ຂະແໜງຊາວໜຸ່ມ ກອງພັນໃຫຍ່ 11 ເຜີຍແຜ່ຜົນສຳເລັດ ກອງປະຊຸມຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ IX
ເວລາອອກຂ່າວ: 2026-02-03 15:58:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 808 | ຄວາມນິຍົມ: ![]()
ໃນວັນທີ 3 ກຸມພາ 2026 ນີ້, ຂະແໜງຊາວໜຸ່ມກອງພັນໃຫຍ່ 11 ໄດ້ຈັດພິທີ ເຜີຍແຜ່ຜົນສຳເລັດ ກອງປະຊຸມຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ IX, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ໄມທອງ ຫິນລໍວັນ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 11, ມີສະຫາຍ ພັນໂທ ບຸນທະວີ ໂຊກລຳພົນ ຫົວໜ້າຂະແໜງຊາວໜຸ່ມ ກອງພັນໃຫ່ຍ 11, ຕະຫຼອດຮອດສະມາຊິກຊາວໜຸ່ມທົ່ວກອງພັນໃຫຍ່ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ບຸນທະວີ ໂຊກລຳພົນ ຫົວໜ້າຂະແໜງຊາວໜຸ່ມກອງພັນໃຫຍ່ 11 ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ IX, ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ ສະເໜີໂດຍສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານ ສຊປລ, ເນື້ອໃນລາຍງານການເມືອງ ໄດ້ຕີລາຄາຮອບດ້ານເຖິງຜົນງານ ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ເຊິ່ງໄດ້ຕີລາຄາໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ຕະຫຼອດການເຄື່ອນໄຫວວຽກງານຜ່ານມາ ພ້ອມກັນນັ້ນ ກອງປະຊຸມໄດ້ເປັນເອກະພາບສູງ ແລະ ຮັບຮອງເອົາບັນດາຄາດໜາຍສູ້ຊົນ ແລະ ວຽກງານຈຸດສຸມ, ຮັບຮອງເອົາຜົນການປ່ອນບັດຄັດເລືອກ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ IX ຈໍານວນ 63 ສະຫາຍ.
ຈຸດປະສົງ ການເຜີຍແຜ່ຜົນສໍາເລັດ ກອງປະຊຸມຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ IX ນີ້, ກໍເພື່ອເຮັດໃຫ້ຄະນະໜ່ວຍຊາວໜຸ່ມແຕ່ລະຂັ້ນ ຕະຫຼອດຮອດ ສະມາຊິກຊາວໜຸ່ມໃນທົ່ວກອງທັບ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງ ຕໍ່ເນື້ອໃນຜົນສໍາເລັດກອງປະຊຸມດັ່ງກ່າວ ເພື່ອພ້ອມກັນນໍາເອົາເນື້ອໃນຈິດໃຈ ມາຈັດຕັ້ງຜັນຂະຫຍາຍຢູ່ຂັ້ນຂອງຕົນ ໃຫ້ໄດ້ຮັບໝາກຜົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















