ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ຖືສຳຄັນວຽກງານສຶກສາອົບຮົມການເມືອງນຳພາແນວຄິດ ແລະ ການແກ້ໄຂຊີວິດການເປັນຢູ່ຂອງກົມກອງ
ເວລາອອກຂ່າວ: 2026-01-09 11:08:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1155 | ຄວາມນິຍົມ:



ການເຮັດວຽກງານສຶກສາອົບຮົມການເມືອງນຳພາແນວຄິດ, ການປັບປຸງລະບຽບແບບແຜນ ແລະ ການແກ້ໄຂຊີວິດການເປັນຢູ່ຂອງກົມກອງ ແມ່ນປັດໄຈພື້ນຖານສຳຄັນ ໃນການສ້າງບາດກ້າວບຸກທະລຸຢູ່ໃນກອງທັບ ເຊິ່ງວຽກງານດັ່ງກ່າວ ໄດ້ຖືກນຳໄປຈັດຕັ້ງປະຕິບັດຢູ່ບັນດາກົມກອງໃນທົ່ວກອງທັບ, ໂດຍສະເພາະຢູ່ກອງພັນຊ່າງແສງ 561 ກອງພົນທີ 1 ເຫັນວ່າ ໄດ້ຮັບໝາກຜົນດີພໍສົມຄວນ. ສະຫາຍ ພັນໂທ ສຸລິນທອນ ລິມະສິດ ຫົວໜ້າການທະຫານ ກອງພັນຊ່າງແສງ 561 ໄດ້ໃຫ້ຮູ້ວ່າ: ກອງພັນຊ່າງແສງ 561 ແມ່ນກົມກອງການໜຶ່ງ ໃນເຫຼົ່າຮົບຊ່າງແສງ ໂດຍພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກ-ຄະນະບັນຊາກອງພົນທີ 1 ເຊິ່ງໃນໄລຍະຜ່ານມາ ກົມກອງໄດ້ພ້ອມກັນສູ້ຊົນນຳພາພັດທະນາກົມກອງ ດ້ວຍການຍົກສູງນ້ຳໃຈເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ດ້ວຍການເຮັດວຽກການສຶກສາອົບຮົມປຸກລະດົມຊຸກຍູ້ພະນັກງານ, ສະມາຊິກພັກ ແລະ ນັກຮົບ ເຂົ້າຮ່ວມຈັດຕັ້ງປະຕິບັດເນື້ອໃນແຜນການ, ຄາດໝາຍສູ້ຊົນແຕ່ລະດ້ານທີ່ຄະນະພັກ-ຄະນະບັນຊາກົມກອງວາງອອກ ດ້ວຍຄວາມເປັນເຈົ້າການ ບົນຄຳຂວັນທີ່ວ່າ: ຮັກຄ້າຍຄືເຮືອນ ແລະ ຮັກໝູ່ເພື່ອນເໝືອນດັ່ງອ້າຍນ້ອງຮ່ວມອຸທອນດຽວກັນ. ເຖິງວ່າມີຫຼາຍສະຫາຍໃນໝູ່ຄະນະ ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ ຕາມຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງກໍຕາມ ແຕ່ບັນດາສະຫາຍໃນຄະນະພັກທີ່ຖືກແຕ່ງຕັ້ງບົ່ງຕົວໃໝ່ ກໍໄດ້ພ້ອມກັນຢຶດໝັ້ນ ແລະ ເສີມຂະຫຍາຍມູນເຊື້ອການນຳພາ ແລະ ຜົນງານທີ່ຄະນະພັກຮຸ່ນກ່ອນໄດ້ສ້າງໄວ້ ເຂົ້າໃນການນຳພາກົມກອງ ເຄື່ອນໄຫວເຮັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ນຳພາຂະບວນການພັດທະນາໃນດ້ານຕ່າງໆ ໄປຕາມເນື້ອໃນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຮັດໃຫ້ກົມກອງ ມີບາດກ້າວປ່ຽນແປງໃຫມ່, ມີຄວາມສະຫງົບດ້ານແນວຄິດການເມືອງ, ມີລະບຽບວິໄນເຂັ້ມງວດ, ພະນັກງານ-ນັກຮົບ ມີຄວາມຈູບຈ້າວຫ້າວຫັນຕໍ່ໜ້າທີ່ວຽກງານ, ເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດແຜນການວຽກງານແຕ່ລະດ້ານ ໃນແຕ່ລະໄລຍະ ສາມາດຍາດໄດ້ຜົນສຳເລັດດ້ວຍຄຸນນະພາບອັນດີ ເປັນຕົ້ນແມ່ນ ວຽກງານວິຊາສະເພາະ, ການອົບຮົມ-ຫັດແອບ, ການກຽມພ້ອມສູ້ຮົບ, ການປະຕິບັດ ແລະ ປັບປຸງລະບຽບແບບແຜນ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ການເຄື່ອນໄຫວວຽກງານວັດທະນະທຳ, ກິລາ, ສິລະປະ-ວັນນະຄະດີ, ການຮັບປະກັນຊີວິດການເປັນຢູ່ ແລະ ການປັບປຸງປົວແປງພື້ນຖານໂຄງລ່າງຕ່າງໆ ໃຫ້ມີຄວາມແໜ້ນໜາຖາວອນ, ເປັນລະບຽບຈົບງາມ ຕິດພັນກັບ ການສ້າງຂະບວນການຕ່າງໆ ເພື່ອພັດທະນາກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ຕາມທິດສ້າງກອງປອດໃສ, ປອດໄພ, ປອດຄະດີ, ກອງວັດທະນະທຳ ແລະ ນັກຮົບວັດທະນະທໍາ. ສະຫາຍ ພັນໂທ ສຸລິນທອນ ລິມະສິດ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ຄະນະພັກ-ຄະນະບັນຊາ ແມ່ນໄດ້ສຸມໃສ່ນຳພາການປະຕິບັດໜ້າທີ່ວຽກງານຂອງຕົນ ສາມາຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ຈັດຕັ້ງກໍາລັງໄປປະຈໍາຢູ່ປ້ອມຕ່າງໆ, ຈັດຕັ້ງກໍາລັງອອກເຄື່ອນໄຫວສາລະເວ ໃນຂອບເຂດກົມກອງຮັບຜິດຊອບ 62 ຄັ້ງ, ເພື່ອສະກັດກັ້ນບັນດາໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ຢູ່ຂອບເຂດກົມກອງຮັບຜິດຊອບ ໃນໄລຍະຜ່ານມາເຫັນວ່າ ມີຄວາມປອດໄພ 100%. ພ້ອມດຽວກັນ ຍັງໄດ້ຈັດຕັ້ງລະບົບປະຈໍາການ 3 ຂັ້ນ ກຽມພ້ອມຕະຫຼອດ 24 ຊົ່ວໂມງ ແລະ ຍັງໄດ້ຈັດຕັ້ງກໍາລັງ, ວັດຖຸອຸປະກອນ, ພາຫະນະເຕັກນິກຈໍານວນໜຶ່ງ ເຝົ້າລະວັງ ແລະ ກຽມພ້ອມປະຕິບັດຕາມຄໍາສັ່ງຂອງຂັ້ນເທິງ ຕະຫຼອດ 24 ຊົ່ວໂມງ ໄປຄຽງຄູ່ກັບການຄຸດຄົ້ນທ່າແຮງບົ່ມຊ້ອນໃນກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ ຕາມທິດນໍາ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ໃຫ້ປະກົດຜົນເປັນຈິງນັ້ນ ຄະນະພັກ-ຄະນະບັນຊາ ໄດ້ນໍາພາພະນັກງານ-ນັກຮົບ ປູກຝັງ-ລ້ຽງສັດ ໃນນີ້, ປູກມັນຕົ້ນຂາຍໄດ້ເງິນ 15.810.000 ກີບ, ປູກໄມ້ອຸດສາຫະກໍາ 906 ຕົ້ນ, ປູກໄມ້ປະດັບ 70 ຕົ້ນ, ສາມາດສະໜອງຜັກເຂົ້າເຮືອນຄົວລວມໄດ້ 85%. ນອກນີ້, ຍັງໄດ້ລ້ຽງງົວ 15 ໂຕ, ໝູ 2 ໂຕ, ສັດປີກ 912 ໂຕ, ປາດຸກພັນ 2.000 ໂຕ, ກົບ 4.800 ໂຕ, ສາມາດສະໜອງ ຊີ້ນ-ປາ ເຂົ້າເຮືອນຄົວລວມໄດ້ 75%. ໄປພ້ອມກັນນີ້, ຄະນະພັກ-ຄະບັນຊາ ຍັງໄດ້ສຸມໃສ່ປັບປຸງສະຖານທີ່ຄ້າຍຄູ ຍົກຫຼັງຄາຫ້ອງການກອງພັນ ໃຫ້ເປັນລະບົບຄົບຊຸດແໜ້ນໜາຖາວອນເທື່ອລະກ້າວ ດ້ວຍທຶນ, ແຮງງານ, ວິຊາການ, ພາຫະນະ-ເຕັກນິກຂອງຕົນເອງ ແລະ ຂັ້ນເທິງຊ່ວຍເຫຼືອຈໍານວນໜຶ່ງ, ໄດ້ສ້າງສາງອາວຸດ ຂະໜາດ 4x6m ຈໍານວນ 1 ຫຼັງ ລາຄາ 26.375.000 ກີບ ແລະ ສ້ອມແປງເຮືອນຄົວ ຂະໜາດ 5x6m ມູນຄ່າ 9.835.000 ກີບ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ