ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ກຸມພາ 2026

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ ເລກ 2 ວຽງ​ໄຊ ມອບ​ເງິນ​ອຸດ​ໜູນ​ໃຫ້​ພະນັກງານ​ກ່ອນ​ເຂົ້າ​ຮັບ​ບຳນານ
ເວລາອອກຂ່າວ: 2026-01-19 09:25:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ:



ວັນ​ທີ 14 ມັງກອນ 2026 ນີ້, ໂຮງຮຽນ​ກໍ່ ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ ໄດ້​ມອບ​ເງິນ​ອຸດ​ໜູນ​ໃຫ້​ພະນັກງານ​ກ່ອນ​ເຂົ້າ​ຮັບ​ບຳນານ ໂດຍ​ການ​ເປັນ​ປະທານ ຂອງ ສະຫາຍ ພັນ​ເອກ ສຳລີ ຈັນທະ​ວົງ ຫົວໜ້າ​ການເມືອງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ຫ້ອງການ, ກອງພັນ, ພະແນກການ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ອາລັນ​ຍາ ແກ້ວ​ສຸລິຍາ ຫົວໜ້າ​ພະ​ແນກ​ນະໂຍ ບາຍ ໂຮງຮຽນ ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ​ພັກ​ການ​ຮັບ​ເບ້ຍ​ບຳນານ, ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ​ນາຍ​ທະຫານ ກອງທັບ​ປະຊາຊົນ​ລາວ​ໝວດ 1 ມາດຕາ 33 ແລະ 34, ອີງ​ຕາມ​ກົດໝາຍ​ວ່າ​ດວ້ຍ​ປະກັນ​ສັງຄົມ ແລະ ຂໍ້​ຕົກລົງ ວ່າ​ດວ້ຍ​ການ​ປະຕິບັດ​ເງິນ ອຸດ​ໜູນ​ໃຫ້​ນາຍ​ທະຫານ​ທີ່​ພັກ​ການ​ຮັບ​ເບ້ຍ​ບຳນານ​ຢູ່​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ ຈຳນວນ 8 ສະຫາຍ ລວມ​ເປັນ​ເງິນ​ທັງ​ໝົດ​ຈຳນວນ 163.800.000 ກວ່າ​ກີບ. ສະຫາຍ ພັນ​ເອກ ສຳລີ ຈັນທະ​ວົງ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ບັນດາ​ຜົນງານ​ໃນ​ໄລຍະ​ຜ່ານ​ມາ ທີ່​ບັນດາ​ສະຫາຍ​ໄດ້​ປະກອບສ່ວນ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດ​ທະນາ​ປະເທດ​ຊາດ​ເວົ້າ​ລວມ, ເວົ້າ​ສະເພາະ​ກໍ່​ຄື​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ທີ່​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ໂຮງຮຽນ ເຕີບ​ໃຫຍ່​ຂະຫຍາຍຕົວ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ ທີ່​ພັກ​ການ​ຮັບ​ເບ້ຍ​ບຳນານ​ຈົ່ງ​ສືບຕໍ່​ນຳ​ມູນເຊື້ອ ແລະ ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຕົນ​ປະກອບ​ສ່ວນ​ເຂົ້າ​ໃນ​ອົງ​ການຈັດຕັ້ງ​ຂອງ​ບ້ານ​ທີ່​ຕົນ​ອາ​ໃສ​ຢູ່, ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ເງິນ​ຈຳນວນ​ດັງ​ກ່າວ​ນີ້​ໄປ​ນຳ​ໃຊ້​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ພາຍ​ໃນ​ຄອບຄົວ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ ສືບຕໍ່​ສຶກ​ສາ​ອົບ​ຮົບ​ລູກ​ຫລານ​ຂອງ​ຕົນ​ໃຫ້​ມີ​ແນວ​ຄິດ​ການເມືອງ​ໜັກ​ແໝ້ນ​ປະຕິບັດ​ລະບຽບ​ກົດໝາຍ​ບ້ານ​ເມືອງ​ວາງ​ອອກ​ໃຫ້​ເຂັ້ມ​ງວດ. ໂດຍ: ຄຳ​ແປງ ຟອງ​ສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ