ເມືອງຫົງສາ ປະກາດການບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານ, ຮອງປະທານກວດກາ, ເລຂາ-ຮອງເລຂາ ແລະ ຄະນະໜ່ວຍພັກ
ເວລາອອກຂ່າວ: 2026-01-07 14:48:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 681 | ຄວາມນິຍົມ: ![]()
ວັນທີ 6 ມັງກອນ 2026 ນີ້, ຢູ່ສະໂມສອນຂອງກອງບັນຊາການ ປ້ອງກັນຄວາມສະຫງົບ(ປກສ)ເມືອງ ຫົງສາ ໄດ້ຈັດພິທີ ປະກາດການບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານ, ຮອງປະທານກວດກາຄະນະພັກຮາກຖານ, ເລຂາ-ຮອງເລຂາ ແລະ ຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງຫົງສາ ໂດຍການເຂົ້າຮ່ວມຂອງ ສະຫາຍ ສີທະນົນໄຊ ທອງເທພາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີແຂກຖືກເຊີນ, ຄະນະພັກຮາກຖານ, ເລຂາ-ຮອງເລຂາ, ຄະນະໜ່ວຍພັກ, ນາຍ ແລະ ພົນຕໍາຫຼວດພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ນາງ ຈັນທີ ຄໍາພູວົງ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງປະທານກວດກາຄະນະຮາກຖານ ກອງບັນຊາການ ປກສ ເມືອງ. ຄະນະປະຈໍາພັກເມືອງ ຕົກລົງ ບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ຄໍາອ່ອນ ວັນເຮືອງ ເປັນເລຂາຄະນະຮາກຖານ ກອງບັນຊາການ ປກສ ເມືອງ, ສະຫາຍ ພັນໂທ ພອນໄຊ ອຸ່ນວິໄລ ເປັນຮອງປະທານກວດກາຄະນະພັກຮາກຖານກອງບັນຊາການ ປກສ ເມືອງ ແລະ ຜ່ານ ມະຕິຕົກລົງ ວ່າດ້ວຍການສ້າງຕັ້ງໜ່ວຍພັກຮາກຖານ ພະແນກຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຂຶ້ນກັບຄະນະພັກຮາກຖານກອງບັນຊາການ ປກສ ເມືອງ, ມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ຄະນະໜ່ວຍພັກ ແລະ ຮອງປະທານກວດກາໜ່ວຍພັກພະແນກຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ. ຄະນະປະຈໍາພັກເມືອງ ຕົກລົງ ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຄໍາໝັ້ນ ໄຊສົງຄາມ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ຄໍາມ້າວ ພວງພະຈັນ ເປັນຮອງເລຂາ ແລະ ເປັນປະທານກວດກາໜ່ວຍພັກ, ສະຫາຍ ພັນໂທ ຄໍາພັນ ພັນລາ ເປັນຄະນະໜ່ວຍພັກ ແລະ ສະຫາຍ ພັນຕີ ສຸລິນ ຈັນຕະວອນ ເປັນຮອງປະທານກວດກາໜ່ວຍພັກ ພະແນກຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມທັງ ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັັກເມືອງ ວ່າດ້ວຍການບັນຈຸສັບຊ້ອນ ຄະນະໜ່ວຍພັກ ແລະ ສະມາຊິກພັກ ໜ່ວຍພັກຮາກຖານ ພະແນກຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ.
ຂ່າວ: ສຸບັນ ເງິນງາມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















