ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ຫົວໜ້າກົມໃຫ່ຍເຕັກນິກກອງທັບ ພົບປະໂອ້ລົມ ຄະນະນຳ ວຕກ
ເວລາອອກຂ່າວ: 2026-02-03 15:50:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 603 | ຄວາມນິຍົມ:



ວັນທີ 30 ມັງກອນ 2026 ນີ້, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫ່ຍເຕັກນິກກອງທັບ ໄດ້ພົບປະໂອ້ລົມ ຄະນະນຳວິທະຍາຄານເຕັກນິກການທະຫານ, ມີ ຄະນະພັກ-ຄະນະອຳນວຍການພະນັກງານການນຳ ວຕກ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານຕ່າງໆທີ່ ທາງຄະນະພັກ-ຄະນະອຳນວນການວິທະຍາຄານ ສ້າງມາໄດ້ໃນໄລຜ່ານມາ ເປັນຕົນແມ່ນວຽກງານທາງດ້ານ ການຮຽນ-ການສອນ ຂອງນັກສຶກສາ, ພະນັກງານຄູ-ອາຈານ. ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະ ພ້ອມກັນຊຸກຍູ້ສົ່ງເສີມ, ຍົກສູງຄຸນນະພາບ, ພະນັກງານ, ຄູ-ອາຈານ, ໃນການເຝິກອົບຮົມ, ຍົກລະດັບຄວາມຮູ້ ຄວາມສາມາດ ບົນພື້ນຖານໂຄງສ້າງ ທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ, ປັບປຸງທາງດ້ານໂຄງການຫຼັກສູດ ໂດຍອີງໃສ່ພື້ນຖານວິທະຍາສາດ ຕາມວິໄສທັດຂອງວິທະຍາຄານຮອດປີ 2030, ພ້ອມກັນປະຕິບັດຂໍ້ກຳນົດກົດລະບຽບ ເພື່ອຈະເປັນແມ່ແບບໃຫ້ແກ່ພະນັກງານຮຸ່ນຫຼັງ. ໂອກາດນີ້ ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ພ້ອມດ້ວຍຄະນະ ກໍ່ໄດ້ມອບກະຕ່າຂອງຂວັນໃຫ້ແກ່ທາງຄະນະອຳນວຍການ ວິທະຍາຄານເຕັກນິກການທະຫານ ອີກດ້ວຍ. ໂດຍ ໄຂຄຳ ພົມມະສານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ