ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ - ຮັບ ໜ້າທີຫົວໜ້າກົມການເມືອງ ວປກ ລະຫວ່າງຜູ້ໃໝ່ ແລະ ຜູ້ເກົ່າ
ເວລາອອກຂ່າວ: 2019-09-12 09:11:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 97 | ຄວາມນິຍົມ:



ໃນວັນທີ 4 ກັນຍາ ນີ້, ຢູ່ທີ່ ຫ້ອງປະຊຸມກົມການເມືອງວິທະ ຍາຄານປ້ອງກັນຊາດໄກສອນ ພົມວິຫານ ໄດ້ຈັດພິທີມອບ-ຮັບ ໜ້າທີ່ລະຫວ່າງຫົວໜ້າກົມການ ເມືອງຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນ ໂດຍການເປັນປະທານຂອງສະ ຫາຍ ພົນຕີ ຄຳຫລ້າ ພັນໄຊຍະ ສຸກ, ກຳມະການຄະນະພັກກະ ຊວງປ້ອງກັນປະເທດ, ຫົວໜ້າ ການເມືອງ ວປກ. ມີຄະນະພັກ ຮາກຖານກົມການເມືອງ, ຫົວ ໜ້າພະແນກ, ພ້ອມດ້ວຍພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມ. ອີງຕາມການຕົກລົງເຫັນດີ ຂອງຄະນະພັກວິທະຍາຄານວ່າ ດ້ວຍການຍົກຍ້າຍນາຍທະຫານ ໄປຮັບໜ້າທີ່ໃໝ່, ເພື່ອປະຕິບັດໃຫ້ ຖືກຕ້ອງຕາມແຜນການກົມການ ເມືອງ ວປກ ຈຶ່ງໄດ້ຈັດພິທີມອບ- ຮັບໜ້າທີ່ລະຫວ່າງ ສະຫາຍ ພັນ ເອກ ປອ ຄຳຜາຍ ສະພັງເໜືອ, ຫົວໜ້າກົມການເມືອງຜູ້ເກົ່າ ແລະ ສະຫາຍ ພັນເອກ ປອ ສົມພອນ ສີສຸວັນນະ, ຮັກສາການຫົວໜ້າ ກົມການເມືອງຜູ້ໃໝ່. ຈາກນັ້ນ ສະຫາຍ ພັນເອກ ປອ ຄຳຜາຍ ສະພັງເໜືອ. ໄດ້ສະຫຼຸບຄືນຜ່ານ ການນຳພາຈັດຕັ້ງເຄື່ອນໄຫວຕະ ຫຼອດໄລຍະຜ່ານມາ ເຊິ່ງຍົກໃຫ້ ເຫັນພາລະບົດບາດໃນການເປັນ ເສນາທິການດ້ານວຽກງານພັກ - ວຽກງານເມືອງໃຫ້ແກ່ຄະນະພັກ ວປກ. ໄດ້ເອົາໃຈໃສ່ທາງດ້ານ ວຽກງານກໍ່ສ້າງພັກ-ພະນັກງານ ໂດຍສະເພາະກໍແມ່ນການສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ວຽກງານໂຄສະ ນາເຜີຍແຜ່ໂດຍປິ່ນອ້ອມ 4 ໜ້າ ທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ ອອກ. ຫຼັງຈາກນັ້ນກໍໄດ້ເຊັນບົດ ບັນທຶກມອບ- ຮັບໜ້າທີ່ຢ່າງເປັນ ທາງການ. ທັງນີ້ກໍເພື່ອຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນ ໄລຍະໃໝ່ຂອງກອງທັບເວົ້າ ລວມ, ເວົ້າສະເພາະກໍແມ່ນຂອງ ວິທະຍາຄານປ້ອງກັນຊາດໄກ ສອນ ພົມວິຫານ. ໂອກາດດັ່ງກ່າວສະຫາຍຫົວ ໜ້າການເມືອງ ວປກ. ກໍໄດ້ໂອ້ ລົມ ແລະ ເນັ້ນຫຼາຍບັນຫາສຳຄັນ ໂດຍສະເພາະຕ້ອງຮັບຮູ້ເຂົ້າໃຈ ຢ່າງເລິກເຊິ່ງ ກ່ຽວກັບເຫດຜົນທີ່ໄດ້ຮັບການບັນຈຸຊັບຊ້ອນໜ້າທີ່ ໃໝ່, ວ່ອງໄວກຳໃຫ້ແໜ້ນສະພາບ ການວຽກງານຮອບດ້ານ, ຄົ້ນ ຄວ້າ ແລະ ກຳນົດບັນດາວຽກ ງານທີ່ຕ້ອງປະຕິບັດ, ເຮັດວຽກ ຢ່າງມີຈຸດສຸມ ແລະ ຈັດລຳດັບ ຄວາມສຳຄັນຂອງໜ້າວຽກ, ແບ່ງ ປັນມອບໝາຍໜ້າທີ່ຢູ່ໃນຄະນະ ຢ່າງລະອຽດຈະແຈ້ງຕິດພັນ ແໜ້ນກັບການປະຕິບັດຫຼັກການ ລວມສູນປະຊາທິປະໄຕ, ສ້າງ ໂອກາດໃຫ້ໝູ່ຄະນະໄດ້ເຄື່ອນ ໄຫວຢ່າງເຕັມສ່ວນ, ພະຍາຍາມ ເຂົ້າໃຫ້ເຖິງມະຫາຊົນ ແລະ ສ້າງ ໂອກາດມະຫາຊົນໄດ້ເຂົ້າເຖິງ ການນຳດ້ວຍຫຼາຍຮູບຫຼາຍວິທີ ການ, ເພື່ອເປັນການສ້າງຄວາມ ເຊື່ອໝັ້ນ, ສ້າງຄວາມເຂົ້າໃຈຈາກ ມະຫາຊົນ, ເອົາໃຈໃສ່ໃນການ ຄົ້ນຄວ້າຮຳ່ຮຽນ, ສະແຫວງຫາ ຄວາມຮູ້ທາງດ້ານທີດສະດີການ ເມືອງ, ການທະຫານ, ທາງດ້ານ ວິຊາການ ແລະ ເຕັກໂນໂລຊີ, ເພື່ອເພີ່ມຄວາມອາດສາມາດໃນ ການປະຕິບັດໜ້າທີ່ວຽກງານ. ໂດຍ: ບົວເງີນ ສີໂສພາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ