ປະດັບທຽບຊັ້ນໃຫ້ພະນັກງານລັດຖະກອນ ປ້ອງກັນຊາດຄູອາສາສະມັກ
ເວລາອອກຂ່າວ: 2026-02-13 09:25:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 158 | ຄວາມນິຍົມ: ![]()
ຫວ່າງບໍ່ດົນນີ້, ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດພິທີ ປະດັບທຽບຊັ້ນໃຫ້ລັດຖະກອນປ້ອງກັນຊາດ ຄູອາສາສະມັກຄູອາສາສະໝັກ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ
ກຳມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ, ມີ ພະແນກສຶກສາທິການ ແລະ ກິ
ລາແຂວງ, ເມືອງ, ຄະນະພັກ-ຄະນະບັນຊາຈາກອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ ພ້ອມດ້ວຍບັນດາສະຫາຍລັດຖະກອນປ້ອງກັນຊາດຈາກ 10 ຕົວເມືອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສຸຂານ ຈັນທະສີດາ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງສະຫວັນນະເຂດ ຜ່ານຂໍ້ຕົກລົງສະບັບເລກທີ 8461/ກມທ ແລະ ເລກ 8909/ກມທ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານ
ໃຫ້ລັດຖະກອນປ້ອງກັນຊາດຄູອາສາສະມັກ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ ໃນພາກທີ II ໝວດທີ 3 ມາດຕາ 19, 20 ວ່າດ້ວຍອາຍຸກະສຽນ ແລະ ການປະດັບຊັ້ນ, ປະດັບທຽບຊັ້ນເປັນນາຍທະຫານ, ອີງຕາມຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ສະບັບເລກທີ 2834 ແລະ ສະບັບເລກທີ 4482. ດັ່ງນັ້ນ, ກົມໃຫຍ່ການເມືອງກອງທັບ ຈຶ່ງໄດ້ຕົກລົງປະດັບທຽບຊັ້ນຮ້ອຍໂທ ໃຫ້ລັດຖະກອນປ້ອງກັນຊາດຈຳນວນ 117 ສະຫາຍ, ປະດັບທຽບຊັ້ນ ຮ້ອຍຕີ ໃຫ້ລັດຖະກອນປ້ອງກັນຊາດ ຈຳນວນ 517 ສະຫາຍ. ໃນນັ້ນ, ກອງບັນຊາການທະຫານເມືອງພີນ, ເມືອງເຊໂປນ, ເມືອງວິລະບູລີ, ເມືອງນອງ, ຊົນນະບູລີ, ຈຳພອນ, ໄຊພູທອງ, ສອງຄອນ, ທ່າປາງທອງ ແລະ ເມືອງໄຊບູລີ .
ໂອກາດນີ້, ສະຫາຍ ປະທານ ໄດ້ກ່າວສະແດງຄວາມຍິນດີຕໍ່ກັບບັນດາສະຫາຍທີ່ໄດ້ເຂົ້າເປັນລັດຖະກອນປ້ອງກັນຊາດ ແລະ ໄດ້ຮັບການປະດັບທຽບຊັ້ນ ພ້ອມທັງໄດ້ຮຽກຮ້ອງມາຍັງບັນດາຄູປ້ອງກັນຊາດທຸກສະຫາຍຈົ່ງພ້ອມກັນເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ດຸໝັ່ນຄົ້ນຄວ້າຮ່ຳຮຽນຂໍ້ກຳນົດ ກົດລະບຽບຂອງກອງທັບ ເວົ້າສະເພາະກໍ່ຄື 7 ລະບອບ 18 ວຽກໃນມືໜຶ່ງຂອງກອງທັບ ແລະ 4 ປູກ 4 ລ້ຽງທີ່ກົມໃຫຍ່ພະລາທິການກອງທັບວາງອອກ ພ້ອມທັງປະກອບສ່ວນສຳເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນເອງໃຫ້ດີຂຶ້ນຕາມຄວາມມຸ້ງປະສົງຂອງຂັ້ນເທິງ.
ໂດຍ: ຄຳໃສ ແລະ ພານິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















