ສານປະຊາຊົນສູງສຸດ ເຂົ້າອວຍພອນ ສານທະຫານຂັ້ນສູງ
ເວລາອອກຂ່າວ: 2026-01-21 14:14:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 484 | ຄວາມນິຍົມ: ![]()
ວັນທີ 19 ມັງກອນ 2026 ນີ້, ສານປະຊາຊົນສູງສຸດ, ນຳໂດຍ ສະຫາຍ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະນໍາສານທະຫານຂັ້ນສູງ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພັນເອກ ວັນ ສີເຟືອງ ຮັກສາການປະທານສານທະຫານຂັ້ນສູງ ພ້ອມດ້ວຍຄະນະ.
ສະຫາຍ ສະຫາຍ ພັນເອກ ວັນ ສີເຟືອງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທົ່ວສານທະຫານສູງ ກ່າວສະແດງຄວາມຂອບໃຈ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ເຊິ່ງນັບແຕ່ປະເທດຊາດກ້າວເຂົ້າສູ່ລະບອບໃໝ່ ກອງທັບກໍໄດ້ເປັນກຳລັງຫຼັກແຫຼ່ງໃນການຮັກສາ ເອກກະລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນ ເຊິ່ງເປັນໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າ ທີ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ມອບໝາຍໃຫ້, ເວລາໃດກອງທັບກໍຖືສຳຄັນ ແລະ ຕັ້ງໜ້າປະຕິບັດພາລະກິດຂອງຕົນສຳເລັດເປັນກ້າວໆ ສາມາດ ສ້າງໄດ້ບັນດາຜົນງານອັນໃຫຍ່ຫຼວງ ພ້ອມກັບປະຊາຊົນລາວບັນດາເຜົ່າ ໃນການປົກປັກຮັກສາໝາກຜົນ ຂອງການປະຕິວັດໄດ້ຢ່າງໝັ້ນຄົງ, ປະກອບສ່ວນສ້າງສາພັດທະນາປະເທດຊາດ ເຮັດໃຫ້ເສດຖະກິດ ແລະ ຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າດີຂຶ້ນ, ປະເທດຊາດມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານຕະຫຼອດມາ.
ໂດຍ: ລຸນທອງ ສີບຸນເຮືອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















