ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະໂຄສະນາອົບຮົມສູນກາງພັກແຈ້ງການແນະນຳການຈັດຕັ້ງໂຄສະນາປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ
ເວລາອອກຂ່າວ: 2018-11-22 10:45:54 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ:



ໃນວັນທີ 12 ພະຈິກ 2018 ຜ່ານມານີ້, ຄະນະໂຄສະນາອົບ ຮົມສູນກາງພັກໄດ້ອອກແຈ້ງ ການແນະນຳເຖິງບັນດາຄະນະ ພັກບັນດາກະຊວງ-ອົງການ, ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນອ້ອມຂ້າງສູນກາງ, ຄະນະພັກນະຄອນຫຼວງວຽງຈັນ ແລະ ຄະນະພັກແຂວງໃນທົ່ວປະ ເທດເລື່ອງການຈັດຕັ້ງໂຄສະນາ ປາຖະກະຖາວັນສ້າງຕັ້ງກອງ ທັບ ປະຊາຊົນລາວຄົບຮອບ 70 ປີ ໃຫ້ແກ່ພະນັກງານສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ. ເພື່ອຈັດຕັ້ງການໂຄສະນາ-ປາ ຖະກະຖາກ່ຽວກັບທາດແທ້, ມູນເຊື້ອພິລາດອາດຫານ ແລະ ຜົນງານອັນໃຫຍ່ຫລວງທີ່ກອງ ທັບ ແລະ ປະຊາຊົນລາວຍາດມາ ໄດ້ໃນຕະຫລອດໄລຍະ 70 ປີທີ່ ຜ່ານມາ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວໃຫ້ ເລິກເຊິ່ງ ແລະ ກວ້າງຂວາງ ໂດຍແນໃສ່ສຶກສາອົບຮົມພະນັກ ງານ, ສະມາຊິກພັກ, ປະຊາຊົນ, ຊັ້ນຄົນຕ່າງໆໃຫ້ມີຈິດໃຈຮັກ ຊາດ, ຮັກລະບອບໃໝ່, ຮັກລະ ບອບປະຊາທິປະໄຕປະຊາຊົນ, ສ້າງຄວາມສາມັກຄີໃຫ້ເປັນປຶກ ແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ ເພິ່ງຕົນເອງ, ມີສະຕິລະວັງຕົວຕໍ່ ກົນອຸບາຍມ້າງເພທຳລາຍຂອງ ອິດທິກຳລັງປໍລະປັກ ແລະ ເປັນ ເຈົ້າການເຂົ້າຮ່ວມໃນການປະຕິ ບັດແນວທາງປ້ອງກັນຊາດ- ປ້ອງກັນຄວາມສະຫງົບທົ່ວປວງ ຊົນຮອບດ້ານຂອງພັກ, ທັງເປັນ ການໂຄສະນາສຶກສາອົບຮົມນຳ້ ໃຈປະຕິວັດ, ຄວາມກະຕັນຍູຮູ້ບຸນ ຄຸນ ແລະ ຮຳ່ຮຽນເອົາແບບຢ່າງ ຄຸນສົມບັດສິນທຳປະຕິວັດ, ຄຸນ ງາມຄວາມດີຂອງປະທານໄກ ສອນ ພົມວິຫານ ແລະ ບັນດາ ທ່ານຜູ້ນຳຮຸ່ນກ່ອນ ແລະ ພະນັກ ງານນັກຮົບປະຕິວັດຖືໂອກາດ ສ້າງຂະບວນການຕອບບຸນແທນ ຄຸນຜູ້ທີ່ໄດ້ເສຍສະຫລະຊີວິດ, ຜູ້ ເສຍອົງຄະ, ຄອບຄົວຜູ້ທີ່ມີຜົນ ງານທີ່ໄດ້ປະກອບສ່ວນເຂົ້າໃນ ພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ທັງເປັນການ ປຸກລະດົມສ້າງຂະບວນການດ້ານ ຕ່າງໆຢ່າງແຂງແຮງ ແລະ ຟົດ ຟື້ນເພື່ອຂຳ່ນັບຮັບຕ້ອນ ແລະ ລະ ນຶກເຖິງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ ໃຫ້ມີ ເນື້ອໃນ ແລະ ຄວາມໝາຍສຳຄັນ, ມີບັນ ຍາກາດເບີກບານມ່ວນຊື່ນ, ມີຄວາມສະຫງົບ, ມີຄວາມປອດ ໄພ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍ. ສຳລັບເນື້ອໃນໂຄສະນາປາ ຖະກະຖາ ແລະ ຄຳຂວັນປຸກລະ ດົມແມ່ນໃຫ້ນຳໃຊ້ເອກະສານໂຄ ສະນາປາຖະກະຖາວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ຄະນະໂຄສະນາອົບຮົມ ສູນກາງພັກຮ່ວມກັບກະຊວງ ປ້ອງກັນປະເທດຄົ້ນຄວ້າ ແລະ ປັບປຸງສົ່ງມາໃຫ້ ໃຫ້ອີງໃສ່ປະ ຫວັດສາດຂອງຊາດ, ປະຫວັດ ຂອງພັກ, ປະຫວັດສາດຂອງກອງ ທັບປະຊາຊົນລາວ ແລະ ປະຫວັດ ສາດຂອງທ້ອງຖິ່ນເພື່ອເປັນຂໍ້ມູນ ປະກອບໃຫ້ແກ່ການປາຖະກະ ຖາ ໃນການປາຖະກະຖາອາດ ຈະສົມທົບກັບການສາຍຮູບເງົາ, ສາຍສາລະຄະດີກ່ຽວກັບປະ ຫວັດມູນເຊື້ອຂອງກອງທັບ, ຜົນ ງານໃນການປົກປັກຮັກສາປະ ເທດຊາດ ຕິດປ້າຍຄຳຂວັນນ້ຳ ໃຈວັນທີ 20 ມັງກອນ ຫມັ້ນຍືນ, ຊົມເຊີຍວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ ຢ່າງ ສຸດໃຈ, ປະທານໄກສອນ ພົມວິ ຫານຜູ້ນຳທີ່ເຄົາລົບຮັກຍືນຍົງ ໃນພາລະກິດປະຕິວັດລາວ, ບໍລິ ສຸດຕໍ່ຊາດຮັບໃຊ້ປະຊາຊົນຢ່າງ ສຸດໃຈ, ເສີມຂະຫຍາຍທາດແທ້ ມູນເຊື້ອປະຕິວັດສຳເລັດທຸກຫນ້າ ທີ່. ສຳລັບເປົ້າຫມາຍເຂົ້າຮ່ວມ ແລະ ກຳນົດເວລາກະຊວງອົງ ການຈັດຕັ້ງພັກ-ລັດປະກອບ ດ້ວຍຄະນະພັກ, ຫົວຫນ້າ-ຮອງ ຫົວຫນ້າກົມ, ຫົວຫນ້າ-ຮອງຫົວ ຫນ້າພະແນກ, ພະນັກງານປະຕິ ວັດອາວຸໂສ-ບຳນານ ແລະ ພະນັກ ງານລັດຖະກອນທັງຫມົດຂອງ ຂະແຫນງການຕົນ, ນະຄອນ ຫຼວງ, ແຂວງປະກອບດ້ວຍກຳ ມະການພັກແຂວງ, ກຳມະການ ພັກເມືອງ, ຫົວໜ້າ-ຮອງຫົວ ຫນ້າພະແນກເລຂາ-ຮອງເລ ຂາພັກບ້ານອຳນາດການປົກຄອງ ບ້ານ, ແນວໂຮມ, ອົງການຈັດ ຕັ້ງມະຫາຊົນ, ພະນັກງານປະຕິ ວັດອາວຸໂສບຳນານ, ນັກຮຽນ-ນັກສຶກສາ, ປັນຍາຊົນຕະຫຼອດ ຮອດພໍ່ແມ່ປະຊາຊົນບັນດາເຜົົ່າ ພາຍໃນແຂວງຂອງຕົນ. ກຳນົດເວລາການຈັດຕັ້ງປາ ຖະກະຖາວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ (20/1/1949-20/1/2019) ໃຊ້ເວລາ 1 ຕອນ ນັບແຕ່ມື້ໄດ້ຮັບ ເອກະສານປາຖະກະຖາທີ່ຄະນະ ໂຄສະນາອົບຮົມສູນກາງພັກສົ່ງ ໃຫ້. ສຳລັບວິທີຈັດຕັ້ງປະຕິບັດ: ຄະ ນະພັກແຕ່ລະຂັ້ນຄົ້ນຄວ້າປຶກສາ ຫາລື ແລະ ວາງແຜນຈັດຕັ້ງປາ ຖະກະຖາໃຫ້ທົ່ວເຖິງທຸກເປົ້າ ຫມາຍໃນຂອບເຂດຄວາມຮັບ ຜິດຊອບຂອງຕົນ ຢູ່ກະຊວງ-ອົງ ການທີ່ມີຈຳນວນພົນຫຼາຍໃຫ້ມີ ການຈັດຕັ້ງເປັນຫຼາຍຊຸດ, ສຳ ລັບນະຄອນຫຼວງ, ແຂວງໃຫ້ມີ ການຈັດຕັ້ງເປັນ 2 ລະດັບ(ລະ ດັບນະຄອນຫຼວງ, ແຂວງ, ລະດັບ ເມືອງ ແລະ ຮາກຖານບ້ານ) ແລະ ໃຫ້ຈັດຕັ້ງມີຫລາຍຊຸດຕາມ ເງື່ອນໄຂຄວາມເປັນຈິງຂອງທ້ອງ ຖິ່ນ ໂດຍມີຄະນະໂຄສະນາອົບຮົມ ແຂວງ ແລະ ຄະນະໂຄສະນາອົບ ຮົມເມືອງເປັນເສນາທິການໃຫ້ ແກ່ຄະນະພັກຂອງຕົນ. ພາຍຫລັງ ທີ່ໄດ້ຈັດຕັ້ງການປາຖະກະຖາສຳ ເລັດໃຫ້ລາຍງານຜົນຂອງການ ຈັດຕັ້ງປາຖະກະຖາໃຫ້ຄະນະໂຄ ສະນາອົບຮົມສູນກາງພັກຮັບ ຊາບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ