ກຸ່ມບໍລິສັດ ລາວໂທລະຄົມ ມອບເງິນສະໜັບສະໜູນ ນັກກິລາທີມຊາດລາວ
ເວລາອອກຂ່າວ: 2026-02-05 10:01:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 466 | ຄວາມນິຍົມ: ![]()
ໃນວັນທີ 4 ກຸມພາ 2026 ນີ້, ກຸ່ມບໍລິສັດ ລາວໂທລະຄົມ ໄດ້ຈັດພິທີ ມອບລາງວັນສະໜັບສະໜູນ ເພື່ອເປັນຂວັນກຳລັງໃຈໃຫ້ແກ່ນັກກິລາທີມຊາດລາວ ທີ່ສ້າງຜົນງານອັນໂດດເດັ່ນໃນການແຂ່ງຂັນກິລາຊີເກມ (SEA Games) ຄັ້ງທີ 33 ທີ່ປະເທດໄທ ໃນລະຫວ່າງ ວັນທີ 9-20 ທັນວາ 2025 ທີ່ຜ່ານມາ.
ພິທີດັ່ງກ່າວ ໄດ້ຈັດຂຶ້ນ ທີ່ສຳນັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ໂດຍການເຂົ້າຮ່ວມຂອງສະຫາຍ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ພ້ອມດ້ວຍຄະນະອໍານວຍການ, ຄະນະຜູ້ບໍລິຫານ ກຸ່ມບໍລິສັດ ລາວໂທລະຄົມ, ສະຫາຍ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຄະນະສະຫະພັນກິລາແຫ່ງຊາດ ແລະ ທີມນັກກິລາທີມຊາດລາວເຂົ້າຮ່ວມ.
ໃນການແຂ່ງຂັນຊີເກມ ຄັ້ງທີ 33 ນີ້, ທີມນັກກິລາທີມຊາດລາວສາມາດສ້າງຜົນງານໄດ້ຢ່າງໜ້າພາກພູມໃຈ ໂດຍການຍາດຫຼຽນລາງວັນມາໄດ້ທັງໝົດ 39 ຫຼຽນ. ເພື່ອເປັນການຍ້ອງຍໍສັນລະເສີນຄວາມມານະອົດທົນ ແລະ ຄວາມສາມາດຂອງນັກກິລາທີ່ສ້າງຊື່ສຽງໃຫ້ແກ່ປະເທດຊາດ, ກຸ່ມບໍລິສັດ ລາວໂທລະຄົມຈຶ່ງໄດ້ມອບລາງວັນສະໜັບສະໜູນໃຫ້ ປະກອບມີ: ເງິນເຂົ້າກະເປົາ M-Money, ຊິມກາດ ພ້ອມແພັກເກັດ IR (International Roaming) ລວມມູນຄ່າການສະໜັບສະໜູນທັງໝົດ 460.000.000 ກີບ.
ສະຫາຍ ເພັດສະຫວັນ ເຄີນວິໄລ ຮອງຝ່າຍການຕະຫຼາດ - ການຂາຍໄດ້ກ່າວໃນພິທີວ່າ: "ການມອບລາງວັນໃນຄັ້ງນີ້, ບໍ່ພຽງແຕ່ເປັນການຕອບແທນຄວາມທຸ່ມເທຂອງນັກກິລາທຸກສະຫາຍທີ່ໄດ້ສູ້ຊົນເພື່ອຊາດລາວເທົ່ານັ້ນ, ແຕ່ຍັງເປັນການຢືນຢັນເຖິງຄວາມມຸ່ງໝັ້ນຂອງ ລາວໂທລະຄົມ ໃນການເປັນສ່ວນໜຶ່ງຂອງການພັດທະນາວົງການກິລາລາວໃຫ້ກ້າວໄກ ແລະ ສ້າງແຮງບັນດານໃຈໃຫ້ແກ່ເຍົາວະຊົນຮຸ່ນຫຼັງ."
ໂອກາດດຽວກັນນີ້, ຕາງໜ້າສະຫະພັນກິລາແຫ່ງຊາດ ແລະ ນັກກິລາ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ລາວໂທລະຄົມ ທີ່ໃຫ້ການສະໜັບສະໜູນ ແລະ ຢູ່ຄຽງຂ້າງວົງການກິລາລາວໂດຍຕະຫຼອດມາ ເຊິ່ງລາງວັນໃນຄັ້ງນີ້ ຈະເປັນກໍາລັງໃຈອັນສໍາຄັນໃຫ້ນັກກິລາ ພ້ອມພັດທະນາຕົນເອງເພື່ອຜົນງານທີ່ດີຂຶ້ນໃນເວທີສາກົນຕໍ່ໆໄປ.
ໂດຍ: ບໍລິສັດ ລາວໂທລະຄົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















