ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງກິລາກອງທັບມອບ - ຮັບນາມມະຍົດກອງຮາກຖານເຂັ້ມແຂງ ໜ່ວຍພັກຮູ້ນຳພາຮອບດ້ານ
ເວລາອອກຂ່າວ: 2019-09-12 09:09:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ວັນທີ 10 ກັນຍາ 2019 ນີ້, ກອງກີລາກອງທັບໄດ້ຈັດພິທີ ມອບ-ຮັບນາມມະຍົດກອງຮາກ ຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາ ຮອບດ້ານ ປະຈຳປີ 2018, ໂດຍ ພາຍໃຕ້ເປັນປະທານຂອງສະ ຫາຍ ພົນຕີ ຈັນທອງ ສອນຕະ ອາດ, ກຳມະການຄະນະພັກກະ ຊວງ, ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບ, ມີຄະນະພັກ-ຄະນະບັນຊາພະນັກງານ-ນັກຮົບ ທົ່ວກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ກິລຳເງິນ ວົງ ສິດທິ ຫົວໜ້າການເມືອງກອງກີ ລາກອງທັບ ໄດ້ຂຶ້ນຜ່ານບົດສະ ຫຼຸບການຈັດຕັ້ງປະຕິບັດວຽກ ງານການສ້າງກອງແຂງຢູ່ໜ່ວຍ ພັກກອງກີລາໃນໄລຍະຜ່ານມາ ແມ່ນໄດ້ປະຕິບັດຕາມ 5 ຫຼັກ ການ 3 ທິດນຳຂອງພັກບົນພື້ນ ຖານຍົກສູງບົດບາດການນຳພາ ຂອງພັກດ້ານວຽກວິຊາສະເພາະ ເປັນໄມ້ຫຼາວັດແທກຄຸນນະພາບ. ເຊິ່ງໃນໄລຍະຜ່ານມາຄະນະ ພັກ-ຄະນະບັນຊາໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງແນວ ຄິດໃຫ້ພະນັກງານ- ສະມາຊິກ, ນັກຮົບດ້ວຍການຈັດຕັ້ງເຊື່ອມ ຊຶມແນວທາງນະໂຍບາຍ, ຂໍ້ກຳ ນົດກົດລະບຽບຂອງພັກ, ກົດ ໝາຍຂອງລັດ, ຂໍ້ກຳນົດກົດລະ ບຽບຂອງກອງທັບ ກໍຄືຄາດ ໝາຍສູ້ຊົນຂອງກົມກອງ-ໜ່ວຍ ພັກວາງອອກ, ເອົາໃຈໃສ່ດຳ ເນີນຊີວິດການເມືອງພາຍໃນ ພັກ, ພາຍໃນການຈັດຕັ້ງບັນຊາ, ສ່ອງແສງລາຍງານເປັນປະຈຳ ແລະ ສາມາດເຮັດໃຫ້ແນວຄິດ ພະນັກງານ-ນັກຮົບຢູ່ພາຍໃນກົມ ກອງມີຄວາມສະຫງົບ 100% ໃນນັ້ນສາມາດສະຫຼຸບຕີລາຄາ ແບ່ງປະເພດສະມາຊິກພັກແຂງ ຮອບດ້ານ 74 ສະຫາຍ ເທົ່າກັບ 83%, ສະມາຊິກພັກແຂງ 7 ສະຫາຍ ເທົ່າກັບ 7,8%, ດ້ານວິ ຊາສະເພາະໄດ້ສົ່ງນັກກີລາແຕ່ ລະປະເພດເຂົ້າຮ່ວມການແຂ່ງ ຂັນຫຼາຍລະດັບທັງພາຍໃນ ແລະ ຕ່າງປະເທດ. ສາມາດຍາດໄດ້ 9 ຫຼຽນຄຳ, 6 ຫຼຽນເງິນ ແລະ 3 ຫຼຽນທອງ ເຮັດໃຫ້ກົມກອງ ໜ່ວຍພັກໄດ້ຮັບນາມມະຍົດເປັນ ໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2018 ຢ່າງສົມກຽດ. ໂອກາດດັ່ງກ່າວສະຫາຍ ພົນ ຕີ ຈັນທອງ ສອນຕະອາດ ຍັງໄດ້ ເນັ້ນໜັກໃຫ້ຄະນະນຳ ພະນັກງານ ສະມາຊິກພັກ ພ້ອມກັນຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງທີ່ກະຊວງປ້ອງກັນປະເທດ ມອບໝາຍໃຫ້ ນຳພານັກກີລາ ເຝິກຊ້ອມດ້ວຍຄວາມອົດທົນຂະ ຫຍັນຂັນແຂງ ເພື່ອຍາດເອົາໄຊຊະ ນະທີ່ເປັນຊື່ສຽງກຽດສັກສີຂອງ ກອງທັບປະຊາຊົນລາວມາສູ່ກົມ ກອງ ແລະ ກອງທັບໃຫ້ໄດ້ຫຼາຍ ພ້ອມນັ້ນກໍຕ້ອງເບິ່ງຄືນນະໂຍ ບາຍດ້ານຕ່າງໆໃຫ້ເໝາະສົມ ທັງນີ້ກໍເພື່ອສ້າງຂວັນກຳລັງໃຈ ໃຫ້ເຂົາເຈົ້າໄດ້ປະຕິບັດໜ້າທີ່ ຂອງຕົນຢ່າງເຕັມທີ່ແນວຄິດການ ເມືອງກໍດີຂຶ້ນ. ໂດຍ: ສົມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ