ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ຫຼາຍພາກສ່ວນ ມອບເງິນຊຸກຍູ້ ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2026-01-21 14:23:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 572 | ຄວາມນິຍົມ:



ວັນທີ 19 ມັງກອນ 2026 ນີ້, ຫຼາຍພາກສ່ວນ ມອບເງິນຊຸກຍູ້ ກະຊວງປ້ອງກັນປະເທດ, ໃນນີ້, ບໍລິສັດ ບໍ່ຄຳ ວັງຕັດ ຈຳນວນ 4 ຕື້ກີບ ກ່າວມອບໂດຍ ທ່ານ ນາງ ສິລິວັນ ປັດທຳມະວົງ ຮອງຜູ້ອຳນວຍການບໍລິສັດວັງຕັດ, ບໍລິສັດ ລັດວິສາຫະກິດລາວເດີນອາກາດ ຈຳນວນ 350 ລ້ານກີບ ກ່າວມອບໂດຍ ສະຫາຍ ພັນເອກ ປັນທະວີ ສີສົງຄາມ ຜູ້ອຳນວຍການ ບໍລິສັດລັດວິສາຫະກິດລາວເດີນອາກາດ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ຈຳນວນ 100 ລ້ານກີບ ກ່າວມອບໂດຍ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການໃຫຍ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ກ່າວຮັບໂດຍ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໂອກາດນີ້, ແຕ່ລະພາກສ່ວນໄດ້ກ່າວຄຳອວຍພອນໄຊອັນປະເສີດ ຕໍ່ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ, ພ້ອມດ້ວຍຄະນະນໍາກະຊວງປ້ອງກັນປະເທດ ຕະຫຼອດຮອດ ພະນັກງານ-ນັກຮົບ ໃນທົ່ວກອງທັບ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊິວິດສ່ວນຕົວ ແລະ ຄອບຄົວ, ພ້ອມກັນສືບຕໍ່ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໜາຍໃຫ້, ສືບຕໍ່ປົກປັກຮັກສາປະເທດຊາດໃຫ້ມີຄວາມສະຫງົບສຸກຕະຫຼອດໄປ. ໂອກາດດຽວກັນ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຂອບໃຈ ຕໍ່ພາກສ່ວນຕ່າງໆ ທີ່​ໄດ້​ນຳ​ເອົາ​ວັດຖຸ​ປັດ​ໄຈ​ດັ່ງກ່າວ ມາ​ປະກອບສ່ວນ​​ຊຸກຍູ້ໃຫ້​ກະຊວງປ້ອງກັນປະເທດ ໃນຄັ້ງນີ້, ເປັນການ​ປະກອບສ່ວນ​ອັນ​ສຳຄັນເຂົ້າໃນວຽກງານປ້ອງກັນຊາດ ກໍຄືຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ພ້ອມທັງກ່າວອວຍພອນໄຊອັນປະເສີດມາຍັງ 3 ພາກສ່ວນພ້ອມດ້ວຍພະນັກງານຈົ່ງມີສຸຂະພາບແຂງແຮງ, ພ້ອມກັນສືບຕໍ່ດໍາເນີນທຸລະກິດຂອງບໍລິສັດຈະເລີນກ້າວໜ້າ ແລະ ມີຄວາມສໍາເລັດໃນຊີວິດສ່ວນຕົວ ແລະ ຄອບຄົວ. ໂດຍ: ນາງ ອານຸພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ