ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສຳເລັດກອງປະຊຸມສະຫຼຸບວຽກງານນຳພາຮອບດ້ານ ປະຈຳປີ 2025
ເວລາອອກຂ່າວ: 2026-02-04 14:47:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 795 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກງານນຳພາຮອບດ້ານ ປະຈຳປີ 2025 ແລະ ທິດທາງແຜນການນໍາພາ ປະຈຳປີ 2026 ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມ ພາຍຫຼັງດຳເນີນມາເປັນເວລາ 1 ວັນເຄິ່ງ ໃນລະຫວ່າງວັນທີ 3-4 ກຸມພາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຮອງເລຂາຄະນະພັກ, ກຳມະການຄະນະປະຈຳພັກ, ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ແລະ ຄະນະພັກ-ຄະນະບັນຊາ ບັນດາກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ມີຄຳເຫັນສັງລວມ ແລະ ກ່າວປິດກອງປະຊຸມ ວ່າ: ກອງປະຊຸມພວກເຮົາໄດ້ດໍາເນີນມາເປັນເວລາ 1 ວັນເຄິ່ງ, ບົນຈິດໃຈເຄັ່ງຮ້ອນ, ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ດ້ວຍຄວາມຮັບຜິດຊອບສູງ ຂອງບັນດາສະຫາຍ ທີ່ໄດ້ເອົາໃຈໃສ່ປະກອບຄໍາຄິດ, ຄໍາເຫັນ ຢ່າງຕັ້ງໜ້າ ເພື່ອຄົ້ນຄວ້າບັນຫາຕ່າງໆທີ່ ກອງປະຊຸມໄດ້ຍົກຂຶ້ນເປັນຕົ້ນແມ່ນການປັບປຸງວຽກງານກຽມພ້ອມສູ້ຮົບ, ວຽກງານອົບຮົມຫັດແອບ ຕິດພັນກັບການຫັນບັນດາກົມກອງເຂົ້າສູ້ລະບຽບແແບແຜນ, ວຽກງານສ້າງທ່າສະໜາມປ້ອງກັນຊາດ, ວຽກງານສຶກສາອົບຮົມການເມືອງແນວຄິດ, ວຽກງານພະລາທິການ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຮັດໃຫ້ກອງປະຊຸມໄດ້ສໍາເລັດຕາມຈຸດປະສົງຄາດໝາຍຢ່າງຈົບງາມ. ເຊິ່ງໃນວາລະດໍາເນີນກອງປະຊຸມ, ພວກເຮົາໄດ້ພ້ອມກັນຄົ້ນຄວ້າຕີລາຄາສະພາບການທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ໃນປີ 2025, ກໍຄືການເຄື່ອນໄຫວປັບປຸງກໍ່ສ້າງກໍາລັງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ການປະຕິບັດໜ້າທີ່ຂອງບັນດາອົງການກົມໃຫຍ່, ກົມກອງ-ທ້ອງຖິ່ນ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າ, ບັນດາຈຸດອ່ອນທີ່ຍັງຄົງຄ້າງ, ວິທີການແກ້ໄຂ ແລະ ເປັນເອກະພາບຕໍ່ທິດທາງວຽກງານຈຸດສຸມໃນປີຕໍ່ໜ້າ ເພື່ອສືບຕໍ່ກໍ່ສ້າງກອງທັບ ໃຫ້ເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນປີ 2025 ຄະນະພັກ-ຄະນະນຳກະຊວງ ໄດ້ຊີ້ນຳ ແລະ ຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິສະໄໝທີ V-VI ຂອງຄະນະພັກກະຊວງປ້ອງກັນປະເທດຢ່າງມີຈຸດສຸມ ແລະ ແທດກັບຕົວຈິງ, ມີໝາກຜົນໃນຫຼາຍດ້ານເປັນຕົ້ນແມ່ນການເຮັດໜ້າທີ່ຮັກສາຄວາມສະຫງົບປອດໄພໃຫ້ການນຳພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມທີ່ສໍາຄັນຕ່າງໆ, ບັນດາວັນບຸນປະຫວັດສາດທີ່ສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ, ປ້ອງກັນສໍານັກງານອົງການ, ສະໜາມບິນ, ເສັ້ນທາງທຸລະກັນດານ, ບັນດາໂຄງການ ກໍ່ສ້າງຂອງລັດຖະບານ, ມີຄວາມສະຫງົບປອດໄພ 100%. ໂອກາດນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ຍັງໄດ້ຊີ້ແຈງຕໍ່ບັນດາຄໍາຄິດຄໍາເຫັນ ແລະ ຄຳສະເໜີ ຂອງບັນດາສະຫາຍຜູ້ແທນກອງປະຊຸມ, ພ້ອມທັງ ເນັ້ນໜັກໃຫ້ພ້ອມກັນເປັນເຈົ້າການ ເພີ່ມທະວີການຊີ້ນໍາ-ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບ ແລະ ຄວາມໜັ້ນຄົງຂອງປະເທດຊາດ, ຕັ້ງໜ້າຍົກສູງສະຕິກຽມພ້ອມປະຕິບັດຕາມຄໍາສັ່ງໄດ້ທຸກເວລາ, ເປັນເຈົ້າການຕ້ານທຸກກົນອຸບາຍລ່ຽມລາຍຂອງສັດຕູ, ທັບມ້າງຍຸດທະສາດຫັນປ່ຽນໂດຍສັນຕິ ຂອງອິດທິກໍາລັງປໍລະປັກ, ເປັນເຈົ້າການໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາລະບອບໃໝ່, ລະບອບປະຊາທິປະໄຕປະຊາຊົນ ໃຫ້ໝັ້ນຄົງ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພທາງດ້ານສັງຄົມຢ່າງໜັກແໜ້ນ, ສືບຕໍ່ຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມປ້ອງກັນຊາດ ໂດຍສຸມໃສ່ບໍລິເວນຊາຍແດນ, ເຂດຫ່າງໄກສອກຫຼີກ ແລະ ບັນດາຈຸດສຸມຂອງກະຊວງ, ສົມທົບແໜ້ນ 3 ດ້ານໄປພ້ອມໆກັນ (ດ້ານການເມືອງ, ເສດຖະກິດ ແລະ ການທະຫານ) ກັບການປັບປຸງລະບົບການຈັດຕັ້ງຢູ່ຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ເດັດດ່ຽວຕອບຕ້ານທຸກການເຄື່ອນໄຫວຂອງສັດຕູຢ່າງທັນການ, ສຸມໃສ່ແກ້ໄຂເຂດທີ່ຍັງບໍ່ມີຄວາມສະຫງົບ, ໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ແລະ ມີມາດຕະການແກ້ໄຂຄ່ອງແຄ້ວເດັດຂາດ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເລິກເຊິ່ງແທດເຖິງແຕ່ລະເປົ້າໝາຍ, ອົບຮົມທາດແທ້ມູນເຊື້ອກອງທັບປະຕິວັດ, ກອງທັບປະຊາຊົນໃນເງື່ອນໄຂໃໝ່ໃຫ້ດີ ຕິດພັນກັບການເກັບກໍາສະພາບການເມືອງ-ແນວຄິດຂອງພະນັກງານ-ນັກຮົບທົ່ວກອງທັບ, ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ, ການສຶກສາອົບຮົມການເມືອງ-ແນວຄິດຕ້ອງແຫຼມຄົມ, ເຮັດດ້ວຍຫຼາຍຮູບຫຼາຍສີ, ຫຼາຍວິທີການ ແລະ ມີເນື້ອໃນອຸດົມສົມບູນ, ມີຊີວິດຊີວາ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍ, ລະບຽບກົດໝາຍຂອງພັກ-ລັດ ໃຫ້ເລິກເຊິ່ງ, ແທດເຖິງ ແລະ ສ້າງໃຫ້ມີການປ່ຽນແປງໃໝ່ຢ່າງແທ້ຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ