ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ປິດແຂ່ງຂັນສິລະປະວັນນະຄະດີ ສະໝັກຫຼີ້ນ ທົ່ວກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2026-01-21 14:55:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 530 | ຄວາມນິຍົມ:



ພິທີປິດຂະບວນການແຂ່ງຂັນສິລະປະ-ວັນນະຄະດີ ສະໝັກຫຼີ້ນທົ່ວ ກົມໃຫຍ່ເສນາທິການກອງທັບ ໄດ້ສໍາເລັດລົງໃນວັນທີ 16 ມັງກອນ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບົວຄໍາ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາກົມກອງ, ຄະນະກໍາມະການ ແລະ ນັກສິລະປະທັງໝົດ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດຫຼຸບ ການແຂ່ງຂັນແຂ່ງຂັນສິລະປະ-ວັນນະຄະດີ ສະໝັກຫຼີ້ນທົ່ວ ກົມໃຫຍ່ເສນາທິການກອງທັບ, ເພື່ອຂໍ່ານັບຮັບຕ້ອນ ຂໍ່ານັບຊົມເຊີຍວັນສໍາຄັນຕ່າງໆຂອງຊາດ, ການແຂ່ງຂັນແຂ່ງຂັນສິລະປະ-ວັນນະຄະດີ ສະໝັກຫຼີ້ນ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 15 ມັງກອນ 2026 ແລະ ປິດລົງໃນວັນທີ 16 ມັງກອນ 2026, ມີນັກສິລະປະເຂົ້າຮ່ວມທັງໝົດ 317 ສະຫາຍ, ຍິງ 105 ສະຫາຍ, ຄະນະຮັບຜິດຊອບແຕ່ລະພາກສ່ວນ, ກຳມະການຕັດສິນ, ຄະນະກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາ, ນັກສິລະປິນ-ນັກສະແດງ ແລະ ກອງຊົມກອງເຊຍ ໄດ້ເອົາໃຈໃສປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດແຜນການໃນຄັ້ງນີ້ ບັນລຸຜົນສໍາເລັດເປັນຢ່າງສູງ, ບັນດານັກສິລະປະແຕ່ລະສະຫາຍ ໄດ້ທຸ່ມເທເຮື່ອແຮງ ສະຕິປັນຍາ ທາງດ້ານເຕັກນິກ, ພອນສະຫວັນຫຼີ້ນດ້ວຍນໍ້ໃຈນັກສິລະປິນ ຢ່າງສຸດຄວາມສາມາດ ເຂົ້າໃນການແຂ່ງຂັນ, ມີນໍ້າໃຈຕັດສິນໃຈສູງເຂົ້າຮ່ວມແຂ່ງຂັນ ແລະ ເຊຍການແຂ່ງຂັນ ຢ່າງສະເໝີຕົ້ນສະເໝີປາຍ ເຮັດໃຫ້ບັນຍາກາດຂອງງານແຂ່ງຂັນມີຄວາມເບີກບານມ່ວນຊື່ນຟົດຟື້ນຕໍ່-ເນື່ອງ. ສະຫຼຸບຜົນການແຂ່ງຂັນໄດ້ດັ່ງນີ້: ປະເພດບົດຮ້ອງເພງດ່ຽວຊາຍ, ອັນດັບທີ I ໄດ້ແກ່ສະຫາຍ ຮ້ອຍເອກ ທອງໄຫຼ ບົວຄໍາຫຼ້າ ຈາກກອງພັນ 203, ອັນດັບທີ II ໄດ້ແກ່ສະຫາຍ ສິບເອກ ອານຸສອນ ພັນທອງເຮືອງ ຈາກສູນ 14 ແລະ ອັນດັບທີ III ໄດ້ແກ່ສະຫາຍ ພັນຕີ ສຸກປະເສີດ ເພົາລັດສະໝີ ຈາກຫ້ອງການກົມໃຫຍ່ເສນາທິການ; ປະເພດບົດຮ້ອງເພງດ່ຽວຍິງ, ອັນດັບທີ I ໄດ້ແກ່ສະຫາຍ ຊັ້ນ 1 ນາງ ສີແພງ ໄຊຍະວົງ ຈາກກອງຍິງປືນ 199, ອັນດັບທີ II ໄດ້ແກ່ສະຫາຍ ຮ້ອຍເອກ ນາງ ພອນສຸກ ແກ້ວສີນ້າ ຈາກກອງພັນ 203 ແລະ ອັນດັບທີ III ໄດ້ແກ່ສະຫາຍ ຮ້ອຍຕີ ນາງ ຊ້ອນນາລີ ແສງໂສພາ ຈາກກອງພັນ 511; ປະເພດບົດຂັບລຳທ້ອງຖິ່ນ ອັນດັບທີ I ໄດ້ແກ່ສະຫາຍ ຮ້ອຍໂທ ວັນນາ ສຸນາສຸວັນນະສິງ ສູນ 986, ອັນດັບທີ II ໄດ້ແກ່ສະຫາຍ ພັນຕີ ນາງ ແສງພະຈັນ ທອງວິໄຊ ກອງພັນ 224 ແລະ ອັນດັບທີ III ໄດ້ແກ່ສະຫາຍ ສິບເອກ ສຸກ ວົງຄໍາມູນ ຈາກໂຮງຮຽນ 307; ປະເພດບົດຟ້ອນລວມໝູ່ຍິງ-ຊາຍ ອັນດັບທີ I ໄດ້ແກ່ສູນ 2061, ອັນດັບທີ II ໄດ້ແກ່ສູນ 14 ແລະ ອັນດັບທີ III ໄດ້ແກ່ໂຮງຮຽນ 303. ໂອກາດນີ້ໃຫ້ກຽດໂດຍ ສະຫາຍ ພົນຈັດຕະວາ ບົວຄໍາ ສາມາວົງ ຂຶ້ນມອບລາງວັນໃຫ້ແກ່ນັກສິລະປະຢ່າງສົມກຽດ. ໂດຍ: ພຸດທະວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ