ກົມກວດກາ ກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ວຽກງານກວດກາ ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 1
ເວລາອອກຂ່າວ: 2026-02-05 09:53:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 478 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 3-4 ກຸມພາ 2026 ນີ້, ສະຫາຍ ພັນເອກ ແສງອາໄລ ວັນນະພອນ ຮອງຫົວໜ້າກົມກວດກາ ກົມໃຫ່ຍການເມືອງກອງທັບ, ຫົວໜ້າໜ່ວຍງານກວດກາປົກກະຕິ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານກວດກາ ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 1, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 1, ມີສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າການທະຫານໂຮງຮຽນກໍ່ສ້າງນາຍສິບເລກ 1, ມີຄະນະພັກ-ຄະນະອຳນວຍການ, ອົງການ 5 ຫ້ອງ, ບັນດາພະແນກການທີ່ກ່ຽວຂ້ອງ ແລະ ວິຊາສະເພາະທີ່ເຮັດວຽກງານການກວດ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ບຸນຮຽງ ພິມະວົງ ປະທານກວດກາພັກ-ລັດ, ຫົວໜ້າຫ້ອງການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ສະຫຼຸບລາຍງານສະພາບການໂດຍຫຍໍ້ ຜ່ານການຈັດຕັ້ງປະຕິບັດເຄື່ອນໄຫວໜ້າທີວຽກງານຮອບດ້ານຂອງກົມກອງໄລຍະ 1 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ໃນນີ້, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ຕໍ່ກັບວຽກງານສຶກສາອົບຮົມການ ເມືອງນຳພາແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບ ໃຫ້ມີແນວຄິດການ ເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ດຳລົງຊີວິດແບບປອດໃສຂາວສະອາດ, ເຜີຍແຜ່ເຊື່ອມຊືມບັນດາເອກະສານ, ຄຳສັ່ງ, ນິຕິກຳຕ່າງໆ ໃຫ້ນາຍ ແລະ ພົນທະຫານໄດ້ຮັບຮູ້ ແລະ ຊີ້ນຳພະນັກງານວິຊາສະເພາະ ທີ່ເຮັດວຽກງານກວດກາຂອງໂຮງຮຽນລົງເຄື່ອນໄຫວໃກ້ຊິດ ຕິດແທດ ຕິດຕາມ ກວດກາຕົວຈິງ ຢູ່ບັນດາກົມກອງເປັນປົກກະຕິ, ຫັນເອົາວຽກງານກໍ່ສ້າງຮາກຖານການເມືອງກັບບັນດາບ້ານອອ້ມຂ້າງ ເພື່ອເກັບກຳສະພາບ,ບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນພາຍໃນຂອບເຂດໂຮງຮຽນຕັ້ງທັບ ໃຫ້ທັນເວລາ ແລະ ມີຄວາມສະຫງົບໂດຍພື້ນຖານ.
ໂອກາດນີ້, ສະຫາຍ ພັນເອກ ແສງອາໄລ ວັນນະພອນ ພ້ອມດ້ວຍຄະນະ ແລະ ພະນັກງານກວດກາຂອງໂຮງຮຽນ ໄດ້ລົງເຄື່ອນໄຫວກວດກາ, ເກັບກຳຂໍ້ມູນຕົວຈິງ ໃນນີ້, ມີຫ້ອງການເມືອງ, ຫ້ອງອົບຮົມ, ຫ້ອງພະລາທິການ, ຫ້ອງເຕັກນິກ, ຫ້ອງການໂຮງຮຽນ ແລະ ກອງຮ້ອຍໂຮງໝໍ 15 ຕຽງ, ພ້ອມທັງມີຄຳຖາມເຈາະຈີ້ມ ໃນບາງວຽກງານທີສຳຄັນຂອງພະແນກການທີ່ກ່ຽວຂ້ອງກັບການນຳໃຊ້ຮ່ວງເງິນຕ່າງໆ ແລະ ເຮັດວຽກງານກ່ຽວກັບເສດຖະກິດ, ເພື່ອເກັບກຳຂໍ້ມູນ ແນວຄິດສະເໜີຂອງກົມກອງ ແລະ ເປັນບ່ອນອີງໃຫ້ຄະນະພັກ-ຄະນະບັນຊາ, ພາກສວ່ນວິຊາການ, ພະແນກການທີກ່ຽວຂ້ອງ ເພື່ອແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ຢູ່ກົມກອງໃຫ້ທັນກັບສະພາບການ ພ້ອມທັງເນັ້ນໜັກໃຫ້ໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ພະນັກງານວິຊາສະເພາະ ສືບຕໍ່ຊີ້ນຳ-ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມຮັບຜິດຊອບ, ມີຄວາມເປັນເອກະພາບຢ່າງກົມກຽວ ເປັນເຈົ້າການນຳພາ-ຊີ້ນຳວຽກງານກວດກາຢ່າງໃກ້ຊິດ, ພ້ອມກັນນັ້ນ ກໍຕ້ອງໄດ້ຖືເປັນສຳຄັນໃນການປັບປຸງບູລະນະການຈັດຕັ້ງ, ການບຳລຸງກໍ່ສ້າງພັກ-ພະນັກງານ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ຕີຖອຍດ້ານປະກົດການຫຍໍ້ທໍ້ພາຍໃນພັກ ໃຫ້ລຸດໜ້ອຍຖອຍລົງເທື່ອລະກ້າວ ເຮັດໃຫ້ກົມກອງມີຄວາມສະຫງົບ ແລະ ຂະບວນການສ້າງກົມກອງໃຫ້ມີທ່າກ້າວຂຶ້ນ.
ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















