ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ຮ່າງໂຄງການການເມືອງ ສະບັບທີ III ຂອງພັກປະຊາຊົນປະຕິວັດລາວ ສະເໜີ ໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ
ເວລາອອກຂ່າວ: 2026-01-07 10:12:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 683 | ຄວາມນິຍົມ:



ຮ່າງໂຄງການການເມືອງ ສະບັບທີ III ຂອງພັກປະຊາຊົນປະຕິວັດລາວ ສະເໜີ ໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໃນນາມຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຂ້າພະເຈົ້າ ຂໍສະເໜີຮ່າງໂຄງການການເມືອງຂອງພັກ ແລະ ຮ່າງລາຍງານການເມືອງ (ສະບັບຫຍໍ້) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເຮົາ ມີລາຍລະອຽດ ດັ່ງນີ້: I. ໂຄງການການເມືອງ ສະບັບທີ III ວ່າດ້ວຍການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. 1. ຂະບວນວິວັດການປະຕິບັດໂຄງການການເມືອງ ຂອງພັກ ນັບແຕ່ ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກເຮົາ ໄດ້ວາງໂຄງການການເມືອງ ອອກ 2 ຄັ້ງ ຄື: ຄັ້ງທີ I ແມ່ນເປັນໂຄງການການເມືອງສະບັບທຳອິດ ທີ່ປະກາດອອກໃນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃນວັນທີ 22 ມີນາ 1955, ເຊິ່ງເປັນໂຄງການການເມືອງ ທີ່ກຳນົດທິດນໍາຂອງພັກ ແລະ ຖືເປັນແນວທາງ ກຳນົດໃຫ້ພັກເຮົາພາຍຫຼັງສ້າງຕັ້ງຂຶ້ນ ໄດ້ດໍາເນີນພາລະກິດຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດລ່າເມືອງຂຶ້ນ ແລະ ລູກມື ຂອງພວກເຂົາ; ໂຄງການການເມືອງສະບັບນີ້ ໄດ້ກາຍເປັນແສງສະຫວ່າງເຍືອງທາງນຳພາປະຊາຊົນລາວ ຕໍ່ສູ້ປະຕິວັດ ຈົນເຖິງກອງປະຊຸມໃຫຍ່ຄັ້ງທີ II ຂອງພັກ. ໂຄງການການເມືອງສະບັບທີ II ໄດ້ສ້າງຂຶ້ນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ II ຂອງພັກ, ຈັດຂຶ້ນໃນວັນທີ 03-06 ກຸມພາ 1972. ໂຄງການການເມືອງສະບັບນີ້ ແມ່ນການວາງແນວທາງຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ດ້ວຍຄຳຂວັນ ດຳເນີນການປະຕິວັດຊາດ ປະຊາທິປະໄຕ ເພື່ອນຳເອົາເອກະລາດແຫ່ງຊາດ, ລຶບລ້າງລະບອບລາຊາທິປະໄຕ ກ້າວໄປເຖິງການສະຖາປະນາລະບອບໃໝ່ຂຶ້ນໃນປະເທດລາວ... ໂຄງການການເມືອງທັງສອງສະບັບ ຂອງພັກ ໄດ້ຮັບການປະຕິບັດຢ່າງມີຜົນສຳເລັດອັນສະຫງ່າລາສີ ເຊິ່ງນຳມາເຖິງການສຳເລັດພາລະກິດປົດປ່ອຍຊາດ, ຍາດໄດ້ເອກະລາດແຫ່ງຊາດ, ອໍານາດອະທິປະໄຕ ແລະ ກ້າວເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975. 50 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊາຊົນລາວ ຜ່ານມາ ເປັນ 50 ປີ ທີ່ພັກເຮົາ ໄດ້ກາຍເປັນພັກກຳອຳນາດ, ນຳພາຮຳບາດແຜສົງຄາມ, ຟື້ນຟູເສດຖະກິດ ຂອງຊາດ ແລະ ໄລຍະຕໍ່ມາ ພັກເຮົາ ພາຍໃຕ້ການນຳຂອງ ປະທານ ໄກສອນ ພົມວິຫານ ໄດ້ກຳນົດແນວທາງປ່ຽນແປງໃໝ່, ເຊິ່ງເປັນການສ້າງການຫັນປ່ຽນທາງດ້ານຈິນຕະນາການ ໃຫ້ຖືກຕ້ອງສອດຄ່ອງກັບຈຸດພິເສດຂອງປະເທດ ແລະ ການປ່ຽນແປງຂອງໂລກ, ເຊິ່ງໄດ້ກາຍເປັນທວນໄຟແຫ່ງແສງສະຫວ່າງດວງໃໝ່ ທີ່ເກີດຂຶ້ນໃນປະເທດເຮົາ ແລະ ທວນໄຟດວງນີ້ ໄດ້ເປັນເຂັມທິດເຍືອງທາງໃຫ້ພັກເຮົາເດີນຕາມ ໂດຍໃຊ້ເວລາ 40 ປີ ຜ່ານມາ ແລະ ແນວທາງປ່ຽນແປງໃໝ່ນີ້ ຍັງສືບຕໍ່ເປັນທິດນຳໃຫ້ພວກເຮົາເດີນຕາມ ຕໍ່ໆໄປຢ່າງບໍ່ທໍ້ຖອຍ ເພາະວ່າ ແນວທາງປ່ຽນແປງໃໝ່ ເປັນແນວທາງທີ່ກຳນົດອອກມາຢ່າງເປັນລະບົບຄົບຊຸດ, ລວມທັງຈຸດເລີ່ມ ແລະ ການຕີກອບທີ່ຮັດກຸມ ແລະ ຈັດວາງບຸລິມະສິດ ໃນຂົງເຂດທີ່ຕ້ອງປ່ຽນແປງ, ສ້າງໄດ້ຄວາມຮັບຮູ້ໃໝ່ ດ້ານທິດສະດີ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນ ຂອງປະເທດເຮົາ ຢ່າງແທດເໝາະກັບຄວາມສາມາດ ທີ່ອຳນວຍໃຫ້ ໃນແຕ່ລະໄລຍະ ເຊິ່ງຖືໄດ້ວ່າ ແນວທາງປ່ຽນແປງໃໝ່ ຮອບດ້ານ ທີ່ມີຫຼັກການ ຂອງພັກ ທີ່ວາງອອກ ແລະ ການທີ່ພັກເຮົາ ນຳພາເຂົ້າສູ່ການປະຕິບັດ ຜ່ານ 40 ປີ ມານີ້ ແມ່ນໄດ້ນຳປະເທດເຮົາ ສາມາດຜ່ານພົ້ນພະຍຸລົມແດງ ແລະ ສິ່ງທ້າທາຍທົດສອບອັນລະອິດລະອ້ຽວ, ຂ້ຽວຂາດມາໄດ້, ລະບອບປະຊາທິປະໄຕປະຊາຊົນ ຂອງພວກເຮົາ ໄດ້ຮັບການບູລະນະໃຫ້ເປັນລະບົບ, ຕໍ່ເນື່ອງ ແລະ ນັບມື້ນັບສົມບູນຍິ່ງໆຂຶ້ນ. ບັນດາສະຫາຍ ທີ່ຮັກແພງ, ການສ້າງໂຄງການການເມືອງສະບັບທີ III ຂຶ້ນມານີ້ ແມ່ນການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປະນິກຕົ້ນຕໍ ທີ່ປະໄວ້ໃຫ້ພວກເຮົາສືບທອດຕໍ່ໄປຢ່າງບໍລິສຸດ ແລະ ຈົງຮັກພັກດີ. ຕະຫຼອດໄລຍະ 70 ປີ ແຫ່ງການນໍາພາ ຂອງພັກເຮົາ ໃນພາລະກິດຕໍ່ສູ້ກູ້ຊາດ ກໍຄື ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັກເຮົາ ສາມາດສະຫຼຸບສັງລວມໄດ້ 6 ບົດຮຽນ ທີ່ມີລັກສະນະເປັນກົດເກນ ຂອງການປະຕິວັດລາວ ເຊັ່ນ: ໜຶ່ງ, ການນຳພາ ຂອງພັກ ແມ່ນປັດໄຈຕັດສິນທຸກໄຊຊະນະ ຂອງການປະຕິວັດລາວ; ພັກຕ້ອງຍຶດໝັ້ນອຸດົມການສັງຄົມນິຍົມ, ຍຶດຖືເອົາລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເພື່ອຊີ້ທິດເຍືອງທາງໃຫ້ແກ່ການ ເຄື່ອນໄຫວ ຂອງພັກ ໃນແຕ່ລະໄລຍະ; ສອງ, ການສ້າງຄວາມສາມັກຄີເປັນເອກະພາບສູງພາຍໃນພັກ ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ຂອງທົ່ວປວງຊົນລາວທັງຊາດ; ສາມ, ຍຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບແນວທາງມະຫາຊົນ ຂອງພັກ, ການກໍ່ສ້າງຮາກຖານການເມືອງໃຫ້ໜັກແໜ້ນ, ເຂັ້ມແຂງ; ສີ່, ການພັດທະນາເສດຖະກິດ ຕ້ອງໝູນໃຊ້ບັນດາກົດເກນພາວະວິໄສ ຢ່າງຖືກຕ້ອງ ແລະ ນຳໃຊ້ໝາກຜົນຂອງການພັດທະນາວິທະຍາສາດ ທີ່ທັນສະໄໝ ຢ່າງເໝາະສົມ; ຫ້າ, ປັບປຸງການບໍລິຫານລັດ ທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂັ້ມງວດ, ຮັບປະກັນໃຫ້ລັດເປັນລັດ ຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ຢ່າງແທ້ຈິງ ພາຍໃຕ້ການນຳພາ ຂອງພັກ; ຫົກ, ຍົກສູງນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບການພົວພັນຮ່ວມມືກັບສາກົນ ຢ່າງຖືກຕ້ອງ. 2. ເນື້ອໃນພື້ນຖານ ຂອງການບູລະນະລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ປະເທດເຮົາ ທີ່ໄດ້ບັນຈຸເຂົ້າໃນໂຄງການການເມືອງ ສະບັບທີ III ຂອງພັກ ໄດ້ແກ່: 1) ຈຸດໝາຍ, ທິດທາງ ໃນການບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ: - ພວກເຮົາ ຕ້ອງມີຄວາມເປັນເອກະພາບ ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ເລິກເຊິ່ງ ກ່ຽວກັບລະບອບປະຊາທິປະໄຕປະຊາຊົນ ແມ່ນລະບອບ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ອຳນາດທັງໝົດເປັນຂອງປະຊາຊົນ ພາຍໃຕ້ການນຳພາ ຂອງພັກ; - ໃນດ້ານຈຸດໝາຍ: ລະບອບປະຊາທິປະໄຕປະຊາຊົນ ທີ່ປະຊາຊົນລາວບັນດາເຜົ່າ ສູ້ຊົນສ້າງໃນປະຈຸບັນ ແມ່ນລະບອບສັງຄົມທີ່ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ເມື່ອຮອດປີ 2055 ທີ່ເປັນມື້ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 100 ປີ ຈະສູ້ຊົນສ້າງປະເທດເຮົາ ໃຫ້ເປັນປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ແລະ ໃຫ້ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນ ຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດ ໄດ້ຮັບການພັດທະນາຢ່າງຮອບດ້ານ ໂດຍມີການພົວພັນການຜະລິດ ທີ່ສອດ ຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜໍາສຳລານ. - ທິດທາງ ຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ແມ່ນຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກ ແລະ ຄະນະພັກທຸກຂັ້ນ, ບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ລະດົມກຳລັງແຮງຂອງທົ່ວປວງຊົນ ເຂົ້າໃນການພັດທະນາເສດຖະກິດເອກະລາດເປັນເຈົ້າຕົນເອງ, ສ້າງສັງຄົມທີ່ມີຄວາມສະເໝີພາບ, ສ້າງພື້ນຖານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ເຂັ້ມແຂງ ແລະ ເປີດກວ້າງການພົວພັນຮ່ວມມື ບົນພື້ນຖານທີ່ຮັບປະກັນດ້ານຫຼັກການ ແລະ ຄວາມເປັນເຈົ້າຕົນເອງ. 2) ສືບຕໍ່ຍູ້ແຮງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ: ເພື່ອເຮັດໃຫ້ຈຸດໝາຍ, ທິດທາງ ໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາຕົວຈິງນັ້ນ ໂຄງການການເມືອງ ສະບັບທີ III ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ດັ່ງນີ້: ໜຶ່ງ, ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໃຫ້ເປັນລະບົບ, ທັນສະໄໝ, ປະກອບດ້ວຍຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບແບບກຳມະສິດ, ຫຼາຍຮູບການຈັດຕັ້ງຜະລິດທຸລະກິດ ແລະ ຫຼາຍຮູບການແຈກຢາຍ, ໃນນັ້ນ ພາກສ່ວນເສດຖະກິດລັດ ດຳລົງບົດບາດເປັນເຈົ້າພາທາງ, ພາກສ່ວນເສດຖະກິດອື່ນໆ ປະກອບເປັນກຳລັງແຮງ ຂອງພື້ນຖານເສດຖະກິດແຫ່ງຊາດ; ສອງ, ຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ, ຫັນເປັນດີຈີຕອນ ບົນພື້ນຖານການຄົ້ນຄວ້າ, ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ, ເສີມຂະຫຍາຍທ່າແຮງໄດ້ປຽບ, ຄວາມສາມາດບົ່ມຊ້ອນ ຂອງປະເທດ. ນຳໃຊ້ເຕັກໂນໂລຊີດີຈີຕອນ ໃຫ້ກາຍເປັນໂອກາດ, ເປັນກຳລັງແຮງ ແລະ ເປັນພື້ນຖານໃຫ້ແກ່ການຊຸກຍູ້ຂະແໜງການຜະລິດ ແລະ ບໍລິການ ທີ່ເປັນປາຍແຫຼມ; ສາມ, ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບການປ່ຽນແປງດິນຟ້າອາກາດ. ຍຶດໝັ້ນທິດນຳຖືເອົາຄວາມກົມກຽວ ລະຫວ່າງ ການພັດທະນາເສດຖະກິດ, ສັງຄົມ ກັບການປົກປັກຮັກສາສິ່ງແວດລ້ອມຕາມທິດເສດຖະກິດສີຂຽວ, ເສດຖະ ກິດໝູນວຽນ ແລະ ຍືນຍົງ; ສີ່, ພັດທະນາວັດທະນະທຳ-ສັງຄົມ, ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແນວທາງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ; ພັດທະນາສັງຄົມ ຕາມທິດສັງຄົມມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ; ສ້າງສັງຄົມສາມັກຄີເປັນປຶກແຜ່ນຂອງບັນດາເຜົ່າ; ການເຄົາລົບສິດ-ເສລີພາບ ຂອງປະຊາຊົນ; ການສ້າງຄວາມເປັນເອກະພາບ ລະຫວ່າງຊັ້ນຄົນ; ສືບຕໍ່ປະຕິບັດທິດນຳ ເອົາການສຶກສາໄປກ່ອນ ກ້າວໜຶ່ງ, ເອົາການພັດທະນາວິທະຍາສາດ-ເຕັກໂນໂລຊີ ເປັນຂໍກຸນແຈ ເຮັດໃຫ້ການສຶກສາມີຄຸນະພາບສູງຂຶ້ນ; ປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ ໃຫ້ນັບມື້ທົ່ວເຖິງ ແລະ ມີຄຸນະພາບສູງ; ຫ້າ, ພັດທະນາຄົນລາວຢ່າງຮອບດ້ານ, ຕອບສະໜອງໄດ້ຄວາມຮຽກ ຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່. ພັດທະນາຄົນລາວໃຫ້ມີນໍ້າໃຈຮັກຊາດອັດດູດດື່ມ ຕິດພັນກັບການຮັກລະບອບໃໝ່, ມີຄວາມກະຕັນຍູຮູ້ບຸນຄຸນ ຕໍ່ບັນພະບູລຸດ ຂອງຊາດ, ສ້າງຄົນລາວ ໃຫ້ເປັນຄົນສັງຄົມນິຍົມ; ຫົກ, ສ້າງເຫງົ້າພະລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ ດ້ວຍການຍຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງຄວາມອາດສາມາດບົ່ມຊ້ອນ ໃນແຕ່ລະດ້ານ, ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ພາຍໃຕ້ການນຳພາເດັດຂາດ, ໂດຍກົງ, ຮອບດ້ານ ຂອງພັກ. ເຈັດ, ຍຶດໝັ້ນແນວທາງການຕ່າງປະເທດ ຂອງພັກ, ສ້າງເງື່ອນໄຂອຳນວຍໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເປີດກວ້າງການພົວພັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ຖືສຳຄັນການຮ່ວມມືຮອບດ້ານກັບປະເທດໃກ້ຄຽງ, ເພື່ອນມິດຍຸດທະສາດ, ດຳເນີນການເຊື່ອມໂຍງ-ເຊື່ອມຈອດ ເຂົ້າກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ ແລະ ເປັນເຈົ້າຕົນເອງຂະຫຍາຍການຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍຮູບແບບ, ຫຼາຍລະດັບ ທັງດ້ານພັກ, ດ້ານລັດ ແລະ ການທູດປະຊາຊົນ; ແປດ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນການກຳອຳນາດ ຂອງພັກ ໃຫ້ມີຄວາມໝັ້ນຄົງ. ສ້າງຄວາມໜັກ ແໜ້ນດ້ານລະບົບແນວຄິດ-ທິດສະດີຂອງພັກ; ສ້າງອົງການຈັດ ຕັ້ງພັກແຕ່ລະຂັ້ນໃຫ້ເຂັ້ມແຂງ, ປັບປຸງແບບແຜນວິທີນຳພາ ແລະ ການເຄື່ອນໄຫວ ຂອງການຈັດຕັ້ງພັກ ຕາມກົດລະບຽບ ຂອງພັກ, ຮັບປະກັນລັກສະນະວິທະຍາສາດ ແລະ ປະຕິວັດ ຢ່າງໜັກແໜ້ນ; ຕໍ່ສູ້ຕ້ານການເສື່ອມຖອຍທາງດ້ານແນວຄິດ-ການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນດຳລົງຊີວິດ, ບັນດາປະກົດການ “ຫັນປ່ຽນດ້ວຍຕົນເອງ”, “ເສື່ອມຄຸນປ່ຽນທາດເອງ” ພາຍໃນພັກ. ສ້າງຖັນແຖວພະນັກງານ, ສະມາຊິກພັກ ໃຫ້ສົມຄູ່ກັບໜ້າທີ່ການເມືອງ; ຍົກສູງປະສິດທິພາບ ການຕິດຕາມ, ກວດກາ ການປະຕິບັດວິໄນ ຂອງພັກ, ກົດໝາຍ ຂອງລັດ ຢ່າງເຂັ້ມງວດ; ເກົ້າ, ສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ, ສ້າງລັດທີ່ຖືລັດຖະທຳມະນູນ ແລະ ກົດໝາຍ ມີບົດບາດສູງສຸດ, ສ້າງລັດທີ່ຈັດຕັ້ງ ແລະ ເຄື່ອນໄຫວຕາມຫຼັກການອຳນາດລັດເອກະພາບ, ມີການແບ່ງງານ ຢ່າງຈະແຈ້ງ, ສ້າງລັດໃຫ້ມີຄວາມໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ເຮັດຫຼ້ອນພັນທະ ຕໍ່ພົນລະເມືອງທຸກຄົນ ແລະ ຮັບປະກັນໃຫ້ພົນລະເມືອງທຸກຄົນ ປະຕິບັດພັນທະຕໍ່ລັດ ຢ່າງຄົບຖ້ວນ; ສິບ, ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນ, ປະຕິບັດແນວທາງມະຫາສາມັກຄີທົ່ວປວງຊົນຢ່າງໜັກແໜ້ນ; ປ່ຽນແປງ ໃໝ່ແບບແຜນວິທີເຮັດວຽກກັບມະຫາຊົນ, ວິທີປຸກລະດົມຂົນ ຂວາຍມະຫາຊົນ; ສ້າງ ແລະ ແນະນຳອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຖືກຕ້ອງ ຕາມພາລະບົດບາດ, ໜ້າທີ່ ຂອງຕົນ; ສິບເອັດ, ເສີມຂະຫຍາຍ ສິດເປັນເຈົ້າ ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ໂດຍເປີດໂອກາດໃຫ້ປະຊາຊົນ ໄດ້ເຂົ້າຮ່ວມໃນການສ້າງ ແລະ ບູລະນະແນວທາງ ຂອງພັກ ແລະ ກົດໝາຍ ຂອງລັດ ຕາມທິດທີ່ວ່າ: ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມ, ກວດກາ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດ ຢ່າງຊອບທຳ. ບັນດາສະຫາຍ ທີ່ນັບຖື ແລະ ຮັກແພງ, ໂຄງການການເມືອງ ຂອງພັກ ແມ່ນທິດສະດີປະຕິວັດ, ເປັນທວນໄຟອັນສະຫວ່າງສະໄຫວເຍືອງທາງໃຫ້ແກ່ພັກ ແລະ ທົ່ວປວງຊົນ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ້າງໄດ້ບາດກ້າວເດີນ ແລະ ບາດລ້ຽວທີ່ໜັກແໜ້ນ ໃຫ້ແກ່ພາລະກິດແຫ່ງການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ. ດ້ວຍເຫດນັ້ນ ຈິ່ງຮຽກຮ້ອງມາຍັງ ສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດທຸກທົ່ວໜ້າ, ປະຊາຊົນລາວບັນດາເຜົ່າ ຈົງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເດັດດ່ຽວສູ້ຊົນ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ, ຍອມເສຍສະຫຼະທຸກໆຢ່າງ ເພື່ອອຸທິດໃຫ້ແກ່ການປະກອບສ່ວນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ໂຄງການການເມືອງ ຂອງພັກສະບັບນີ້ ສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ນຳເອົາປະເທດຊາດ ຂອງພວກເຮົາ ກ້າວຂຶຶ້ນຕາມຈຸດໝາຍ ທີ່ວາງໄວ້ ຢ່າງມີໄຊ. ຂ້າພະເຈົ້າ ໄດ້ສະເໜີ ຮ່າງໂຄງການການເມືອງ ຂອງພັກ ສະບັບທີ III ຢ່າງສັງລວມໄປແລ້ວ, ຫວັງວ່າບັນດາສະຫາຍຜູ້ແທນກອງປະຊຸມ ຈະປະກອບຄຳຄິດຄຳເຫັນ ຢ່າງມີຄວາມຮັບຜິດຊອບສູງ ແລະ ກ້າວໄປເຖິງການໃຊ້ສິດປະຊາທິປະໄຕ ລົງຄະແນນສຽງຮັບຮອງເອົາ ເອກະສານສຳຄັນສະບັບນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ