ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເປີດຂະບວນການແຂ່ງຂັນກິລາ
ເວລາອອກຂ່າວ: 2026-01-07 15:04:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 714 | ຄວາມນິຍົມ: ![]()
ວັນທີ 7 ມັງກອນ 2026 ນີ້, ຢູ່ເດີ່ນຜາມໄຊ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ເປີດຂະບວນການແຂ່ງຂັນກິລາ ທົ່ວໂຮງຮຽນຂຶ້ນ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ຄະນະພັກ-ຄະນະອໍານວຍການ, ພະນັກງານ-ນັກຮົບ ຕະຫຼອດຮອດ ນັກກິລາ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ສີອຳພອນ ແກ້ວນະຄອນ ຮອງຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຜ່ານແຜນການແຂ່ງຂັນກິລາປະຈຳສົກຮຽນ 2025-2026. ອີງຕາມ ການເຫັນດີເປັນເອກະພາບຂອງຄະນະພັກ-ຄະນະອຳນວຍການ ໂຮງຮຽນ, ອີງໃສ່ຄວາມພ້ອມຂອງຫ້ອງການ, ກົມກອງ ໃນການເຂົ້າຮວ່ມແຂ່ງຂັນກິລາປະເພດຕ່າງໆ ຂອງໂຮງຮຽນຈັດຂຶ້ນໃນແຕ່ລະໄລຍະ,ໃນນີ້, ມການແຂ່ງຂັນຄັ້ງນີ້ ມີປະເພດກິລາ ຄື: ບານສົ່ງ ຍິງ-ຊາຍ ແລະ ກິລາ ເປຕັງ ຍິງ -ຊາຍ, ປະກອບມີ 10 ທິມເຂົ້າຮ່ວມ, ກິລາບານສົ່ງທິມຍິງ: ລາງວັນຊະນະເລີດ ໄດ້ຂັນ 1 ໜ່ວຍ ພ້ອມເງິນສົດ 800.000 ກີບ, ຮອງຊະນະເລີດ ໄດ້ລາງວັນເງິນສົດ 500.000 ກີບ, ອັນດັບທີ 3 ໄດ້ລາງວັນເງິນສົດ 300.000 ກີບ. ທິມຊາຍ: ລາງວັນຊະນະເລີດ ໄດ້ຂັນ 1 ໜ່ວຍ ພ້ອມເງິນສົດ 1.000.000 ກີບ, ຮອງຊະນະເລີດໄດ້ລາງວັນເງິນສົດ 800,000 ກີບ, ອັນດັບທີ 3ໄດ້ລາງວັນເງິນສົດ 500,000 ກີບ. ສາຍນັກຮຽນ: ລາງວັນຊະນະເລີດໄດ້ຂັນ 1 ໜ່ວຍ ພ້ອມເງິນສົດ 1,000,000 ກີບ, ຮອງຊະນະເລີດ ໄດ້ລາງວັນເງິນສົດ 500,000 ກີບ, ອັບດັບທີ 3 ໄດ້ລາງວັນເງິນສົດ 300,000 ກີບ. ປະເພດກິລາເປຕັງ: ທິມຍິງ ລາງວັນຊະນະເລີດ ໄດ້ຂັນ 1 ໜ່ວຍ ພ້ອມເງິນສົດ 800,000 ກີບ, ຮອງຊະນະເລີດ ໄດ້ລາງວັນເງິນສົດ 500,000 ກີບ, ອັນດັບທີ 3 ໄດ້ລາງວັນເງິນສົດ 300,000 ກີບ; ທິມຊາຍ ລາງວັນຊະນະເລີດໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1,000,000 ກີບ, ຮອງຊະນະເລີດ ໄດ້ລາງວັນເງິນສົດ 800,000 ກີບ, ອັນດັບທີ 3 ໄດ້ລາງວັນເງິນສົດ 300,000 ກີບ.
ເພື່ອບັນລຸຕາມຄາດໝາຍທີ່ວາງໄວ້ນັ້ນ, ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ໄດ້ມີຄຳເຫັນໂອ້ລົມ ພ້ອມທັງເນັ້ນຄະນະຊີ້ນຳ, ບັນດາອະນຸກຳມະການ ຕະຫຼອດຮອດນັກກິລາແຕ່ລະປະເພດ,ແຕ່ລະສະຫາຍ ຈົ່ງພ້ອມກັນສູ້ຊົນ ອົດທົນຜ່ານຜ່າອຸປະສັກນາງໆ ປະການ, ຍົກສູງຄວາມຮັບຜິດຊອບ ແລະ ນ້ຳໃຈນັກກິລາ, ເປັນເຈົ້າການໃນການແຂ່ງຂັນ ເພື່ອໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ຮັກສາໄດ້ຄວາມສາມັກຄີ, ພ້ອມກັນຍາດເອົາໄຊຊະນະໃຫ້ກັບຕົນເອງ ແລະ ກົມກອງ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















