຂ່າວ: 2026-02-13 09:49:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1008 | ຄວາມນິຍົມ:



ວັນທີ 11 ກຸມພາ 2026 ນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກຳມະການຄະນະ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ລົງກວດກາ, ຕິດຕາມ ແລະ ຊຸກຍູ້ວຽກງານຜະລິດກະສິກຳຢູ່ກອງລ້ຽງສັດໃຫຍ່ເລກ 9 ກອງທັບ, ແຂວງຊຽງຂວາງ, ມີ ສະຫາຍ ພົນຈັດຕະວາ ພິມພາ ດວງຈັນດີ ຫົວໜ້າກົມຜະລິດກະສິກຳກົມໃຫຍ່ພະລາທິການກອງທັບ, ຄະນະກົມຜະລິດກະສິກໍາ, ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກົມກອງເຂົ້າຮ່ວມ. ໃນພິທີ, ສະຫາຍ ພັນໂທ ສີຈັນ ແພງພົມມາ ຫົວໜ້າກອງລ້ຽງສັດໃຫຍ່ ເລກ 9 ກອງທັບ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຜະລິດກະສິກໍາໃນໄລຍະຜ່ານມາ, ເຊິ່ງກອງລ້ຽງສັດໃຫຍ່ ເລກ 9 ກອງທັບແມ່ນໄດ້ແຍກອອກຈາກ ກອງຜະລິດກະສິກຳ ເລກ 3 ໃນທ້າຍປີ 2025 ທີ່ຜ່ານມາ, ມີໜ້າທີ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບບ່ອນກົມກອງຕັ້ງທັບ, ຕິດພັນກັບວຽກງານຜະລິດກະສິກຳ, ເປັນຕົ້ນແມ່ນເປັນຄັງລ້ຽງສັດໃຫຍ່ຂອງກະຊວງປ້ອງກັນປະເທດ ໃນຍາມພາວະສຸກເສີນ, ນອກຈາກນັ້ນ ກົມກອງດັ່ງກ່າວຍັງເປັນສະຖານທີ່ລ້ຽງແກະ ທີ່ໄດ້ຮັບເປັນຂອງຂວັນຈາກລັດຖະບານມົງໂກລີ ມອບໃຫ້ ລັດຖະບານ ສປປ ລາວ. ໃນໂອກາດນີ້, ລົງກວດກາຕິດຕາມ ແລະ ຊຸກຍູ້ວຽກງານດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍໄດ້ ແລະ ເນັ້ນໜັກຫຼາຍບັນຫາທີ່ສໍາຄັນຕໍ່ກັບຂົງເຂດວຽກງານການຜະລິດກະສິກໍາ, ທິດທາງໃນຕໍ່ໜ້າ ຄະນະພັກ-ຄະນະບັນຊາກົມກອງຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ເຂົ້າໃນວຽກງານການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ບົນຈິດໃຈບຸກທະລຸເຂົ້າໃນແຜນງານໃຫຍ່ທີ 3, ໃຫ້ມີທ່າກ້າວຂະຫຍາຍຕົວສູງຂຶ້ນ, ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ, ນັກຮົບເປັນກົກ, ເຊີດຊູນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງເຂັ້ມແຂງດ້ວຍຕົນເອງ, ສຸ່ມໃສ່ຊຸກຍູ້ພັກດັນໃຫ້ກົມກອງ ຂຸດຄົ້ນທ່າແຮງບົ່ມຊ້ອນທີ່ມີຢູ່ໃນກົມກອງ ເພື່ອທຳການຜະລິດແກ້ໄຂການເປັນຢູ່ໃຫ້ດີຂຶ້ນຂອງພະນັກງານ, ນັກຮົບ, ປັບປຸງຄ້າຍຄູຕາມທິດທາງແຜນການໃຫ້ມີຄວາມແໜ້ນໜາຖາວອນ ແລະ ສ້າງໃຫ້ໄດ້ກົມກອງ ປອດໃສ, ປອດໄພ, ປອດຄະດີ, ຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການສ້າງກອງນັກຮົບວັດທະນະທໍາ ໃຫ້ມີບັນຍາກາດ ແລະ ຕໍ່ເນື່ອງ, ສ້າງໃຫ້ໄດ້ຖັນແຖວເຫຼົ່າຮົບຜະລິດກະສິກຳໃຫ້ພຽງພໍທາງດ້ານຈຳນວນ, ຮັບປະກັນທາງດ້ານຄຸນນະພາບ, ພ້ອມທັງເອົາໃຈໃສ່ຄຸ້ມຄອງປົກປັກຮັກສາສັດລ້ຽງແຕ່ລະປະເພດຕ່າງໆ ແລະ ພື້ນຖານວັດຖຸຊັບສົມບັດຂອງສ່ວນລວມຂອງການຜະລິດກະສິກໍາໄດ້ປັນຢ່າງດີ, ບົນຈິດໃຈປະຢັດສັດທ່ຽງ ແລະ ເຮັດສຳເລັດໜ້າທີ່ວຽກງານການເມືຶອງອັນສູງສົ່ງທີ່ການຈັດຕັ້ງພັກ-ລັດມອບໝາຍໃຫ້ມີຜົນສໍາເລັດຈົບງາມຕະຫຼອດໄປ. ຂ່າວ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ