ປະກາດການແຕ່ງຕັ້ງຮອງຫົວໜ້າອໍານວຍການ ແລະ ຂັ້ນພະແນກການ ໂຮງງານຕັດຫຍິບເລກ 1 ກອງທັບ
ເວລາອອກຂ່າວ: 2026-02-03 15:46:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 616 | ຄວາມນິຍົມ: ![]()
ພິທີ ປະກາດການແຕ່ງຕັ້ງ ຮອງຫົວໜ້າອໍານວຍການ, ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ໂຮງງານຕັດຫຍິບເລກ 1 ກອງທັບ, ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພັນເອກ ຈັນທະວົງ ອຸປະດີ ຮອງຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ຄະນະພັກ-ຄະນະອໍານວຍການ ແລະ ພະນັກງານພາຍໃນກົມກອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ສີສຸດາ ວໍລະສິງ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າອໍານວຍການ ໂຮງງານຮັບຜິດຊອບວຽກງານພະລາທິການ-ເຕັກນິກ ໂຮງງານຕັດຫຍິບເລກ 1 ກອງທັບ ຂຶ້ນກັບກົມໃຫຍ່ພະລາທິການກອງທັບ, ອີງຕາມ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມ ການສະເໜີຂອງກົມໃຫຍ່ພະລາທິການກອງທັບ, ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີ ຂອງກົມໃຫຍ່ການເມືອງກອງທັບ. ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ນາງ ລຽນ ສຸຂະວົງ ເປັນຮອງຫົວໜ້າອໍານວຍການ ຮັບຜິດຊອບວຽກງານພະລາທິການ-ເຕັກນິກ ໂຮງງານຕັດຫຍິບເລກ 1 ກອງທັບ; ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ໄພນະຄອນ ຂຸນປັນຍາ ເປັນຫົວໜ້າພະແນກແຜນການ-ສັງລວມ, ສະຫາຍ ພັນຕີ ນາງ ເອັງວັນ ພົມມະຈັນ ເປັນຮອງຫົວໜ້າພະແນກແຜນການ-ສັງລວມໂຮງງານຕັດຫຍິບ ເລກ 1 ກອງທັບ ແລະ ຜ່ານມະຕິຕົກລົງຄະນະພັກກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະປະຈຳພັກ, ກຳມະການຄະນະພັກຮາກຖານໂຮງງານຕັດຫຍິບກອງທັບ, ອີງຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ວ່າດ້ວຍການບົ່ງຕົວແຕ່ງຕັ້ງໜ່ວຍພັກ, ອີງຕາມ ໜັງສືສະເໜີຂອງຄະນະພັກຮາກຖານໂຮງງານຕັດຫຍິບກອງທັບ, ຄະນະພັກກົມໃຫຍ່ພະລາທິການກອງທັບ ຕົກລົງ ບົ່ງຕົວແຕ່ງຕັ້ງຄະນະປະຈຳພັກ, ກຳມະການຄະນະພັກຮາກຖານໂຮງງານຕັດຫຍິບກອງທັບ ແຕ່ງຕັງ ສະຫາຍ ພັນໂທ ນາງ ລຽນ ສຸຂະວົງ ເປັນຄະນະປະຈຳພັກ ປ່ຽນແທນ ສະຫາຍ ພັນເອກ ນາງ ເນາະ ພົມມີໄຊ ພັກການຮັບເບ້ຍບຳນານ, ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາປຸ່ນ ສີທະນົງສັກ ເປັນກຳມະການຄະນະພັກຮາກຖານໂຮງງານຕັດຫຍິບກອງທັບ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ໂອ້ລົມຜູ້ທີ່ຖືກແຕ່ງຕັ້ງໜ້າທີ່ໃໝ່ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ເປັນການມອບໝາຍໜ້າທີ່ໃຫ້ພະນັກງານປະຕິບັດຕາມທິດຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ເພື່ອສ້າງເງື່ອນໄຂໃຫ້ພະນັກງານຜູ້ສືບທອດ, ປ່ຽນແທນ ໄດ້ເຝິກຝົນຫຼໍ່ຫຼອມຕົນເອງ ແລະ ທົດສອບໃນວຽກງານຕົວຈິງຫຼາຍດ້ານໃຫ້ມີຜົນສໍາເລັດ, ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາທຸກຂັ້ນ ຈົ່ງສືບຕໍ່ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ໂດຍສະເພາະນາຍທະຫານຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ໃນຄັ້ງນີ້, ຈົ່ງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນເອງເຂົ້າໃນໜ້າທີ່ວຽກງານວິຊາສະເພາະ, ກໍຄືການປະຕິບັດໜ້າທີ່ການເມືອງຂອງກົມກອງເປັນຢ່າງດີ, ປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຂອງລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ, ຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ຍົກລະດັບການສຶກສາ, ວິຊາສະເພາະ, ເຝິກຝົນຫຼໍ່ຫຼອມດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດ, ມີສະຕິຕໍ່ການຈັດຕັ້ງ ແລະ ຄວາມເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ ເພື່ອແນໃສ່ເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ກອງທັບມອບໝາຍໃຫ້ຢ່າງຈົບງາມຕະຫຼອດໄປ.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















