ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ກອງບັນຊາການທະຫານແຂວງບໍລິຄຳໄຊ ເປີດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2026
ເວລາອອກຂ່າວ: 2026-02-03 15:53:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 583 | ຄວາມນິຍົມ:



ພິທີ ເປີດດຊຸດອົນຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2026, ໄດ້ເປີດຂຶຶ້ນໃນວັນທີ 30 ມັງກອນທີ່ຜ່ານມາ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳແພນ ວິລືທຳ ຫົວໜ້າການທະຫານ ກອງບັນຊາການ ທະຫານແຂວງບໍລິຄຳໄຊ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ຄະນະພັກ-ຄະນະບັນຊາກອງພັນ 642, ຄະນະຫ້ອງ, ພະແນກການ ຕະຫຼອດຮອດພະນັກງານນັກຮົບ ທົ່ວທະຫານແຂວງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ວິສັນ ທິບວົງສາ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຜ່ານແຜນການອົບຮົມ-ຫັດແອບປະຈຳປີ 2026, ໂດຍອີງຕາມຄຳສັ່ງ ອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ໃຫ້ບັນດາກຳຫຼວງ ແລະ ກຳລັງທ້ອງຖິ່ນ ປະຈຳປີ 2026 ຂອງກົມໃຫຍ່ເສນາທິການກອງທັບວາງອອກ ແລະ ຄຳສັ່ງແນະນຳ ຂອງກົມອົບຮົມ ກົມໃຫຍ່ເສນາທິການ ກອງທັບ ວ່າດ້ວຍການອົບຮົມ-ຫັດແອບ, ປັບປຸງແບບແຜນເຝິກຝົນກຳລັງແຮງກາຍ ປະຈຳປີ 2026, ທະຫານແຂວງ ບໍລິຄຳໄຊ ຈິ່ງໄດ້ເປີດອົບຮົມ-ຫັດແອບຂຶ້ນຢ່າງເປັນທາງການ. ສ່ວນເນື້ອໃນທີ່ນຳມາອົບຮົມ- ຫັດແອບປະກອບມີ: ພາກການທະຫານ ຈະໄດ້ອົບຮົມລະບຽບ, ກິລາການທະຫານ, ສີລະປະຍຸດ ແລະ ຍຸດທະວິທີ; ພາກການເມືອງ, ພາກພະລາທິການ ແລະ ພາກເຕັກນິກ ແມ່ນປະຕິບັດຕາມຄໍາສັ່ງອົບຮົມ ຂອງແຕ່ລະກົມໃຫຍ່ວາງອອກ, ກຳນົດເວລາອົບຮົມ-ຫັດແອບ 180 ວັນ, ສໍາລັບເປົ້າໝາຍທີ່ບໍ່ນອນໃນການອົບຮົມ-ຫັດແອບ 180 ວັນຈະມີ: ທະຫານໃໝ່ພັນທະ, ນັກຮຽນກໍ່ສ້າງນາຍສິບ, ບໍາລຸງການທະຫານຂັ້ນພື້ນຖານ ແມ່ນປະຕິບັດຕາມໂຄງການຫຼັກສູດທີ່ຂັ້ນເທີງກຳນົດໃຫ້, ນອກນັ້ນ, ກຳລັງສຳຮອງ, ກອງຫຼອນ, ກອງປ້ອງກັນຕົວ, ນັກຮຽນ-ນັກສຶກສາ ແມ່ນປະຕິບັດ ຕາມກົມການທະຫານທ້ອງຖິ່ນວາງອອກ. ໂອກາດນີ້ ສະຫາຍ ພົນຈັດຕະວາ ຄຳແພນ ວິລືທຳ ໄດ້ເໜັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງກໍາແໜ້ນເຊື່ອມຊຶມຢ່າງເລີກເຊິ່ງ ຕໍ່ເນື້ອໃນແຜນການອົບຮົມ-ຫັດແອບ ແລ້ວວ່ອງໄວນຳໄປສ້າງເປັນແຜນການອັນລະອຽດ ເພື່ອຈັດຕັ້ງອົບຮົມ-ຫັດແອບ ໃຫ້ຖືກຕາມຫຼັກການ, ແທດເໝາະກັບໜ້າທີ່ການເມືອງ ແລະ ການປະກອບຂອງກົມກອງ, ແນໃສ່ຮັບປະກັນໃຫ້ຊຸດອົບຮົມ- ຫັດແອບ ໃນປີນີ້ໃຫ້ທົ່ວເຖິງ, ທັນກັບເວລາ ໄດ້ທັງປະລິມານ ແລະ ຄຸນນະພາບ, ທັງເປັນການຝເຝິກຝົນຫຼໍ່ ຫຼອມກຳລັງແຮງກາຍ-ແຮງໃຈໃຫ້ພະນັກງານ-ນັກຮົບ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ ຮັບປະກັນເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບ ໝາຍໃຫ້. ໃນຕອນທ້າຍພິທີ ຍັງໄດ້ຮັບຊົມການສວນສະໜາມ ຈາກບັນດາກ້ອນກຳລັງທີ່ເຂົ້າຮ່ວມ. ໂດຍ: ພັນຕີ ສີທອງ ຈັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ