ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ປິດການແຂ່ງຂັນກິລາການທະຫານ, ຍິງປືນທະຫານຮາບ ແລະ ກິລາມວນຊົນ ອ້ອມຂ້າງກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2026-01-21 14:10:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 526 | ຄວາມນິຍົມ:



ພິທີ ປີດການແຂ່ງຂັນກິລາການທະຫານ, ຍິງປືນທະຫານຮາບ ແລະ ກິລາມວນຊົນ ອ້ອມຂ້າງກະຊວງປ້ອງກັນປະເທດ ຊີງຂັນລັດຖະມົນຕີກະຊວງປ້ອງກັນປະເທດ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໄດ້ຈັດຂຶ້ນໃນວັນທີ 20 ມັງກອນ 2026 ນີ້, ທີ່ສະໜາມກິລາກອງທັບ (ຫຼັກ 5) ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ບັນດາ ວິທະຍາຄານ, ໂຮງຮຽນ, ກອງພັນໃຫຍ່ ແລະ ບັນດາກົມກອງ ອ້ອມຂ້າງກະຊວງປ້ອງກັນປະເທດ, ຕະຫຼອດຮອດຄະນະຮັບຜິດຊອບນັກກິລາ, ກຳມະການ ແລະ ນັກກິລາແຕ່ລະພາກສ່ວນ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ຕາງໜ້າໃຫ້ຄະນະຮັບຜິດຊອບການແຂ່ງຂັນກິລາ ໄດ້ລາຍງານຜົນສໍາເລັດຂອງການແຂ່ງຂັນກິລາໃນຄັ້ງນີ້ວ່າ: ການແຂ່ງຂັນໄດ້ດໍາເນີນມາເປັນເວລາ 13 ວັນ ເລີ່ມແຕ່ວັນທີ 08-20 ມັງກອນ 2026 ໄດ້ສໍາເລັດລົງຕາມແຜນການ, ເຊິ່ງເຕັມໄປດ້ວຍບັນຍາກາດ ເບີກບານມ່ວນຊື່ນ, ສ້າງສັນສາມັກຄີ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງເປັນຂະບວນຟົດຟື້້ນ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍປອດໄພ, ເຊິ່ງຜົນການແຂ່ງຂັນປະເພດບຸກຄົນ ແລະ ລວມໝູ່ ຊະນະເລີດ ໄດ້ຮັບຂັນລາງວັນ ພ້ອມເງິນສົດ, ສ່ວນຮອງຊະນະເລີດອັນດັບໜຶ່ງ ແລະ ສອງໄດ້ຮັບເງິນລາງວັນ. ໃນນີ້, ກິລາການທະຫານ: ປະເພດກິລານັກຮົບແຂງແຮງ ປະເພດບຸກຄົນ ລາງວັນທີ I ໄດ້ເເກ່ ກົມໃຫຍ່ເສນາທິການກອງທັບ, ທີ II ກົມສື່ສານ, ທີ III ກົມໃຫຍ່ເສນາທິການກອງທັບ ແລະ ທີ IV ກົມສື່ສານ; ປະເພດລວມໝູ່ ລາງວັນທີ I ກົມໃຫຍ່ເສນາທິການກອງທັບ, ທີ II ກົມສື່ສານ, ທີ III ກອງພັນໃຫຍ່ 279 Cແລະ ທີ IV ກົມ 49; ກິລາແລ່ນມ້າງປະກອບອາວຸດປືນ CKC ແລະ ປືນ AK ປະເພດບຸກຄົນ ລາງວັນທີ I ເເລະ ທີ II ໄດ້ເເກ່ ກົມໃຫຍ່ເສນາທິການກອງທັບ, ທີ III ກອງພັນໃຫຍ່ 661 ແລະ ທີ 4 ກົມສື່ສານ; ປະເພດລວມໝູ່ ລາງວັນທີ I ໄດ້ເເກ່ກົມໃຫຍ່ເສນາທິການກອງທັບ, ທີ II ກົມສື່ສານ, ທີ III ກອງພັນໃຫຍ່ 661 ແລະ ທີ IV ກົມເຄມີສາດ; ກິລາ 3 ວິຊາການທະຫານສົມທົບ ປະເພດບຸກຄົນ ລາງວັນທີ I ໄດ້ເເກ່ ກົມໃຫຍ່ເສນາທິການກອງທັບ, ທີ II ກອງພັນໃຫຍ່ 661, ທີ III ເເລະ ທີ IV ກົມໃຫຍ່ເສນາທິການກອງທັບ; ປະເພດລວມໝູ່ ລາງວັນທີ I ໄດ້ເເກ່ ກົມໃຫຍ່ເສນາທິການກອງທັບ, ທີ II ກອງພັນໃຫຍ່ 661 ແລະ ທີ III ກົມສື່ສານ; ກິລາຜ່ານສິ່ງກິດຂວາງ 4 X 50 m, ປະເພດບຸກຄົນ ລາງວັນທີ I, ທີ II, ທີ III ໄດ້ເເກ່ ກອງພັນໃຫຍ່ 661 ແລະ ທີ IV ກົມ 49; ປະເພດລວມໝູ່ ລາງວັນທີ I ໄດ້ເເກ່ ກອງພັນໃຫຍ່ 661, ທີ II ກົມ 49, ທີ III ກອງພັນໃຫຍ່ 941 ແລະ ທີ IV ກົມໃຫຍ່ເສນາທິການກອງທັບ; ປະເພດກິລາຍິງປືນທະຫານຮາບ: ກິລາປືນມື AK ບົດທີ 1 ປະເພດບຸກຄົນ ລາງວັນທີ I ໄດ້ເເກ່ ກົມໃຫຍ່ເສນາທິການກອງທັບ, ທີ II ວິທະຍາຄານເຕັກນິກ, ທີ III ກົມ 213 ແລະ ທີ IV ກອງພັນໃຫຍ່ 11; ປະເພດລວມໝູ່ ລາງວັນທີ I ໄດ້ເເກ່ ກົມໃຫຍ່ເສນາທິການ ກອງທັບ, ທີ II ກົມລົດຕັງຍານເກາະ, ທີ III ກົມ 213 ແລະ ທີ 4 ວິທະຍາຄານເຕັກນິກ; ກິລາປືນ (SVD) ປະເພດບຸກຄົນລາງວັນທີ I ໄດ້ເເກ່ກົມ 49 ກົມໃຫຍ່ເສນາທິການກອງທັບ, ກົມ 213, ທີ III ກົມລົດຕັງ ຍານເກາະ ແລະ ທີ IV ກົມ 49; ປະເພດລວມໝູ່ ລາງວັນທີ I ໄດ້ເເກ່ ກົມ 49, ທີ II ກົມ 213, ທີ III ກົມລົດຕັງຍານເກາະ ແລະ ທີ 4 ກອງພັນໃຫຍ່ 941; ກິລາປືນກົນມື AK ບົດທີ 2 ປະເພດທີມ ລາງວັນທີ I ໄດ້ເເກ່ ກົມໃຫຍ່ເສນາທິການກອງທັບ, ທີ II ກົມ 49, ທີ III ກົມລົດຕັງຍານເກາະ ແລະ ທີ IV ກອງພັນໃຫຍ່ 941; ກິລາປືນກົນກາງ RPK ປະເພດທີມ ລາງວັນທີ I ໄດ້ເເກ່ ກົມ 49, ທີ II ກົມໃຫຍ່ເສນາທິການ ກອງທັບ, ທີ III ກົມລົດຕັງຍານເກາະ ແລະ ທີ IV ກົມຊ່າງແສງ; ກິລາປືນກົນກາງ RPK/AK ບົດຍິງປະສານ ປະເພດທີມ ລາງວັນທີ I ໄດ້ເເກ່ ກົມໃຫຍ່ເສນາທິການກອງທັບ, ທີ II ກົມ 213, ທີ III ກົມ 49 ແລະ ທີ 4 ກົມລົດຕັງຍານເກາະ; ກິລາປືນສັ້ນຊາຍ K-59 ປະເພດທີມ ລາງວັນທີ I ໄດ້ເເກ່ ກົມໃຫຍ່ເສນາທິການກອງທັບ, ທີ II ກົມ 213, ທີ III ກົມ 49 ແລະ ທີ 4 ກອງພັນໃຫຍ່ 11; ກິລາປືນສັ້ນຍິງ K-59 ປະເພດທີມ ທີ I ກົມໃຫຍ່ເສນາທິການກອງທັບ, ທີ II ກົມ 213, ທີ III ກົມ 49 ແລະ ທີ IV ກອງພັນໃຫຍ່ 11; ປະເພດກິລາມວນຊົນ: ກິລາກະຕໍ້ທີມດ່ຽວຊາຍ ທີ I ກົມໃຫຍ່ເຕັກນິກກອງທັບ, ທີ II ກົມໃຫຍ່ພະລາທິການກອງທັບ, ທີ III ກອງພັນໃຫຍ່ 279 ແລະ ທີ IV ກົມສື່ສານ; ກິລາເປຕັງປະສົມ (ຊາຍ-ຍິງ) ທີ I ກອງບັນຊາການທະຫານນະຄອນຫຼວງ, ທີ II ກົມ 213, ທີ III ກົມປ້ອງກັນອາກາດ ແລະ ທີ IV ຫ້ອງວ່າການກະຊວງປ້ອງກັນປະເທດ; ກິລາບານສົ່ງຍິງໃນຮົ່ມ ທີ I ກົມສື່ສານ, ທີ II ກົມໃຫຍ່ພະລາທິການ ກອງທັບ, ທີ III ວິທະຍາຄານການແພດກອງທັບ ແລະ ທີ IV ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ; ກິລາບານສົ່ງຊາຍໃນຮົ່ມ ທີ I ກົມໃຫຍ່ເສນາທິການກອງທັບ, ທີ II ຫ້ອງວ່າການກະຊວງປ້ອງກັນປະເທດ, ທີ III ກົມໃຫຍ່ການເມືອງກອງທັບ ແລະ ທີ IV ວິທະຍາຄານນາຍທະຫານບົກ ກົມມະດໍາ; ກິລາບານເຕະຊາຍ ທີ I ກົມ213, ທີ II ວິທະຍາຄານນາຍທະຫານບົກກົມມະດຳ, ທີ III ກອງພັນໃຫຍ່ 941 ແລະ ທີ IV ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ. ຈາກນັ້ນ, ໃນພິທີກໍໄດ້ມອບຂັນ ແລະ ເງິນລາງວັນໃຫ້ເເກ່ນັກກິລາເເຕ່ລະປະເພດ ຕາມລຳດັບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ