ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ມອບ​ເຄື່ອງ​ກິລາ ໃຫ້​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ
ເວລາອອກຂ່າວ: 2026-01-19 09:26:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 166 | ຄວາມນິຍົມ:



ວັນ​ທີ 12 ມັງກອນ 2026 ນີ້, ສະຫາຍ ພັນ​ໂທ ແຫວນກາ ວັນນະ​ວົງ ຕາງໜ້າ​ໃຫ້ບໍລິສັດ​ວຽງ​ອຸດົມ​ຊັບ​ກໍ່ສ້າງ​ຈຳກັດ​ຜູ້​ດຽວໄດ້​ນຳ​ເອົາ​ເຄື່ອງ​ກິລາຈຳ ນວນ 31 ຊຸດ ລວມ​ມູນ​ຄ່າ 3.000.000 ກີບ ມາ​ມອບ​ໃຫ້​ຫ້ອງ​ການເມືອງ ກອງບັນຊາການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ຂອງ​ກົມກອງ ທີ່​ພວມ​ດຳເນີນ​ແຂ່ງຂັນ​ໃນ​ປັດ ຈຸບັນ ເພື່ອ​ຂ່ຳນັບ​ຮັບ​ຕ້ອນວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 77 ປີ ທີ່​ຈະ​ມາ​ເຖິງນີ້ ໃຫ້​ມີ​ຂະ​ບວນການຟົດຟື້ນ,ກ່າວ​ຮັບ​ໂດຍ​ ສະຫາຍ ພັນ​ໂທ ສີປະເສີດ ສອນພັນ ຫົວໜ້າຫ້ອງການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ພ້ອມ​ດ້ວຍ​ຄະນະ. ໂອກາດ​ນີ້, ສະຫາຍ ພັນໂທ ສີ​ປະເສີດ ສອນ​ພັນ ໄດ້​ກ່າວສະ ແດງ​ຄວາມ​ຂອບໃຈ​ມາ​ຍັງບໍລິ ສັດ​ວຽງ​ອຸດົມ​ຊັບ​ກໍ່ສ້າງ​ຈຳກັດ​ຜູ້​ດຽວ ທີ່​ເປັນ​ຫ່ວງ​ເປັນ​ໃຍ ແລະ ໃຫ້​ຄວາມ​ສຳຄັນ​ຕໍ່​ກັບ​ກຳລັງ​ປະ ກອບ​ອາວຸດ​ທອງ​ຖິ່ນ​ແຂວງໄຊ​ ຍະ​ບູ​ລີ​ພວກ​ເຮົາ ກໍ​ຄືຫ້ອງ​ການ ເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ຈຶ່ງ​ໄດ້​ນຳ​ເອົາ​ວັດຖຸ​ປັດ​ໄຈ ມາ​ມອບ​ໃຫ້​ໃນ​ຄັ້ງ​ນີ້ ແລະ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ ​ນຳ​ໃຊ້​ເຄື່ອງ​ດັ່ງກ່າວ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ໄຊ​ຍະ​ສັກ ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ