ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ຫ້ອງການ ກອງບັນຊາການທະຫານຊາຍແດນ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025
ເວລາອອກຂ່າວ: 2026-01-07 10:28:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 741 | ຄວາມນິຍົມ:



ໃນວັນທີ 6 ມັງກອນ 2026 ນີ້, ຫ້ອງການ ກອງບັນຊາການທະຫານຊາຍແດນ ສະຫຼຸບຖອດຖອນບົດຮຽນວຽກງານຮອບ ດ້ານປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026, ໂດຍການເປັນປະທານຂອງສະຫາຍ ພັນໂທ ສຸພາເວດ ສຸກເລືອງຄຳ ຫົວໜ້າຫ້ອງການ ກອງບັນຊາການທະຫານຊາຍແດນ, ມີຄະນະຫ້ອງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານ-ນັກຮົບ ທົ່ວຫ້ອງການ ກອງບັນຊາການທະຫານຊາຍແດນ ເຂົ້າຮ່ວມ. ສະຫາຍ ພັນໂທ ສະຖາພອນ ພົມມາ ຮອງຫົວໜ້າຫ້ອງການ ກອງບັນຊາການທະຫານຊາຍແດນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບເປັນກົກ, ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ, ຕອບຕ້ານທຸກກົນອຸບາຍຂອງພວກສັດຕູ, ເສີມຂະຫຍາຍບົດບາດການນຳຂອງພັກ ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນຳ ຂອງພັກວາງອອກຢ່າງເຂັ້ມງວດ, ເປັນເສນາທິການຮັບປະກັນວຽກງານຮອບດ້ານຂອງກອງບັນຊາການທະຫານຊາຍແດນ, ເອົາໃຈໃສ່ເກັບກຳສະພາບການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີຢູ່ຕາມບໍລິເວນຊາຍແດນ, ພ້ອມທັງປະສານສົມທົບກັບພາກສ່ວນທີ່ກ້ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ໃນການຄຸ້ມຄອງ, ປ້ອງກັນເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ ແລະ ແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນຕາມບໍລິເວນຊາຍແດນໃຫ້ທັນເວລາ, ດ້ານການພົວພັນຮ່ວມມືກັບຕ່າງປະເທດ ໄດ້ເປັນເຈົ້າພາບຈັດກອງປະຊຸມ ແລກປ່ຽນສະພາບຊາຍແດນປະຈຳປີ 2025 ລະຫວ່າງ ສອງກອງບັນຊາການທະຫານຊາຍແດນລາວ-ຫວຽດນາມ ນອກນັ້ນ, ຍັງເຂົ້າຮ່ວມກອງປະຊຸມສຳມະນາ, ເຝິກອົບຮົມ ວຽກງານປິ່ນອ້ອມອື່ນໆ ຕາມການເຊື່ອເຊີນຂອງພາກສ່ວນທີ່ກ້ຽວຂ້ອງ, ເຮັດສານອວຍພອນ, ໜັງສືທັກທ້ວງ ແລກປ່ຽນຂໍ້ມູນຂ່າວສານ ເປັນຕົ້ນ ທັງນີ້, ເພື່ອສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນນັ້ນ, ຍັງໄດ້ຮັບການປະກາດສ້າງຕັ້ງເປັນໜ່ວຍພັກຫ້ອງການກອງບັນຊາການ ພ້ອມທັງເອົາໃຈໃສ່ຊູກຍູ້ຂະບວນການອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່ຂອງຕົນ, ນອກນັ້ນ, ໄດ້ຖືເອົາວຽກງານນະໂຍບາຍເປັນອີກວຽກໜຶ່ງທີ່ສໍາຄັນ ເປັນການກະຕຸກຊຸກຍູ້ໃຫ້ພະນັກງານ-ນັກຮົບ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຈັດຕັ້ງການເຄື່ອນໄຫວຢ້ຽມຢາມພະນັກງານ-ນັກຮົບ ໃນເວລາເຈັບເປັນ, ຄົ້ນຄວ້າຕິດຕາມກຳນົດການເລື່ອນຊັ້ນຂອງພະນັກງານ ແລະ ອື່ນໆ. ພ້ອມນີ້, ກອງປະຊຸມຍັງຜ່ານບົດທິດທາງແຜນການ ປະຈຳປີ 2026 ອີກດ້ວຍ. ພ້ອມນີ້, ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບ ແລະ ບົດທິດທາງແຜນ ຢ່າງກົງໄປກົງມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ