ສະຫຼຸບສ່ອງແສງ ການປະຕິບັດວຽການກວດກູ້ລະເບີດບໍ່ທັນແຕກ ລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສສປ ລາວ ກັບ ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ຄັ້ງທີ II
ເວລາອອກຂ່າວ: 2026-01-21 14:12:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 527 | ຄວາມນິຍົມ: ![]()
ໃນວັນທີ 20 ມັງກອນ 2026 ນີ້, ທີ່ຫ້ອງວ່າການເມືອງວຽງໄຊ, ແຂວງຫົວພັນ ໄດ້ຈັດກອງປະຊຸມສ່ອງແສງສອງຝ່າຍ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສສປ ລາວ ກັບ ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ຄັ້ງທີ II, ໂດຍການເປັນປະທານຂອງສະຫາຍ ພົນຕີ ສີພອນໄຊ ຄຳທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງຫົວໜ້າຄະນະຊີ້ນຳ ວຽກງານກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ ປະຈຳສົກ 2025-2026, ມີສະຫາຍ ພັນໂທ ອັນເດຼ ບາລານຍຸກ ຫົວໜ້າໜ່ວຍງານກວດກູ້ລະເບີດ, ສູນກູ້ມິນສາກົນ, ວິທະຍາຄານທະຫານຊ່າງແສງ ກຳລັງປະກອບອາວຸດແຫ່ງ ສ ຣັດເຊຍ, ມີຫົວໜ້າກົມຊ່າງແສງ, ຫົວໜ້າການທະຫານແຂວງຫົວພັນ ແລະ ຄະນະຮັບຜິດຊອບວຽກງານແຕ່ລະດ້ານທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນໂທ ອັນເດຼ ບາລານຍຸກ ໄດ້ລາຍການງານການປະຕິບັດໜ້າທີ່ ຢູ່ພາກສະໜາມໃນໄລຍະຜ່ານ ເຊິ່ງສາມາດກວດພົບ ລູກລະເບີດ ທັງໝົດຈຳນວນ 185 ລູກ ແລະ ສາມາດກວດພື້ນທີ່ໄດ້ທັງໝົດ 9.66 ເຮັກຕາ, ໂດຍທາງວິຊາການຂອງຣັດເຊຍເປັນຄົນກວດເຫັນ ແລ້ວມອບໃຫ້ສູນ 523 ກົມຊ່າງແສງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເປັນຜູ້ເກັບຮັກສາ ແລະ ທຳລາຍ ໃນແຕ່ລະມື້ ທັງເປັນຜູ້ສ້າງສະໜາມ ເພື່ອຄວາມສະດວກສະບາຍໃນການປະຕິບັດໜ້າທີ່ວຽກງານໃຫ້ທັນຕາມແຜນການ ແລະ ຮັບປະກັນໄດ້ຄວາມປອດໄພ 100%.
ໂອກາດນີ້, ສະຫາຍ ພົນຕີ ສີພອນໄຊ ຄຳທອງເຫວີນ ກໍໄດ້ແດງຄວາມຂອບໃຈ ພ້ອມທັງຍ້ອງຍໍຊົມເຊີຍ ຕໍ່ເພື່ອນຣັດເຊຍ ທີ່ໄດ້ເສຍສະຫຼະເວລາ ມາຊ່ວຍກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳໃນຄັ້ງນີ້, ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ, ຄະນະຝ່າຍລາວພ້ອມທີ່ຈະເປັນກຳລັງສະໜັບໜູນ ໃນແຕ່ລະຂົງເຂດວຽກງານ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານສຳເລັດໄປຕາມແຜນ ແລະ ທັນຕາມເວລາທີ່ກຳນົດໄວ້.
ໂດຍ: ຮທ ໄພລິນ ບຸນຍັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















