ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ປະກາດການແຕ່ງຕັ້ງພະນັກງານຊ່ວຍວຽກຢູ່ບັນດາອົງການກົມກອງ ທີ່ຂຶ້ນກັບ ວຕກ
ເວລາອອກຂ່າວ: 2026-01-07 15:09:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1137 | ຄວາມນິຍົມ:



ວັນທີ 6 ມັງກອນ 2026 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງໜ້າທີ່ພະນັກງານຊ່ວຍວຽກຢູ່ບັນດາອົງການ ກົມກອງ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດພົນທິລາດ ຫົວໜ້າການທະຫານວິທະຍາຄານເຕັກນິກການທະຫານ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄະນະວິຊາ, ສູນເຝິກຫັດທົດລອງ, ກອງພັນນັກສຶກສາ ຕະຫຼອດພະນັກງານທີ່ກ່ຽວຂອງເຂົ້າຮ່ວມ. ສະຫາຍ ພັນໂທ ຄຳຮັກ ຄຳແສງທະນົງ ຮອງຫົວໜ້າຫ້ອງການບໍລິຫານ ໄດ້ຜ່ານຂໍ້ຕົກລົງ ອຳນວຍການວິທະຍາຄານເຕັກນິກການທະຫານ ວ່າດ້ວຍການແຕ່ງຕັ້ງນາຍສິບ ແລະ ພົນທະຫານຊ່ວຍວຽກຢູ່ບັນດາອົງການກົມກອງ ໃນນີ້ ແຕ່ງຕັ້ງ ສະຫາຍ ຮ້ອຍໂທ ນາງ ຈ່ອຍ ໄຊຍະສອນ ຊ່ວຍວຽກພະແນກ ກຳລັງພົນ ຫ້ອງການ-ບໍລິຫານ, ສະຫາຍ ສິບຕີ ແບັກຊັນເດີ ວັນນະຈິດ ຊ່ວຍວຽກພະແນກສັງລວມ ຫ້ອງການ-ບໍລິຫານ, ສະຫາຍ ສິບຕີ ນາງ ຕຸລາພອນ ແອ່ນຮຸ່ງລັດ ຊ່ວຍວຽກພະແນກບໍລິຫານ ຫ້ອງການ-ບໍລິຫານ, ສະຫາຍ ສິບຕີ ນາງ ພອນສະຫວັນ ເທບວົງສາ ຊ່ວຍວຽກ ພະແນກແຜນການ-ບໍລິຫານ ຫ້ອງວິທະຍາສາດ ເຕັກໂນໂລຊີ ແລະ ສິງແວດລ້ອມ, ສະຫາຍ ສິບຕີ ນາງ ທິບພາສອນ ສຸຂະວິໄນ ຊ່ວຍວຽກ ສູນທົດລອງເຝິກຫັດ, ສະຫາຍ ສິບຕີ ນາງ ເພັດລານີ ແກ້ວລັດຕະນະພອນ ຊ່ວຍວຽກ ຄະນະວິຊາການທະຫານ, ສະຫາຍ ສິບຕີ ນາງ ວັນເພັງ ນັນທະວົງ ຊ່ວຍວຽກພະແນກ ຈັດຕັ້ງພັກ ຫ້ອງການເມືອງ, ສະຫາຍ ສິບຕີ ນາງ ແຕງທອງ ເລື່ອງວັນໄຊ ຊ່ວຍວຽກຄະນະວິທະຍາສາດ ພື້ນຖານ, ສະຫາຍ ສິບຕີ ນາງ ປານີ ພຸດທະວົງ ຊ່ວຍວຽກພະແນກ ພົວພັນຕ່າງປະເທດ ຫ້ອງການ-ບໍລິຫານ. ນອກຈາກນັ້ນ ຍັງໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບວ່າດ້ວຍການອະນຸມັດເລື່ອນຊັ້ນນາຍສີບໃຫ້ພົນທະຫານຈຳນວນໜຶ່ງຕື່ມອີກ. ໂດຍ: ໄຂຄໍາ ພົມມະສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ