ຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຕໍ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2026-01-07 10:08:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 573 | ຄວາມນິຍົມ: ![]()
ຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ
ສະໄໝທີ XI ຕໍ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII
ຂອງພັກປະຊາຊົນປະຕິວັດລາວ
ສະເໜີ ໂດຍ:
ສະຫາຍ ທອງລຸນ ສີສຸລິດ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ
ປະທານປະເທດ ແຫ່ງ ສປປ ລາວ
ຮຽນ: - ຄະນະປະທານກອງປະຊຸມໃຫຍ່,
- ບັນດາສະຫາຍ ທີ່ນັບຖື ແລະ ຮັກແພງທັງຫຼາຍ,
ຂ້າພະເຈົ້າ ຂໍອະນຸຍາດສະເໜີຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຕໍ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ດັ່ງຕໍ່ໄປນີ້ :
ພາກທີ I : ຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.
ໃນໄລຍະ 5 ປີ ຜ່ານມາ, ເຖິງວ່າສະພາບແວດລ້ອມ ຂອງໂລກ ໄດ້ມີການຜັນແປໄປຢ່າງໄວວາ, ສັບສົນ ແລະ ເຕັມໄປດ້ວຍຄວາມສະຫຼັບສັບຊ້ອນ, ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ໃນໂລກ ລວມເຖິງປະເທດເຮົາດ້ວຍ, ນອກນັ້ນ ໃນ 5 ປີຜ່ານມາ ປະເທດເຮົາຍັງໄດ້ປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຢ່າງໜັກໜ່ວງຮອບດ້ານ ກະໜໍ່າເຂົ້າຢ່າງເນື່ອງນິດລຽນຕິດ ໃນເວລາດຽວກັນ ຄວາມຫຍໍ້ທໍ້ໃນສັງຄົມ ກໍ່ເກີດຂຶ້ນຕາມໆມາ... ແຕ່ດ້ວຍການນຳພາຊີ້ນໍາ ທີ່ເປັນເອກະພາບສູງ ຂອງສູນກາງພັກ, ຄວາມພະຍາຍາມບຸກບືນ ຂອງບັນດາອົງການຈັດຕັ້ງ ໃນລະບົບການເມືອງ ແຕ່ເທິງລົງລຸ່ມ ແລະ ການເຂົ້າຮ່ວມຂອງທົ່ວປວງຊົນລາວ, ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດຕ່າງປະເທດ, ພວກເຮົາ ສາມາດເຮັດໃຫ້ທິດທາງ, ຄາດໝາຍສູ້ຊົນທີ່ວາງອອກ ໄດ້ຮັບການຈັດຕັ້ງປະຕິບັດ ໄດ້ມີຜົນສຳເລັດຫຼາຍປະການ ເປັນທີ່ໜ້າພາກພູມໃຈ, ເສດຖະກິດຂອງປະເທດ ເວົ້າລວມຍັງຮັກສາໄດ້ການເຕີບໂຕຢ່າງຕໍ່ເນື່ອງ, ສະຖຽນລະພາບຂອງເສດຖະກິດມະຫາພາກ ມີບາດກ້າວດີຂຶ້ນ, ສາມາດຄວບຄຸມໄດ້ໄພເງິນເຟີ້, ຄຸ້ມຄອງອັດຕາແລກປ່ຽນໄດ້ໃນລະດັບໜຶ່ງ, ເສດຖະກິດຂອງປະເທດ ກຳລັງຟື້ນຕົວ ແລະ ໄດ້ມີພື້ນຖານໃນທາງບວກຫຼາຍຂຶ້ນ. ຜົນສຳເລັດທີ່ພົ້ນເດັ່ນ ແມ່ນ :
- ພວກເຮົາ ສາມາດປົກປັກຮັກສາອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຊາດ ໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບທາງການເມືອງ, ສັງຄົມ ມີຄວາມສະຫງົບປອດໄພ ໂດຍພື້້ນຖານ, ສາມາດສະກັດກັ້ນ ແລະ ຕ້ານທຸກການທຳລາຍ ມ້າງເພທີ່ເລິກແລບ ຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ ຕໍ່ປະເທດເຮົາ; ສະກັດກັ້ນ ແລະ ແກ້ໄຂບັນດາເຫດການຫຍໍ້ທໍ້ໃນສັງຄົມ, ກໍາລັງປກຊ-ປກສ ເປັນຫຼັກແຫຼ່ງຮ່ວມກັນທຸກກຳລັງພາຍໃນຊາດ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຖືເປັນສະໜາມຮົບໜຶ່ງທີ່ດຸເດືອດ ແຕ່ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ດ້ວຍຜົນສໍາເລັດເປັນຢ່າງດີ, ກໍາລັງປະກອບອາວຸດ ຍາມໃດກໍເປັນກຳລັງທີ່ຈົງຮັກພັກດີ ແລະ ໄວ້ໃຈ ຂອງພັກ ເຊິ່ງໄດ້ຮັບການປັບປຸງ, ກໍ່ສ້າງ ແລະ ຍົກລະດັບ ໃຫ້ເຂັ້ມແຂງ, ໜັກແໜ້ນ ໃນທຸກດ້ານ ເປັນກ້າວໆມາ.
- ໄດ້ສູ້ຊົນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສາມາດຍາດໄດ້ຜົນສຳເລັດສຳຄັນຫຼາຍດ້ານທີ່ເປັນພື້ນຖານ, ສາມາດປະຄັບປະຄອງເສດຖະກິດມະຫາພາກ ບໍ່ໃຫ້ຕົກເຂົ້າສູ່ພາວະວິກິດການ. ໄດ້ດຳເນີນບັນດາມາດຕະການຕ່າງໆ ທີ່ມີຈຸດສຸມ ດ້ວຍການປັບປຸງລະບອບ, ລະບຽບການ, ກົນໄກຄຸ້ມຄອງເສດຖະກິດ ທີ່ເອື້ອອໍານວຍ ແລະ ສົ່ງເສີມການຜະລິດ-ທຸລະກິດ, ຫັນເປັນທັນສະໄໝ ໄດ້ຈໍານວນໜຶ່ງ, ອັດຊ່ອງວ່າງການຮົ່ວໄຫຼງົບປະມານຂອງລັດ ທຸກລະດັບໄດ້ດີຂຶ້ນ; ໄດ້ເລີ່ມປະຕິຮູບລັດວິສາຫະກິດຈຳນວນໜຶ່ງຢ່າງຈິງຈັງ, ຂະຫຍາຍການຜະລິດເປັນສິນຄ້າ ຕິດພັນກັບການປຸງແຕ່ງ, ສ້າງມູນຄ່າເພີ່ມ; ລະບົບໂຄງລ່າງພື້ນຖານໃໝ່ຈໍານວນໜຶ່ງ ໄດ້ຮັບການພັດທະນາ ແລະ ເປີດການນໍາໃຊ້ ເຮັດໃຫ້ນະໂຍບາຍເຊື່ອມໂຍງ-ເຊື່ອມຈອດ ຂອງພວກເຮົາ ໄດ້ມີບາດກ້າວບຸກທະລຸໃໝ່.
- ໃນ 5 ປີ ຜ່ານມາ, ພວກເຮົາໄດ້ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ ເປັນໜ້າທີ່ແຖວໜ້າ, ປັບປຸງຄຸນະພາບການຮຽນ-ການສອນ, ສຸມໃສ່ແກ້ໄຂສະພາບຂາດຄູສອນ, ການປະລະການຮຽນ ຂອງນັກຮຽນ-ນັກສຶກສາ, ສົ່ງເສີມການຄົ້ນຄວ້າວິທະຍາສາດ, ການສ້າງນະວັດຕະກໍາ. ເອົາໃຈໃສ່ຍົກລະດັບການສົ່ງເສີມວຽກງານກັນພະຍາດ, ການປິ່ນປົວສຸຂະພາບ ແລະ ການບໍລິການດ້ານສາທາລະນະສຸກ. ໄດ້ອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳ ທີ່ເປັນເອກະລັກຂອງຊາດ. ໄດ້ຖືສຳຄັນ ການຄຸ້ມຄອງແຮງງານ, ສົ່ງເສີມການພັດທະນາສີມືແຮງງານ, ເອົາໃຈໃສ່ປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດ, ການຊ່ວຍເຫຼືອສົງເຄາະຕ່າງໆ ໄດ້ເປັນຢ່າງດີ.
- ອົງການລັດທຸກຂັ້ນ ໄດ້ຮັບການປັບປຸງໃຫ້ມີຄວາມກະທັດຮັດ ແລະ ມີປະສິດທິຜົນ ເພື່ອສູ່ຄຸນະພາບໃໝ່ ໄປຄຽງຄູ່ກັບການສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຢ່າງເປັນລະບົບ, ເປັນພື້ນຖານອັນເຂັ້ມແຂງ ໃຫ້ແກ່ການຫັນໄປສູ່ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ. ກົງຈັກອົງການລັດຂັ້ນຕ່າງໆ ໄດ້ຮັບການປັບປຸງຕາມທິດກະທັດຮັດ, ມີປະສິດທິພາບ, ຄ່ອງຕົວຂຶ້ນ; ໄດ້ເພີ່ມຄວາມເຂັ້ມງວດວຽກງານກວດສອບ, ກວດກາ ແລະ ແກ້ໄຂຜົນ ຂອງການກວດກາ ຢ່າງແຂງແຮງ ແລະ ເຂັ້ມງວດ; ຂະບວນຍຸຕິທຳ ໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງຕາມກົດໝາຍ ແລະ ມີຄວາມຍຸຕິທຳ ແລະ ໂປ່ງໃສຂຶ້ນຕື່ມບາດກ້າວໜຶ່ງ.
- ໄດ້ຜັນຂະຫຍາຍແນວທາງປ່ຽນແປງໃໝ່ ໃນວຽກງານແນວໂຮມ, ວຽກງານມະຫາຊົນ ຂອງພັກ ເປັນກົດໝາຍ ແລະ ນິຕິກໍາ ເປັນພື້ນຖານ ຄໍ້າປະກັນການປະຕິບັດ ສິດ, ໜ້າທີ່, ພາລະບົດບາດ ຂອງອົງການເຫຼົ່ານັ້ນ ໃຫ້ການຂົນຂວາຍສຶກສາອົບຮົມ, ເຕົ້້າໂຮມຄວາມສາມັກຄີທົ່ວປວງຊົນລາວ ປະກອບສ່ວນເຂົ້າໃນການປະຕິບັດ ສອງໜ້າທີ່ຍຸດທະສາດ.
- ຕັ້ງໜ້າປະຕິບັດແນວທາງການຕ່າງປະເທດ ເອກະລາດເປັນເຈົ້າຕົນເອງ, ສືບຕໍ່ດຳເນີນນະໂຍບາຍການທູດຢ່າງເປີດກວ້າງ, ຢ່າງເປັນເຈົ້າການ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຢ່າງຕັ້ງໜ້າ, ສາມາດຮັກສາໄດ້ສະພາບແວດລ້ອມສາກົນທີ່ເອື້ອອຳນວຍ ໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສາມາດຍົກຖານະບົດບາດຂອງປະເທດເຮົາ ແລະ ຂອງພັກເຮົາ ໃຫ້ສູງເດັ່ນຂຶ້ນ ໃນເວທີສາກົນອີກບາດກ້າວໜຶ່ງທີ່ສຳຄັນ.
- ໃນ 5 ປີຜ່ານມາ ພວກເຮົາໄດ້ສຸມໃສ່ປັບປຸງ, ກໍ່ສ້າງພັກ ທັງ 4 ດ້ານໄປ ພ້ອມໆກັນ, ເປັນຕົ້ນ:
ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ດ້ານແນວຄິດ-ການເມືອງ, ເຊິ່ງຖືເປັນສະໜາມຮົບແຖວໜ້າ ຂອງພັກ ໃນໄລຍະໃໝ່.
ວຽກງານຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກໍາ ຂອງພັກ, ໂດຍສະເພາະ ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ມີຜົນສຳເລັດທີ່ພົ້ນເດັ່ນ ຕິດພັນກັບການແລກປ່ຽນບົດຮຽນ ດ້ານທິດສະດີ-ພຶດຕິກຳ ກັບພັກອ້າຍນ້ອງ ຢ່າງເປັນປົກກະຕິ.
ພັກເຮົາ ໄດ້ຍູ້ແຮງການກໍ່ສ້າງ, ປັບປຸງພັກ ໂດຍຖືເອົາຄຸນະພາບເປັນກົກ ເຮັດໃຫ້ການຈັດຕັ້ງຮາກຖານພັກ ແລະ ຖັນແຖວສະມາຊິກພັກ ມີຈຳນວນເພີ່ມຂຶ້ນ. ອັນພົ້ນເດັ່ນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງກາງສະໄໝ ແລະ ທ້າຍສະໄໝ ໃນທົ່ວພັກ ໂດຍຖືມາດຕະການດັ່ງກ່າວ ເປັນການປົວແປງພາຍໃນພັກ ເພື່ອສືບຕໍ່ຍູ້ແຮງການກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນຍິ່ງຂຶ້ນ ຕິດພັນກັບການຕິດຕາມ, ກວດກາ ແລະ ແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ພາຍໃນພັກ ຢ່າງເຂັ້ມງວດ.
ທຸກໆອົງຄະນະພັກ ໄດ້ສຳເລັດການຂຶ້ນແຜນກຳນົດພະນັກງານຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຕົນຄຸ້ມຄອງ ກາຍເປັນບ່ອນອີງພື້ນຖານໃຫ້ແກ່ການຄົ້ນຄວ້າ ສັບຊ້ອນ, ຈັດວາງ ແລະ ບຳລຸງກໍ່ສ້າງ ພະນັກງານນຳພາຄຸ້ມຄອງແຕ່ລະຂັ້ນ; ປັບປຸງລະບົບການຄຸ້ມຄອງ-ປ້ອງກັນພະນັກງານ, ການປະຕິບັດນະໂຍບາຍ ຕໍ່ພະນັກງານ ຢູ່ແຕ່ລະຂັ້ນ ຢ່າງເໝາະສົມ.
ສັງລວມແລ້ວ, ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແມ່ນໃຫຍ່ຫຼວງຮອບດ້ານ ແລະ ມີຄວາມໝາຍສໍາຄັນ ເຊິ່ງໄດ້ມາຍ້ອນການນຳພາຊີ້ນຳ ຢ່າງເຂັ້ມແຂງ, ຖືກຕ້ອງ, ແທດເຖິງ ແລະ ທັນການ ຂອງຄະນະບໍລິຫານງານສູນກາງພັກ, ຄະນະພັກທຸກຂັ້ນ ກໍຄື ການຄຸ້ມຄອງບໍລິຫານ ຂອງອົງການລັດຂັ້ນສູນກາງ ແລະ ທ້ອງ ຖິ່ນ; ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ມີຄວາມເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ຄວາມສາມາດ ຂອງພັກເຮົາ ໃນການປະເຊີນ ກັບບັນຫາ ທີ່ເກີດຂຶ້ນໄດ້ສຳເລັດ, ມີຄວາມບຸກບືນສູ້ຊົນ ແລະ ຕັດສິນໃຈສູງ ຄົ້ນຄວ້າທາງອອກ ແລະ ວາງມາດຕະການອັນຈຳເປັນ ຢ່າງຖືກຕ້ອງ. ການຮູ້ນໍາໃຊ້ ແລະ ເສີມຂະຫຍາຍກຳລັງແຮງ ຂອງຄວາມກ້າວໜ້າວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໃນການແກ້ໄຂບັນຫາ ຢ່າງມີປະສິດທິຜົນ. ປະຊາຊົນລາວບັນດາເຜົ່າ ໄດ້ເສີມຂະຫຍາຍ ນໍ້າໃຈຮັກຊາດອັນດູດດື່ມ, ມີຄວາມສາມັກຄີເປັນປຶກແຜ່ນ, ສືບຕໍ່ມີຄວາມເຊື່ອໝັ້ນ ຕໍ່ການນຳພາ ຂອງພັກ ແລະ ລັດ, ເຊື່ອໝັ້ນໃນອະນາຄົດອັນສະຫວ່າງສະໄຫວຂອງປະເທດຊາດ.
ໃນໂອກາດອັນມີຄວາມໝາຍສໍາຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໃນຄັ້ງນີ້, ຂ້າພະເຈົ້າ ຕາງໜ້າຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຂໍສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະພັກແຕ່ລະຂັ້ນ, ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ, ປະຊາຊົນລາວ, ຜູ້ປະກອບການ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ຮັບຜົນສໍາເລັດ ເປັນຢ່າງດີ, ມີຄວາມຕື່ນຕົວເປັນເຈົ້າການປະກອບສ່ວນຄົນລະໄມ້ຄົນລະມື. ໃນໂອກາດນີ້, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຂໍສະແດງຄວາມຂອບໃຈຕໍ່ເພື່ອນມິດຜູ້ຢູ່ໃກ້ ແລະ ໄກ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອອັນຈິງໃຈ ຕໍ່ພັກ, ລັດ ແລະ ປະຊາຊົນລາວ ມານະໂອກາດນີ້ ຢ່າງສຸດອົກສຸດໃຈ!
ຮຽນ ຄະນະປະທານ, ບັນດາສະຫາຍ ທີ່ຮັກແພງ,
ໃນຖານະທີ່ເປັນພັກປະຕິວັດ, ຢືນບົນຈິດໃຈກ້າເບິ່ງບັນຫາຄວາມຈິງດ້ວຍສັດຈະທຳ ເພື່ອປັບປຸງປ່ຽນແປງຕົນເອງນັ້ນ, ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ພວກເຮົາ ກໍຍັງມີຂໍ້ຄົງຄ້າຈໍານວນບໍ່ໜ້ອຍ ເປັນຕົ້ນແມ່ນ:
- ການເສື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບຢ່າງ, ຂາດມານະຈິດປະຕິວັດ, ຂາດຄວາມບຸກບືນສູ້ຊົນ, ນໍ້າໃຈຮັບໃຊ້ປະຊາຊົນ ແລະ ຄວາມເສຍສະຫຼະເພື່ອສ່ວນລວມໃນ ຖັນແຖວສະມາຊິກພັກ ແລະ ພະນັກງານການນໍາຫຼັກແຫຼ່ງຈຳນວນໜຶ່ງ ຢູ່ແຕ່ລະຂັ້ນໄດ້ມີສະພາບຖົດຖອຍລົງ; ຄະນະພັກ, ຮາກຖານພັກຈຳນວນໜຶ່ງ ບໍ່ໜັກແໜ້ນ, ເກີດມີພະຍາດອາຍາສິດ, ການສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ.
- ການເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງສັງຄົມ ບໍ່ທັນແຂງແຮງ, ກວ້າງຂວາງ; ການຕ້ານ, ການສະກັດກັ້ນ, ການຕອບໂຕ້ ຖ້ອຍທໍານອງບິດເບືອນຄວາມຈິງ ດ້ວຍເຈດຕະນາໃສ່ຮ້າຍປ້າຍສີ ແນໃສ່ທຳລາຍພັກ, ທຳລາຍປະເທດຊາດ ຫຼື ເຈດຕະນາປັ່ນປ່ວນ ສ້າງຄວາມແຕກແຍກພາຍໃນຊາດນັ້ນ ບໍ່ທັນແຂງແຮງ ແລະ ຍັງຂາດຄວາມແຫຼມຄົມ, ການຄຸ້ມຄອງສື່ສັງຄົມອອນລາຍ ຍັງມີຂີດຈໍາກັດ, ຄວາມຫຍໍ້ທໍ້ໃນສັງຄົມ ມີທ່າອ່ຽງເພີ່ມຄວາມຮຸນແຮງຂຶ້ນ ໄດ້ສ້າງຄວາມເສຍຫາຍໜັກໜ່ວງໃຫ້ແກ່ສັງຄົມ.
- ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຍັງເປັນສິ່ງທ້າທາຍ ແລະ ສົ່ງຜົນກະທົບຕໍ່ບົດບາດການນຳພາ ຂອງພັກ ແລະ ການຄຸ້ມຄອງຂອງລັດ ກໍຄື ຕໍ່ສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະ ດ້ານສັງຄົມ-ການເມືອງ; ການຜະລິດສິນຄ້າ ແລະ ການບໍລິການ ເພື່ອທົດແທນການນໍາເຂົ້າ ຍັງບໍ່ທັນແຂງແຮງ; ສິນຄ້າສົ່ງອອກຕົ້ນຕໍ ຍັງແມ່ນວັດຖຸດິບ ຫຼື ຖ້າມີການປຸງແຕ່ງ ກໍເປັນພຽງແຕ່ການປຸງແຕ່ງຂັ້ນຕົ້ນເທົ່ານັ້ນ; ການສົ່ງເສີມກຸ່ມການຜະລິດ ຍັງບໍ່ທັນຄົບຊຸດ ແລະ ແຂງແຮງເທົ່າທີ່ຄວນ; ການຫັນເປັນທັນສະໄໝ ຍັງມີຄວາມຄືບໜ້າຊ້າ; ກົນໄກ, ລະບອບ, ລະບຽບການຄຸ້ມຄອງ-ບໍລິຫານ ຍັງບໍ່ທັນໄດ້ຮັບການປັບປຸງຢ່າງເປັນລະບົບ.
- ການອະນຸລັກຮັກສາ ແລະ ສົ່ງເສີມຄຸນຄ່າວັດທະນະທໍາ, ການພັດທະນາເສດຖະກິດ ກັບການສ້າງຄວາມສີວິໄລດ້ານຈິດໃຈ ຍັງບໍ່ທັນກົມກຽວ ແລະ ຄ່ານິຍົມບໍ່ຖືກຕ້ອງ ຍັງບໍ່ທັນໄດ້ຮັບການແກ້ໄຂ; ການລົງທຶນເຂົ້າໃສ່ການພັດທະນາຊັບພະຍາ ກອນມະນຸດ ຍັງຈໍາກັດ.
- ການວາງແຜນສ້າງ ແລະ ປັບປຸງກົດໝາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ ຍັງບໍ່ທັນໜັກແໜ້ນ ແລະ ຮັດກຸມໄປຕາມແຜນທີ່ວາງໄວ້, ການສ້າງ ແລະ ຮັບຮອງກົດໝາຍທີ່ປະກາດໃຊ້ ບໍ່ທັນໜັກແໜ້ນ, ຮັດກຸມ; ສະຕິເຄົາລົບກົດໝາຍ ຂອງສັງຄົມບໍ່ທັນສູງ, ການລະເມີດກົດໝາຍ ບໍ່ທັນໄດ້ຮັບການແກ້ໄຂ ຢ່າງເຂັ້ມງວດ, ເດັດຂາດ ແລະ ທັນການ.
- ການປຸກລະດົມກຳລັງແຮງສັງລວມ, ການເສີມຂະຫຍາຍບົດບາດ, ສິດເປັນເຈົ້າຕົນເອງ, ເພິ່ງຕົນເອງ ຂອງປະຊາຊົນ ເຂົ້າໃນການພັດທະນາ ຍັງບໍ່ທັນແຂງແຮງ.
- ການຜັນຂະຫຍາຍແນວທາງ, ນະໂຍບາຍ ຂອງພັກ-ລັດ ໃນຂົງເຂດຕ່າງປະເທດ ບາງດ້ານຍັງບໍ່ທັນຢູ່ໃນທ່າບຸກ, ບໍ່ມີຈຸດສຸມ ແລະ ການຈັດຕັ້ງປະຕິບັດ ຍັງບໍ່ທັນກົມກຽວ, ບໍ່ທັນໂລ່ງລ່ຽນ ແລະ ບໍ່ທັນລວມສູນ.
ບັນດາສະຫາຍ ທີ່ຮັກແພງ,
ຂໍ້ຄົງຄ້າງເຫຼົ່ານັ້ນ ເກີດມາຈາກຫຼາຍສາເຫດ ທີ່ແຕກຕ່າງກັນ ທັງໃນຕົວ ແລະ ນອກຕົວ, ດັ່ງນີ້:
1. ການນໍາພາຊີ້ນໍາ ຫັນທິດທາງ, ໜ້າທີ່ລວມ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ວາງອອກ ແລະ ການຈັດຕັ້ງຜັນຂະຫຍາຍ ບັນດາມະຕິ, ຄໍາສັ່ງ ຂອງສູນກາງພັກ ຢູ່ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຈຳນວນໜຶ່ງ ຍັງຊັກຊ້າ, ການວາງຄາດໝາຍສູ້ຊົນບໍ່ທັນຈະແຈ້ງ, ບໍ່ຕິດພັນກັບການແກ້ໄຂບັນຫາຕົວຈິງ ຈຶ່ງບໍ່ທັນເຮັດໃຫ້ເກີດມີຂະບວນການອັນຟົດຟື້ນ ແລະ ແຂງແຮງ.
2. ການສ້າງການຫັນປ່ຽນທາງດ້ານແນວຄິດ-ຈິນຕະນາ ການ ຍັງຊັກຊ້າ, ແນວຄິດຮັກສາເດີມ, ເອື່ອຍອີງ... ບໍ່ທັນໄດ້ຮັບການແກ້ໄຂ, ຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ຕໍ່ວຽກງານບໍ່ທັນສູງ, ພະນັກງານຈຳນວນບໍ່ໜ້ອຍ ແລ່ນນຳແຕ່ຜົນປະໂຫຍດສ່ວນຕົວ, ຂາດສະຕິຊາດ, ເອກະລາດ, ເປັນເຈົ້າຕົນເອງ, ຕົກເຂົ້າກົນອຸບາຍຫັນປ່ຽນໂດຍສັນຕິ ແລະ ການຫັນປ່ຽນດ້ວຍຕົນເອງ.
3. ກົງຈັກການຈັດຕັ້ງບາງຂະແໜງການ ແຕ່ຂັ້ນສູນກາງລົງເຖິງທ້ອງຖິ່ນ ຍັງໃຫຍ່ໂຕ, ຂາດປະສິດທິພາບ, ການນໍາພາຄຸ້ມຄອງ ມີດ້ານບໍ່ທັນຈະແຈ້ງ, ຮັດກຸມ ແລະ ເຂັ້ມງວດ; ກົນໄກບໍລິຫານ ຍັງມີລັກສະນະອາຍາສິດ, ຫຼາຍຂອດຂັ້ນ, ຄຸມເຄືອ ແລະ ບໍ່ວ່ອງໄວ; ການປະສານງານ ລະຫວ່າງ ຂັ້ນສູນກາງດ້ວຍກັນ, ຂັ້ນສູນກາງ ກັບທ້ອງຖິ່ນ ແລະ ຂັ້ນທ້ອງຖິ່ນດ້ວຍກັນ ຍັງບໍ່ທັນໂລ່ງລ່ຽນ, ເມື່ອກວດກາພົບເຫັນຈຸດອ່ອນແລ້ວ ຍັງມັກໂຍນໄປໂຍນມາ ບໍ່ຢາກຮັບຜິດຊອບ.
4. ພວກຄົນບໍ່ຫວັງດີ ໄດ້ໃຊ້ຮູບການ, ວິທີການໃໝ່ ເລິກແລບແນບນຽນກວ່າເກົ່າ ເພື່ອເຄື່ອນໄຫວມ້າງເພທໍາລາຍ, ສວຍໃຊ້ຈຸດບົກພ່ອງ ໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ປະກົດການຫຍໍ້ທໍ້ໃນສັງຄົມ ແລະ ປັດໄຈນອກຕົວອື່ນໆ... ເພື່ອແບ່ງແຍກຄວາມສາມັກຄີພາຍໃນ ແລະ ບັ່ນທອນຄວາມເຊື່ອໝັ້ນ ຂອງສັງຄົມ ຕໍ່ພັກ-ລັດ.
ຜ່ານການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະ 5 ປີມານີ້ ກໍຄື ການປະຕິບັດແນວທາງປ່ຽນແປງໃໝ່ ຕະຫຼອດໄລຍະ 40 ປີ ທີ່ຜ່ານມາ, ພວກເຮົາ ສາມາດຖອດຖອນບົດຮຽນແຫ່ງການປ່ຽນໃໝ່ ເຊິ່ງຕ້ອງສືບຕໍ່ຍຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນໍາພາພາລະກິດປະຕິວັດ ໃນຂັ້ນຕໍ່ໄປ ດັ່ງນີ້:
1. ພັກເຮົາຮັບຮູ້ແຈ້ງວ່າ ການປ່ຽນແປງໃໝ່, ການສະແຫວງຫາສັດຈະທໍາ ໃນການນຳພາ ຂອງພັກ ແມ່ນພາລະກິດປະຕິວັດອັນເລິກເຊິ່ງເຖິງຖອງ ທີ່ຕ້ອງດໍາເນີນການຢ່າງ ຮອບດ້ານ, ຕໍ່ເນື່ອງ ແລະ ຍາວນານ. ພວກເຮົາ ຕ້ອງຍຶດໝັ້ນໃນອັນທີ່ພັກເຮົາຍຶດຖືເປັນຫຼັກການ, ທັງຕ້ອງປະດິດສ້າງ, ຕໍ່ຍອດ ໃຫ້ສູງຂຶ້ນ ແລະ ຫັນເຂົ້າສູ່ລວງເລິກກວ່າເກົ່າ, ຕັດສິນໃຈປະຕິບັດ ຢ່າງເດັດດ່ຽວ ໜຽວແໜ້ນ.
2. ການຍົກສູງຄວາມຮັບຜິດຊອບ ໃນການນໍາພາຊີ້ນໍາ ຢ່າງເຂັ້ມແຂງ ແລະ ທັນການ ຂອງຄະນະບໍລິຫານງານສູນກາງພັກ ແມ່ນປັດໄຈຕັດສິນການແກ້ໄຂບັນຫາ. ເພີ່ມທະວີຄວາມເປັນແບບຢ່າງນຳໜ້າ ຂອງການນຳແຕ່ລະຂັ້ນ, ຂອງສະມາຊິກພັກ ແຕ່ລະສະຫາຍ ໃນດ້ານແບບແຜນເຮັດວຽກຢ່າງມີວິທະຍາສາດ, ເອົາການເອົາງານ ແລະ ແບບແຜນການດຳລົງຊີວິດ ທີ່ປອດໃສ ຕິດພັນກັບການແກ້ໄຂບັນຫາພະນັກງານ ຕາມທິດ ມີເຂົ້າ-ມີອອກ, ມີຂຶ້ນ-ມີລົງ ຢ່າງເຂັ້ມງວດ ແມ່ນເປັນປັດໄຈສຳຄັນ ໃນການຍົກສູງບົດບາດນຳພາ ຂອງພັກ.
3. ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ການເຄື່ອນ ໄຫວວຽກງານຕ່າງປະເທດ ຢ່າງແຂງແຮງ ບົນຈິດໃຈ ເອກະລາດ ເປັນເຈົ້າຕົນເອງ ແລະ ເປັນເຈົ້າການ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ, ສ້າງສະພາບແວດລ້ອມສາກົນ ທີ່ເອື້ອອຳນວຍ ໃຫ້ແກ່ການປົກປັກຮັກສາ ແລະ ການພັດທະນາປະເທດຊາດ.
4. ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ດ້ວຍການສ້າງການຫັນປ່ຽນທາງດ້ານຈິນຕະນາການ ແລະ ເພີ່ມທະວີການນຳພາຊີ້ນຳ ຢ່າງຮອບດ້ານ ຂອງພັກ ໂດຍເລີ່ມຈາກການກຳນົດຂະແໜງ ທີ່ເປັນທ່າແຮງບົ່ມຊ້ອນຢູ່ແຕ່ລະທ້ອງຖິ່ນ, ສຸມທຶນຮອນ, ສະຕິປັນຍາເຂົ້າໃສ່ການພັດທະນາເສດຖະກິດແຫ່ງຊາດ ໃຫ້ເຂັ້ມແຂງ.
5. ພັດທະນາເສດຖະກິດ ຕ້ອງຕິດແໜ້ນກັບການພັດທະນາວັດທະນະທໍາ-ສັງຄົມ, ຂຸດຄົ້ນກໍາລັງແຮງດ້ານວັດທະນະທຳ ເຂົ້າໃນການພັດທະນາເສດຖະກິດ; ຢາກພັດທະນາເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຕ້ອງຖືການພັດທະນາສັງຄົມ ເປັນເປົ້າໝາຍ, ເປັນກຳລັງແຮງ ແລະ ສິ່ງຊຸກດັນ.
6. ຕ້ອງເຊີດຊູບົດບາດນໍາພາ-ຊີ້ນໍາ-ບັນຊາ ທີ່ເຂັ້ມແຂງ, ປະດິດສ້າງ ແລະ ເປັນເຈົ້າການຂອງຄະນະນຳ ເປັນຕົ້ນຜູ້ເປັນຫົວໜ້າຢູ່ແຕ່ລະບ່ອນ, ໂດຍສະເພາະ ໃນໄລຍະທີ່ພົບຄວາມຫຍຸ້ງຍາກ ຄະນະພັກ-ຄະນະນຳ ແຕ່ສູນກາງຮອດທ້ອງຖິ່ນ ຕ້ອງຍົກສູງຄວາມຮັບຜິດຊອບບັນຊາ-ຊີ້ນຳ ຄືການບັນ ຊາໃນສະໜາມຮົບໜຶ່ງໆ.
7. ເສີມຂະຫຍາຍປະຊາທິປະໄຕ ຢູ່ພາຍໃນພັກຢ່າງແຂງແຮງ, ຮັບປະກັນໃຫ້ພະນັກງານ-ສະມາຊິກພັກ ແລະ ມະຫາຊົນມີສ່ວນຮ່ວມຫຼາຍຂຶ້ນ ໃນການຕິດຕາມການເຄື່ອນໄຫວ ແລະ ການນຳພາຊີ້ນຳ ຂອງຜູ້ນຳພາ ຢູ່ແຕ່ລະຂັ້ນ.
ພາກທີ II : ສືບຕໍ່ຍູ້ແຮງພາລະກິດການປ່ຽນແປງໃໝ່ ຂອງພັກ, ນໍາພາບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ.
ໃນຊຸມປີຕໍ່ໜ້າ, ສະພາບການພາກພື້ນ ແລະ ສາກົນ ຍັງຈະສັບສົນ, ສະຫຼັບສັບຊ້ອນ ແລະ ສືບຕໍ່ຜັນແປຢ່າງໄວວາ, ເກີດມີສິ່ງທ້າທາຍໃໝ່ ທີ່ຄາດຄະເນໄດ້ຍາກ. ເຖິງແນວໃດກໍຕາມ ບັນຫາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ, ການປົກປັກຮັກສາສິ່ງແວດລ້ອມ ຍັງເປັນທ່າອ່ຽງລວມ, ເປັນຄວາມສະແຫວງຫາ ຂອງມວນມະນຸດ.
ປະເທດເຮົາ, ເຖິງຈະມີກາລະໂອກາດ ທີ່ເອື້ອອຳນວຍໃນຫຼາຍດ້ານ, ແຕ່ກໍ່ຍັງຈະສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ... ເຖິງຢ່າງໃດກໍຕາມ, ດ້ວຍມູນເຊື້ອອົງອາດກ້າແກ່ນ, ພັກເຮົາຕັດສິນໃຈສືບຕໍ່ນຳພາຍູ້ແຮງພາລະກິດການປ່ຽນແປງໃໝ່, ຕອບສະໜອງຄວາມມຸ່ງມາດປາຖະໜາອັນແຮງກ້າ ຂອງປະຊາຊົນບັນດາເຜົ່າ ທີ່ຢາກຍົກລະດັບຊີວິດການເປັນຢູ່ ໃຫ້ດີຂຶ້ນ, ນຳພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ.
ບົນພື້ນຖານດັ່ງກ່າວ, ໃນຊຸມປີຕໍ່ໜ້ານີ້ ພັກເຮົາ ສືບຕໍ່ວາງທິດທາງ, ໜ້າທີ່ຕົ້ນຕໍ ໃນການສືບຕໍ່ນຳພາ ພາລະກິດປະຕິວັດ ຢູ່ປະເທດເຮົາຕາມຄໍາຂວັນລວມ ທີ່ວ່າ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ດັ່ງນີ້:
1. ທິດທາງ, ໜ້າທີ່ຕົ້ນຕໍ ໃນຕໍ່ໜ້າ
1) ຮອດປີ 2055: ຕ້ອງເພີ່ມທະວີມານະຈິດປະຕິວັດ ຂອງທົ່ວພັກ, ທົ່ວປວງຊົນ, ເສີມຂະຫຍາຍກໍາລັງແຮງສັງລວມພາຍໃນຊາດ ແລະ ສົມທົບກັບກໍາລັງແຮງ ຂອງຍຸກສະໄໝ ເພື່ອສູ້ຊົນພັດທະນາ ສປປ ລາວ ເປັນປະເທດກຳລັງພັດທະນາ, ມີລາຍຮັບປານກາງສູງ ຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ.
2) ໄລຍະແຕ່ປີ 2026 ເຖິງ 2035:
ສືບຕໍ່ດໍາເນີນການສ້າງ, ປັບປຸງ ແລະ ຍົກລະດັບບັນດາປະຖົມປັດໄຈຕົ້ນຕໍ ໃຫ້ແກ່ການບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ, ຍົກສູງຄວາມເປັນເຈົ້າຕົນເອງ ສືບຕໍ່ສ້າງພື້ນຖານໃນການພັດທະນາ; ຮັບປະກັນສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ຍຸຕິທໍາ; ອົງການລັດ ປະຕິບັດພາລະບົດບາດ, ໜ້າທີ່ ຕາມກົດໝາຍຢ່າງເຂັ້ມແຂງ, ມີປະສິດທິພາບ, ຍົກສູງຄວາມສາມາດ ໃນການຄຸ້ມຄອງມະຫາພາກ ຂອງສູນກາງ ແລະ ຄວາມເປັນເຈົ້າການ ຂອງທ້ອງຖິ່ນ; ການພັດທະນາເສດຖະກິດ-ສັງຄົມ ມີຈຸດສຸມ, ມີຄຸນະພາບ, ໜັກ ແໜ້ນ ຕາມທິດສີຂຽວ ແລະ ຍືນຍົງ, ເສດຖະກິດມະຫາພາກ ມີສະຖຽນລະພາບ, ຄວບຄຸມເງິນເຟີ້, ຫຼຸດຜ່ອນພາລະໜີ້ສິນສາທາລະນະ, ລັດວິສາຫະກິດ ເປັນກໍາລັງແຮງຮ່ວມກັບພາກສ່ວນເສດຖະກິດອື່ນໆ ໃນພື້ນຖານເສດຖະກິດແຫ່ງຊາດ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ທີ່ມີຄວາມສາມາດ ໃຫ້ແກ່ການພັດທະນາເພີ່ມຂຶ້ນ, ຍົກສູງຄຸນະພາບຊີວິດ ຂອງປະຊາຊົນ; ຍູ້ແຮງການນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນໃນຂົງເຂດຕ່າງໆ; ການພັດທະນາ ມີຄວາມກົມກຽວ, ສົມດຸນ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ ຢ່່າງມີປະສິດທິຜົນ; ການເຊື່ອມໂຍງ-ເຊື່ອມຈອດ ກັບປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາເປັນກ້າວໆ.
3) ໃນ 5 ປີຕໍ່ໜ້າ (2026-2030):
ສືບຕໍ່ຮັບປະກັນສະຖຽນລະພາບດ້ານການເມືອງ ຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນໃນທົ່ວປວງຊົນ, ເອກະລາດ, ອໍານາດອະທິປະໄຕ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ; ປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ; ລະບົບການເມືອງ ໄດ້ຮັບການປັບປຸງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສູ້ຊົນເຮັດໃຫ້ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂຢ່າງເລິກເຊິ່ງ, ບໍ່ສ້າງໜີ້ສິນໜັກໜ່ວງ; ພັດທະນາເສດຖະກິດ ໃຫ້ມີຄວາມເຂັ້ມ ແຂງ, ເປັນເຈົ້າຕົນເອງ, ສຸມໃສ່ 7 ຂະແໜງ ເສດຖະກິດປາຍແຫຼມ, ການຄຸ້ມຄອງ-ບໍລິຫານເສດຖະກິດ ດໍາເນີນໄປຖືກຕ້ອງຕາມກົດໝາຍ; ການພັດທະນາຂະຫຍາຍຕົວໄວ, ຕໍ່ເນື່ອງ, ສູ້ຊົນໃຫ້ອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ເພີ່ມຂຶ້ນສະເລ່ຍ 6% ຕໍ່ປີ ຂຶ້ນໄປ; ຄຸນະພາບຊີວິດ ຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນ; ວັດທະນະທໍາອັນດີງາມ ແລະ ເປັນເອກະລັກ ຂອງຊາດ ໄດ້ຮັບການເສີມຂະຫຍາຍ, ຊັບພະຍາກອນມະນຸດ ໄດ້ຮັບການກໍ່ສ້າງ ແລະ ພັດທະນາຢ່າງມີຈຸດສຸມ ແລະ ມີຄຸນະພາບ; ສປປ ລາວ ເຄື່ອນໄຫວການຕ່າງປະເທດ ຢ່າງເປັນເຈົ້າການ, ໄດ້ຮັບຄວາມເຊື່ອໝັ້ນຈາກເພື່ອນມິດສາກົນ ແລະ ສືບຕໍ່ເຮັດໃຫ້ ສປປ ລາວ ມີບົດບາດ ພົ້ນເດັ່ນຂຶ້ນ.
ເພື່ອເຮັດໃຫ້ທິດທາງ ແຕ່ນີ້ຮອດປີ 2030 ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ, ພວກເຮົາ ຕ້ອງສືບຕໍ່ບຸກທະລຸທັງສີ່ດ້ານ ໃຫ້ແຂງແຮງ, ເລິກເຊິ່ງ ແລະ ເປັນຮູບປະທຳ ໂດຍສືບຕໍ່ເຊື່ອມສານ ແລະ ຜັນຂະຫຍາຍ-ຕໍ່ຍອດ ວຽກງານຈຸດສຸມ ໃນວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (2022-2025) ໃຫ້ນຳເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ກາຍເປັນແຜນປົກກະຕິ ເພື່ອຊີ້ນໍາການຈັດຕັ້ງປະຕິບັດ ໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ໃຫ້ຂາດຕົວໃນບາງດ້ານ ດ້ວຍມາດຕະການສຳຄັນ, ເລັ່ງດ່ວນ ຈຳນວນໜຶ່ງ ດັ່ງນີ້:
3.1 ປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສ, ຫຼຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນທັນສະໄໝ- ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນ ໃນການແຂ່ງຂັນ;
3.2 ປຸກລະດົມ ແລະ ຍູ້ແຮງຂະບວນການພັດທະນາປະເທດຊາດ ຂຶ້ນສູ່ລະດັບສູງ, ຍົກສູງຈິດໃຈເອກະລາດ, ຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບຸກບືນສູ້ຊົນ ເຮັດໃຫ້ປະຊາຊົນຮູ້ທຳມາຫາກິນແບບໃໝ່, ມີວິຖີຊີວິດແບບໃໝ່ກ້າວຂຶ້ນ ແລະ ສ້າງໃຫ້ວິສາຫະກິດຂອງລັດ ແລະ ເອກະຊົນ ເຂັ້ມແຂງ, ຮັ່ງມີຂຶ້ນ; ນຳພາຊຸກຍູ້ການປະຕິບັດແນວທາງການກໍ່ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງແຂງແຮງ, ສ້າງທ່ວງທ່າການພັດທະນາທີ່ຍືນຍົງ ແລະ ເຊື່ອມໂຍງກັບສາກົນ; ຫັນປ່ຽນຈາກສັງຄົມຊົມໃຊ້ໄປສູ່ສັງຄົມແຫ່ງການຜະລິດໃຫ້ໄດ້ເປັນຮູບປະທຳ;
3.3 ປ່ຽນແປງໃໝ່ຢ່າງຮອບດ້ານ ວຽກງານຄຸ້ມຄອງ ແນໃສ່ຍົກສູງປະສິດທິຜົນການຂຸດຄົ້ນ ແລະ ນໍາໃຊ້ແຫຼ່ງຊັບພະຍາກອນ ທຳມະຊາດ ເປັນຕົ້ນແມ່ນ ໃນຂົງເຂດບໍ່ແຮ່, ຊັບພະຍາກອນນ້ຳ, ທີ່ດິນ ໃຫ້ກາຍເປັນການຜະລິດທີ່ຍືນຍົງ; ຕັ້ງໜ້າຜະລິດພະລັງງານໄຟຟ້າດ້ວຍຫຼາຍທາງເລືອກ ລວມທັງພະລັງງານນ້ຳ, ແສງຕາເວັນ, ລົມ ແລະ ພະລັງງານນິວເຄຼຍ ເພື່ອຊົມໃຊ້ພາຍໃນ ແລະ ເພື່ອການສົ່ງອອກ; ເພີ່ມທະວີການບໍລິຫານທີ່ດີ, ສ້າງຄວາມໂປ່ງໃສ, ຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງ, ອັດຊ່ອງວ່າງການຮົ່ວໄຫຼ, ເພີ່ມແຫຼ່ງລາຍຮັບງົບປະມານ ເພື່ອສ້າງກໍາລັງແຮງ ໃຫ້ແກ່ການຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ ໃຫ້ໄວຂຶ້ນ, ໝັ້ນທ່ຽງ ແລະ ມີຄວາມຍືນຍົງ.
ສະຫາຍ ທີ່ຮັກແພງທັງຫຼາຍ,
ບົນຈິດໃຈເນື້ອໃນໃຫຍ່ ທີ່ກໍານົດອອກໃນທິດທາງ, ໜ້າທີ່ຕົ້ນຕໍ ຂ້າງເທິງນັ້ນ, ພວກເຮົາ ຕ້ອງເອົາໃຈໃສ່ວຽກງານຈຸດສຸມ ແຕ່ລະຂົງເຂດ ດັ່ງນີ້:
1. ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບດ້ານການເມືອງ ແລະ ຄວາມສະຫງົບສຸກ ຂອງສັງຄົມ. ເພີ່ມທະວີຄວາມສາມາດນໍາພາເດັດ ຂາດ, ໂດຍກົງ, ຮອບດ້ານຂອງພັກ ຕໍ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສ້າງກຳລັງໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນ ຕາມທິດຫັນເປັນເປັນມືອາຊີບ ແລະ ທັນສະໄໝ, ເປັນກຳລັງທີ່ຊື່ສັດ, ຈົງຮັກພັກດີຢ່າງເດັດຂາດ ຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ກຽມພ້ອມຮັບມືກັບທຸກສະຖານະການ. ສືບຕໍ່ເປັນຫຼັກແຫຼ່ງແກ່ນສານ ໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂບັນຫາອາຊະຍາກໍາທາງໄຊເບີ ຕິດພັນກັບບັນຫາອາຊະຍາກໍາຕ່າງໆ...
2. ສືບຕໍ່ສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ເຂັ້ມແຂງ, ນຳພາປະເທດຊາດ ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຢ່າງໂລ່ງລ່ຽນ ແລະ ຍືນຍົງ.
- ເພີ່ມທະວີການນຳພາ ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໂດຍເລີ່ມຈາກການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ, ລົງວັນທີ 04 ເມສາ 2024 ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ກ້າວສູ່ລວງເລິກ ແລະ ເຂັ້ມແຂງ.
- ປັບປຸງ ແລະ ສ້າງພາກສ່ວນເສດຖະກິດລັດ ໃຫ້ສາມາດເປັນເຈົ້າພາທາງໃນພື້ນຖານເສດຖະກິດແຫ່ງຊາດ; ຮີບຮ້ອນສ້າງຕັ້ງ ແລະ ປັບປຸງ ລັດວິສາຫະກິດຈຳນວນໜຶ່ງ ທີ່ຈໍາເປັນ; ສົ່ງເສີມບັນດາພາກສ່ວນເສດຖະກິດອື່ນໆ ຢ່າງແຂງແຮງ, ຖືພາກສ່ວນເສດຖະກິດຕ່າງໆ ເປັນກໍາລັງແຮງ ຂອງພື້ນຖານເສດຖະກິດແຫ່ງຊາດ.
- ປັບປຸງໂຄງປະກອບຂະແໜງເສດຖະກິດ ນັບມື້ຈະແຈ້ງຂຶ້ນ, ກວດກາ ແລະ ກຳນົດຄືນ ຍຸດທະສາດພັດທະນາ ຂອງບັນດາຂະ ແໜງການຜະລິດ ແລະ ບໍລິການ ດ້ວຍການສົມທົບແໜ້ນລະຫວ່າງການສົ່ງເສີມ, ພັດທະນາ ແລະ ຂະຫຍາຍທຸກທ່າແຮງບົ່ມຊ້ອນ ກັບການຜະລິດສິນຄ້າ ແລະ ການບໍລິການ ທີ່ເປັນປາຍແຫຼມ, ສີຂຽວ ແລະ ມີຄວາມຍືນຍົງ. ຫຼຸດຜ່ອນ ແລະ ກ້າວໄປເຖິງຢຸດຕິການເອື່ອຍອີງໃສ່ການຂຸດຄົ້ນຊັບພະຍາກອນທຳມະຊາດເພື່ອສົ່ງອອກວັດຖຸດິບ.
- ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໃນຂະແໜງໄຟຟ້າ, ສ້າງລະບົບຄວາມໝັ້ນຄົງ ແລະ ຍືນຍົງ ຂອງພະລັງງານ.
- ພັດທະນາເສດຖະກິດເຂດແຄວ້ນ ໃຫ້ເປັນລະບົບຕໍ່ເນື່ອງ ເພື່ອຍູ້ແຮງເສດຖະກິດ ໃຫ້ເຕີບໂຕໄວ ແລະ ໝັ້ນຄົງ ດ້ວຍການຍູ້ແຮງການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແບບກວມ ລວມ ນັບທັງລະດັບຊາດ ແລະ ລະດັບທ້ອງຖິ່ນ.
- ເຊື່ອມຈອດພື້ນຖານເສດຖະກິດ ຂອງປະເທດເຮົາ ເຂົ້າກັບອະນຸພາກພື້ນ, ພາກພື້ນ ຢ່າງເປັນລະບົບ ໂດຍສະເພາະ ກັບ ສສ ຫວຽດນາມ, ສປ ຈີນ, ລາຊະອານາຈັກໄທ, ກຳປູເຈຍ... ເປັນຕົ້ນ ດ້ານຄົມມະນາຄົມ, ດ້ານການຄ້າ, ການຮ່ວມມືເຕັກນິກ-ເຕັກໂນໂລຊີ, ການເງິນ-ເງິນຕາ ແລະ ອື່ນໆ;
- ສ້າງກົນໄກ ແລະ ປັບປຸງລະບຽບວິໄນ ເພື່ອສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍ ດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ຫຼຸດຜ່ອນຂອດຂັ້ນທີ່ບໍ່ຈຳເປັນ, ຄຸ້ມຄອງການລົງທຶນຕາມກົດໝາຍ, ທັນສະໄໝ, ໂປ່ງໃສ, ວ່ອງໄວ ແລະ ກວດສອບໄດ້, ກັບຄືນມາທົບທວນນະໂຍບາຍ 3 ເປີດ ໃນການຂົນຂວາຍການລົງທຶນ ຄື: ເປີດໃຈ, ເປີດປະຕູ ແລະ ເປີດສິ່ງກີດຂວາງ ໃຫ້ໄດ້.
- ຫັນການຄຸ້ມຄອງການເງິນ, ງົບປະມານ ແລະ ເງິນຕາ ເຂົ້າສູ່ວິໄນເຂັ້ມງວດ ແລະ ມີຄວາມທັນສະໄໝ; ເພີ່ມຄວາມເປັນເຈົ້າຕົນເອງທາງດ້ານການເງິນ ຂອງແຕ່ລະທ້ອງຖິ່ນ; ເພີ່ມທະວີການຄຸ້ມຄອງໜີ້ສາທາລະນະ, ແກ້ໄຂໜີ້ສິນຢ່າງມີແຜນການ, ມີຈຸດສຸມ.
- ປັບໂຄງສ້າງການລົງທຶນຄືນໃໝ່, ຍົກສູງປະສິດທິຜົນການລົງທຶນ ຂອງລັດ, ຈັດສັນງົບປະມານ ເຂົ້າໃນບັນດາໂຄງການຈຸດສຸມ; ຍົກສູງຄວາມສັກສິດ, ປະສິດທິຜົນໃນການຄຸ້ມຄອງ ການເງິນ-ງົບປະມານ.
- ຮັກສາສະຖຽນລະພາບເງິນຕາ, ເພີ່ມທະວີການຄຸ້ມຄອງຕະຫຼາດເງິນຕາ ໃຫ້ເຂົ້າສູ່ລະບົບ, ຮັດກຸມ ແລະ ເຂັ້ມງວດ.
- ຄຸ້ມຄອງການນໍາໃຊ້ຊັບພະຍາກອນທໍາມະຊາດ ຢ່າງມີແຜນການ, ປະຢັດ ແລະ ໃຫ້ເກີດຜົນປະໂຫຍດສູງສຸດ; ປັບປຸງກົນໄກ, ຂັ້ນຕອນ ແລະ ກວດກາການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ ຂອງລັດໃຫ້ເຂັ້ມງວດ, ກຳນົດການເຊົ່າ ແລະ ສຳປະທານທີ່ດິນ ໃຫ້ໄປຕາມກົດໝາຍ; ແກ້ໄຂຢ່າງເປັນລະບົບການຈັບຈອງທີ່ດິນຊະຊາຍ, ຫັນການຄຸ້ມຄອງທີ່ດິນສູ່ລະບົບທັນສະໄໝ ແລະ ຮັດກຸມ.
- ເອົາໃຈໃສ່ວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາໂດຍສະເພາະການນໍາໃຊ້ດິຈີຕອນ, AI (ປັນຍາປະດິດ) ເຂົ້າໃນການຜະລິດ, ການບໍລິການ ແລະ ການຄຸ້ມຄອງ-ບໍລິຫານລັດ ໃຫ້ຫຼາຍຂຶ້ນ.
3. ກໍ່ສ້າງຮາກຖານການເມືອງໃຫ້ມີຄວາມເຂັ້ມແຂງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢ່າງມີຈຸດສຸມ ແລະ ມີປະສິດທິຜົນ, ປັບປຸງອົງການປົກຄອງຂັ້ນທ້ອງຖິ່ນ ໃຫ້ມີຄວາມເປັນເຈົ້າຕົນເອງຮອບດ້ານ.
- ການກໍ່ສ້າງຮາກຖານການເມືອງ ຍາມໃດກໍຕິດພັນກັບຄວາມໝັ້ນຄົງຂອງຊາດ, ຂອງລະບອບການເມືອງ ເພື່ອຮັບປະກັນໃຫ້ແກ່ການພັດທະນາ ໄດ້ດຳເນີນໄປຢ່າງເປັນປົກກະຕິ ແລະ ມີຄວາມຕໍ່ເນື່ອງ.
- ຍູ້ແຮງການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ເຂົ້າສູ່ລວງເລິກ, ຮອດປີ 2030 ສູ້ຊົນໃຫ້ອັດຕາສ່ວນຄວາມທຸກຍາກຫຼຸດລົງຍັງເຫຼືອໜຶ່ງຕົວເລກ, ຍົກລະດັບການແກ້ໄຂຄວາມທຸກຍາກ ເປັນວາລະແຫ່ງຊາດ.
- ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນຫຼາຍຂຶ້ນ, ເສີມຂະຫຍາຍສິດເປັນເຈົ້າຂອງທ້ອງຖິ່ນ, ເປັນຕົ້ນ ແບ່ງຄວາມຮັບຜິດຊອບໃນການບໍລິຫານລັດ, ການຄຸ້ມຄອງເສດຖະກິດ-ສັງຄົມ ເຮັດໃຫ້ອົງການປົກຄອງທ້ອງຖິ່ນ ມີຄວາມເປັນເຈົ້າການສູງຂຶ້ນ; ແກ້ໄຂຂາດຕົວການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ.
4. ຍົກລະດັບການພັດທະນາຂົງເຂດວັດທະນາທຳ-ສັງຄົມໄລຍະໃໝ່.
- ພັດທະນາວຽກງານສຶກສາ ໃຫ້ທົ່ວເຖິງ, ມີຄຸນະພາບ ເພື່ອຮອງຮັບການພັດທະນາ ແລະ ເຊື່ອມໂຍງກັບສາກົນ.
ປັບປຸງໂຄງການຫຼັກສູດ, ສຸມໃສ່ສ້າງຖັນແຖວຄູ-ອາຈານ ໃຫ້ໄດ້ມາດຕະຖານດ້ານວິຊາການ ແລະ ຈັນຍາບັນ ເພື່ອຕອບສະໜອງໃຫ້ແກ່ລະບົບການສຶກສາທຸກລະດັບ ແລະ ແກ້ໄຂສະພາບຂາດແຄນຄູໃຫ້ໄດ້; ຫັນປ່ຽນລະບົບການສຶກສາສາມັນ ມາເປັນລະບົບ 6+3+3, ຂະຫຍາຍໂຮງຮຽນສາມັນວິຊາຊີບທີ່ມີຄຸນະພາບ ໃນທົ່ວປະເທດ ໃຫ້ຫຼາຍຂຶ້ນ; ພັດທະນາ ແລະ ຍົກລະດັບການຄົ້ນຄວ້າວິທະຍາສາດ ຢ່າງເປັນເຈົ້າການ ແລະ ມີຈຸດສຸມ;ເອົາໃຈໃສ່ສົ່ງເສີມ, ພັດທະນາວຽກງານກິລາ-ກາຍະກຳ ໃຫ້ມີຄວາມສາມາດແຂ່ງຂັນສູງຂຶ້ນຢ່າງເປັນລຳດັບ.
- ພັດທະນາວຽກງານສາທາລະນະສຸກ ໃຫ້ທັນສະໄໝ ແລະ ມີຄຸນະພາບສູງຂຶ້ນ.
ຍົກສູງປະສິດທິພາບ ຂອງການບໍລິຫານ-ຄຸ້ມຄອງ ວຽກງານສາທາລະນະສຸກ ຕາມທິດຫັນເປັນທັນສະໄໝ, ສາມາດກຸ້ມຕົນເອງດ້ານການເງິນ, ຫຼຸດຜ່ອນການແບກຫາບງົບປະມານ ຂອງລັດ. ກໍານົດຄືນສຸກສາລາ ຢູ່ຕາແສງ ແລະ ຊຸມຊົນບ້ານ ໃຫ້ຈະແຈ້ງ.
ປະຊາຊົນທຸກຄົນ ສາມາດເຂົ້າເຖິງການບໍລິການປິ່ນປົວສຸຂະພາບຂັ້ນພື້ນຖານ, ພັດທະນາບຸກຄະລາກອນການແພດ ໃຫ້ມີຄຸນນະພາບ, ສ້າງຜູ້ຊ່ຽວຊານແຕ່ລະດ້ານໃຫ້ຄົບຊຸດ, ພຽງພໍ ແລະ ສາມາດບໍລິການຮັບໃຊ້ສັງຄົມ ຢ່າງມີຄຸນະພາບ, ສະເໝີພາບ, ຍຸຕິທໍາ ແລະ ທົ່ວເຖິງ.
- ພັດທະນາວຽກງານແຮງານ ແລະ ສະຫວັດດີການສັງຄົມ ສູ່ຄຸນະພາບໃໝ່.
ພັດທະນາແຮງງານລາວ ດ້ານປະລິມານ ແລະ ຄຸນະພາບ ສອດຄ່ອງກັບຕຳແໜ່ງງານຕົວຈິງ ແລະ ຕະຫຼາດແຮງງານ;
ສຸມໃສ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບປະກັນສັງຄົມ ແລະ ວຽກງານສະຫວັດດີການສັງຄົມ ເພື່ອຮັບປະກັນໃຫ້ພົນລະເມືອງທຸກຄົນ ໄດ້ຮັບການປົກປ້ອງຂັ້ນພື້ນຖານ.
ເອົາໃຈໃສ່ສ້າງເງື່ອນໄຂ, ຄວາມພ້ອມ ໃນການຮັບມື, ການປ້ອງກັນ, ການຄວບຄຸມ ແລະ ຟື້ນຟູ, ການຫຼຸດຜ່ອນຜົນກະທົບຈາກໄພພິບັດ; ສ້າງແຜນການຄຸ້ມຄອງ, ຕອບໂຕ້ຜົນກະທົບ ຂອງໄພພິບັດ; ເອົາໃຈໃສ່ການຄຸ້ມຄອງ, ຄວບຄຸມ ແລະ ຟື້ນຟູຫຼັງໄພພິບັດ ໃຫ້ມີປະສິດທິຜົນ.
- ໃນຊຸມປີຕໍ່ໜ້ານີ້ ຕ້ອງສືບຕໍ່ຍຶດໝັ້ນ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນດີງາມ ຂອງຊາດ, ສ້າງຄວາມສີວິໄລທາງດ້ານວັດຖຸ ໄປຄຽງຄູ່ກັບຄວາມສີວິໄລດ້ານຈິດໃຈ ແລະ ພັດທະນາວຽກງານທ່ອງທ່ຽວ ໃຫ້ມີຄວາມຍືນຍົງ.
ບູລະນະ, ຮັກສາມໍລະດົກ ໃຫ້ມີຄວາມຍືນຍົງ ແນໃສ່ພັດທະນາເສດຖະກິດມໍລະດົກ, ນໍາໃຊ້ມໍລະດົກເປັນແຫຼ່ງກໍາລັງແຮງ ໃຫ້ແກ່ການພັດທະນາ; ສ້າງແບບແຜນດຳລົງຊີວິດ ແລະ ວິຖີຊີວິດແບບ ໃໝ່ ໄປພ້ອມກັບການແກ້ໄຂ-ຕີຖອຍສິ່ງຫຼ້າຫຼັງງົມງວາຍ, ກະຕຸ້ນໃຫ້ເກີດຄ່ານິຍົມຮັກການຮຽນຮູ້ໃໝ່, ຄວາມເປັນຊາດລາວ, ສະຕິຊາດ, ເອກະລາດ, ເປັນເຈົ້າຕົນເອງ ໃຫ້ສູງຂຶ້ນ.
ສົ່ງເສີມ ແລະ ພັດທະນາການທ່ອງທ່ຽວ ບົນພື້ນຖານການຂຸດຄົ້ນຄວາມບົ່ມຊ້ອນ ແລະ ທ່າແຮງໄດ້ປຽບ ຂອງປະເທດເຮົາ ຢ່າງຕັ້ງໜ້າ ແລະ ມີການວາງແຜນທີ່ຊັດເຈນ ເປັນຮູບປະທຳ.
5. ເພີ່ມທະວີບົດບາດຄຸ້ມຄອງມະຫາພາກ ຂອງອົງການລັດ, ສືບຕໍ່ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ຕາມທິດສ້າງລັດປະຊາທິ ປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ.
- ປັບປຸງການຄຸ້ມຄອງ-ບໍລິຫານລັດຂັ້ນສູນກາງ ແລະທ້ອງຖິ່ນ ສູ່ຄຸນະພາບໃໝ່, ຫັນເປັນທັນສະໄໝ, ຫັນເປັນດິຈີຕອນ, ຮັບປະກັນການບໍລິການຮັບໃຊ້ປະຊາຊົນ, ສັງຄົມ ວ່ອງໄວ, ສະເໝີພາບ, ຍຸຕິທໍາ, ໂປ່ງໃສ ແລະ ມີປະສິດທິຜົນ ຕາມກົດໝາຍ. ກຳນົດແຈ້ງກົນໄກຄຸ້ມຄອງເສດຖະກິດການເພີ່ມສິດຕົກລົງອະນຸຍາດ, ຂັ້ນການຄຸ້ມຄອງດ້ານເສດຖະກິດ ໃຫ້ທ້ອງຖິ່ນ.
- ສືບຕໍ່ປັບປຸງ, ບູລະນະກົງຈັກ-ການຈັດຕັ້ງ, ກົນໄກການເຄື່ອນໄຫວ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ ໃນໄລຍະໃໝ່.
- ສືບຕໍ່ຍົກສູງບົດບາດການນໍາພາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ອົງການຕຸລາການ, ສ້າງຄວາມເຂັ້ມແຂງ ໃນລະບົບສານປະຊາຊົນທຸກຂັ້ນ ເຮັດໃຫ້ປະຊາຊົນ ເຊື່ອໝັ້ນ ແລະ ໄວ້ວາງໃຈ ຕໍ່ການດຳເນີນຄະດີ ຕາມຂະບວນຍຸຕິທຳ.
- ປັບປຸງລະບົບກົງຈັກການຈັດຕັ້ງ ອົງການໄອຍະການປະຊາຊົນ ໃຫ້ສອດຄ່ອງກັບສະພາບເງື່ອນໄຂໃໝ່ ສາມາດເຮັດພາລະບົດບາດ ຕິດຕາມ, ກວດກາ ການປະຕິບັດກົດໝາຍ ໃນການສືບສວນ-ສອບສວນ ແລະ ການແກ້ໄຂຄະດີ ຕາມຂະບວນຍຸຕິທໍາ.
- ສືບຕໍ່ປັບປຸງກົນໄກ, ການປະສານງານ, ການປະສານສົມທົບ ຂອງບັນດາອົງການໃນການດໍາເນີນຂະບວນຍຸຕິທໍາ ໃຫ້ກົມກຽວ, ໂລ່ງລ່ຽນ ແລະ ເຄື່ອນໄຫວຢ່າງມີປະສິດທິພາບ, ຮັບປະກັນຄວາມຖືກຕ້ອງ, ເປັນ ທໍາ; ແກ້ໄຂຄຳຕັດສິນ ຂອງສານທີ່ໃຊ້ໄດ້ເດັດຂາດແລ້ວ ໃຫ້ສໍາເລັດເປັນກ້າວໆ.
6. ເສີມຂະຫຍາຍບົດບາດ ຂອງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ.
- ວຽກງານແນວໂຮມ, ສະຫະພັນນັກຮົບເກົ່າ ແລະ ວຽກງານມະຫາຊົນ ແມ່ນຄວາມຮັບຜິດຊອບໂດຍກົງ ຂອງພັກ. ຄະນະພັກແຕ່ລະຂັ້ນ ເປັນຜູ້ນໍາພາຊີ້ນໍາຢ່າງໃກ້ຊິດ, ຮອບດ້ານ ເຮັດໃຫ້ບັນດາອົງການດັ່ງກ່າວ ສືບຕໍ່ປະຕິບັດພາລະບົດບາດຕົ້ນຕໍ ໃນການເຕົ້າໂຮມຄວາມສາມັກຄີ, ໂຄສະນາ, ສຶກສາອົບຮົມ, ປຸກລະດົມ, ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງພັດທະນາ.
- ພັກເຮົາ ຍາມໃດກໍຖືສໍາຄັນ ອົງການຈັດຕັ້ງທາງສັງຄົມ ມີບົດບາດ ແລະ ເປັນກໍາລັງແຮງໃຫ້ແກ່ການພັດທະນາ, ສ້າງສາປະເທດຊາດ, ເຄື່ອນໄຫວບົນພື້ນຖານແນວທາງ, ສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍ, ຖືເອົາຜົນປະໂຫຍດລວມ ຂອງພົນລະເມືອງ ເປັນກົກ.
- ອົງການລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ສືບຕໍ່ປັບປຸງນະໂຍບາຍ, ກົນໄກ, ການປະສານງານທີ່ກົມກຽວ ເພື່ອຊຸກຍູ້ ສົ່ງເສີມ, ຄຸ້ມຄອງ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວ ຂອງອົງການຈັດຕັ້ງສັງຄົມ.
7. ຕັ້ງໜ້າປະຕິບັດແນວທາງການພົວພັນຮ່ວມມືກັບຕ່າງປະ ເທດ.
ສືບຕໍ່ການພົວພັນຮ່ວມມືກັບຕ່າງປະເທດ ແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍຮູບແບບ ແລະ ຫຼາຍລະດັບ ບົນພື້ນຖານການເຄົາລົບເອກະລາດ, ອຳນາດອະທິປະໄຕ ເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ສ້າງສະພາບແວດລ້ອມສາກົນ ທີ່ເອື້ອອຳນວຍໃຫ້ແກ່ການປະຕິບັດສອງໜ້າທີ່ຍຸດທະສາດ, ຖືເອົາການສ້າງຄວາມເຂັ້ມແຂງ, ຄວາມເປັນເຈົ້າຕົນເອງ ສົມທົບການຍາດແຍ່ງກຳລັງແຮງ ຂອງຍຸກສະໄໝ ເຂົ້າໃນການພັດທະນາ, ຍົກລະດັບຂີດຄວາມສາມາດແຂ່ງຂັນ ແລະ ການເຊື່ອມໂຍງກັບສາກົນຢ່າງເປັນເຈົ້າການ.
- ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບ ສສ ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ.
- ສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ຄູ່ຮ່ວມຍຸດທະສາດຮອບ ດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ກັບ ສປ ຈີນ ຕິດພັນກັບການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ມີມາດຕະຖານສູງ, ລະດັບສູງ ແລະ ຄຸນະພາບສູງ.
- ສືບຕໍ່ຮັດແໜ້ນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອກັບ ລາຊະອານາຈັກ ກຳປູເຈຍ ໃນຖານະທີ່ເປັນປະເທດໃກ້ຄຽງ ທີ່ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ.
- ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມກັບບັນດາປະເທດສັງຄົມນິຍົມ, ໃຫ້ຄວາມສຳຄັນ ຕໍ່ຄວາມສຳພັນໃກ້ຊິດ, ສ້າງຄວາມໄວ້ເນື້ອເຊື່ອໃຈກັບປະເທດບ້ານໃກ້ເຮືອນຄຽງ ແລະ ປະເທດເພື່ອນມິດອື່ນໆ ຢ່າງສະເໝີຕົ້ນສະເໝີປາຍ.
- ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຄວາມສຳພັນ ທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດ ເພື່ອຄວາມໝັ້ນຄົງໃນອາຊີປາຊິຟິກ ກັບ ສະຫະພັນ ຣັດເຊຍ.
- ສືບຕໍ່ຍຶດໝັ້ນ ແລະ ສະໜັບສະໜູນ ການຮ່ວມມືຫຼາຍຝ່າຍ, ເຄົາລົບກົດບັດສະຫະປະຊາຊາດ ແລະ ສະໜັບສະໜູນການແກ້ໄຂຂໍ້ຂັດແຍ້ງ ໂດຍສັນຕິວິທີ; ເປີດກວ້າງການພົວພັນກັບພັກການ ເມືອງ ແລະ ຂະບວນການກ້າວໜ້າຢູ່ໃນໂລກ.
- ປະຕິບັດຢ່າງເຂັ້ມງວດ ຫຼັກການລວມສູນເປັັນເອກະພາບ, ປັບປຸງກົນໄກການຊີ້ນໍາ ແລະ ເຄື່ອນໄຫວວຽກງານຕ່າງປະເທດ ໃຫ້ວ່ອງໄວ ແລະ ທັນການ.
8. ເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາ ຂອງ ພັກ, ກໍ່ສ້າງ, ປັບປຸງພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
- ເພີ່ມທະວີວຽກງານຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກຳ ຂອງພັກ, ຄົ້ນຄວ້າທິດສະດີການເມືອງ, ແນວຄິດ-ທິດສະດີ ຂອງພັກ ໃຫ້ເລິກເຊິ່ງ, ສະໜອງຂໍ້ມູນໃຫ້ແກ່ການປັບປຸງ ແລະ ບູລະນະແນວທາງ ຂອງພັກ. ເດັດດ່ຽວຕໍ່ສູ້ປ້ອງກັນ ແລະ ຕ້ານການເສື່ອມຖອຍດ້ານແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດ, ປະກົດການຫັນປ່ຽນດ້ວຍຕົນເອງ ແລະ ການເສື່ອມຄຸນປ່ຽນທາດ ຢູ່ພາຍໃນພັກ; ຕ້ານ ແລະ ສະກັດກັ້ນທຸກຮູບການສໍ້ລາດບັງຫຼວງ ແລະ ການລະເມີດລະບຽບວິໄນທຸກຮູບແບບ.
- ປັບປຸງນະໂຍບາຍສົ່ງເສີມຜູ້ທີ່ມີຄວາມຮູ້ຄວາມສາມາດ, ປັບປຸງກົນໄກປ້ອງກັນພະນັກງານຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີຄວາມຫ້າວຫັນ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ປະຕິບັດວິໄນຢ່າງເຂັ້ມງວດຕໍ່ຜູ້ລະເມີດກົດລະບຽບພັກ, ສ້າງຄວາມເຊື່ອມເສຍໃຫ້ແກ່ກຽດສັກສີ ຂອງພັກ.
- ຍົກສູງບົດບາດການນໍາພາຂອງພັກ, ປ່ຽນແປງໃໝ່ ກົນໄກການນຳພາ ຂອງພັກຢູ່ຂັ້ນທ້ອງຖິ່ນ, ໃນນີ້ ເລຂາຄະນະພັກແຂວງ, ນະຄອນຫຼວງວຽງຈັນ, ເມືອງ ແລະ ນະຄອນ ເປັນການນຳສູງສຸດ ຂອງທ້ອງຖິ່ນ, ບໍ່ຄວບຕຳແໜ່ງຫົວໜ້າອົງການປົກຄອງ.
- ປັບປຸງບົດບາດການນໍາພາ ຂອງພັກ ຢູ່ຕາແສງ ແລະ ຊຸມຊົນບ້ານ ກໍຄື ໃນພາກສ່ວນລັດວິສາຫະກິດ ທີ່ເປັນຄໍຫອຍ, ບັນດາວິສາຫະກິດ ໃຫ້ເຂັ້ມແຂງ ສາມາດປະຕິບັດພາລະບົດບາດ ຂອງຕົນ ຢ່າງມີປະສິດທິຜົນ.
9. ເພີ່ມທະວີບົດບາດການນໍາພາຂອງພັກ ຕໍ່ວຽກງານພະນັກງານ, ສ້າງການຫັນປ່ຽນວຽກງານຄຸ້ມຄອງພະນັກງານ ໃຫ້ມີຄຸນະພາບ.
- ສ້າງແຜນກໍານົດພະນັກງານ ໃຫ້ຖືກຕ້ອງຕາມຂັ້ນຕອນ, ທຸກການ ຈັດຕັ້ງໃນລະບົບການເມືອງ ຕ້ອງສ້າງແຜນກໍານົດໃຫ້ຖືກຕ້ອງ, ເຂັ້ມງວດ ໂດຍເລີ່ມຈາກການເລືອກພະນັກງານ ເຂົ້າໃນແຜນກໍານົດ ຜ່ານການຄັດເລືອກ, ຄັດຈ້ອນ ບົນພື້ນຖານການສົມທົບ ລະຫວ່າງ ການເສີມຂະຫຍາຍປະຊາທິປະໄຕພາຍໃນ ກັບການປະຕິບັດຫຼັກການລວມສູນປະຊາທິປະໄຕ, ຫຼີກລ່ຽງການເຮັດຕາມແນວຄິດອັດຕະວິໄສ ຂອງບຸກຄົນ.
- ການກໍ່ສ້າງ, ບໍາລຸງພະນັກງານ ຕ້ອງປະຕິບັດຢ່າງເປັນລະບົບ, ເລືອກເປົ້າໝາຍຈາກແຜນກຳນົດພະນັກງານ ທີ່ໄດ້ຮັບ ຮອງແລ້ວ, ເປັນຜູ້ທີ່ມີຜົນງານດີເດັ່ນ, ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ, ເອົາການບໍາລຸງທິດສະດີການເມືອງ, ປະກອບຄວາມຮູ້ໃໝ່ ຕິດພັນກັບການຝຶກຝົນ, ທົດສອບພະນັກງານ ໃນຂະບວນການຕົວຈິງ.
- ປັບປຸງລະບອບການຕີລາຄາ, ເລືອກເຟັ້ນ ແລະ ສັບຊ້ອນ, ຈັດວາງພະນັກງານ ໃຫ້ສອດຄ່ອງກັບສະພາບຕົວຈິງໃນໄລຍະໃໝ່.
- ການເລືອກເຟັ້ນ, ສັບຊ້ອນພະນັກງານ ຫຼື ມອບໝາຍໜ້າທີ່ຮັບຜິດຊອບໃຫ້ພະນັກງານ ຕ້ອງອີງໃສ່ມາດຕະຖານ ຂອງພະນັກງານນໍາພາ-ຄຸ້ມຄອງແຕ່ລະປະເພດ, ໃຫ້ຄວາມສຳຄັນແກ່ມາດຕະຖານດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຈົງຮັກພັກດີ ຕໍ່ພາລະກິດປະຕິວັດ, ມີຄວາມຮູ້ຢ່າງເລິກເຊິ່ງ, ມີປະສົບການຕົວຈິງ, ມີຄວາມເປັນແບບຢ່າງ.
- ສ້າງກົນໄກຕີລາຄາພະນັກງານໃຫ້ແທດກັບຄວາມເປັນຈິງ, ວາງຄາດໝາຍ ແລະ ຕົວຊີ້ວັດ ຈະແຈ້ງ, ເອົາຜົນງານ, ຜົນສຳເລັດຕົວຈິງ ເປັນບ່ອນອີງໃນການສັບຊ້ອນ, ຈັດວາງພະນັກງານເຂົ້າໃນຕໍາແໜ່ງງານຕ່າງໆ ຢ່າງເໝາະສົມ ແລະ ຕາມທິດ ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ, ຫັນເປັນໜຸ່ມ, ມີໂຄງປະກອບເພດ, ເຜົ່າ ຢ່າງເໝາະສົມ.
- ສືບຕໍ່ຄົ້ນຄວ້າ ແລະ ປະຕິຮູບລະບອບເງິນເດືອນ, ເງິນບຳເນັດ, ເງິນອຸດໜູນຄ່າຄອງຊີບ ແລະ ນະໂຍບາຍອື່ນໆຕໍ່ພະນັກງານ, ລັດຖະກອນ, ພາລະກອນ, ກຳລັງປະກອບອາວຸດ, ລວມທັງຜູ້ອອກແຮງງານຢູ່ວິສາຫະກິດຕ່າງໆ ໃຫ້ສອດຄ່ອງກັບເງື່ອນໄຂໃໝ່.
10. ເພີ່ມທະວີວຽກງານກວດກາ, ການປ້ອງກັນ, ຕ້ານ, ສະກັດກັ້ນ ແລະ ແກ້ໄຂ ພະຍາດອາຍາສິດ, ການສໍ້ລາດບັງຫຼວງ ໃຫ້ເຂັ້ມແຂງ ແລະ ເຂັ້ມງວດ, ເດັດຂາດ.
- ໃນຊຸມປີຕໍ່ໜ້ານີ້, ສືບຕໍ່ປັບປຸງ, ກໍ່ສ້າງພັກເຮົາ ໃຫ້ເປັນພັກທີ່ມີການຈັດຕັ້ງເຂັ້ມແຂງ, ມີຄວາມສາມັກຄີ ເປັນເອກະພາບໜັກແໜ້ນ ທາງດ້ານມານະຈິດ ແລະ ການກະທຳ, ມີການຄຸ້ມຄອງທີ່ເຂັ້ມງວດ ດ້ວຍລະບຽບວິໄນ ຢ່າງເຄັ່ງຄັດ.
- ສ້າງພັກໃຫ້ປອດໃສ ຂາວສະອາດ ໂດຍມີຄວາມເດັດຂາດ, ເຂັ້ມງວດ ໃນການປ້ອງກັນ, ຕ້ານ, ສະກັດກັ້ນ, ແກ້ໄຂ ແລະ ກຳຈັດປັດເປົ່າພະຍາດອາຍາສິດ, ປະກົດການຫຍໍ້ທໍ້ ແລະ ການສໍ້ລາດບັງຫຼວງ.
- ຕ້ອງຖືການຕິດຕາມ, ກວດກາ ແລະ ປະເມີນຜົນ ຄວາມສາມາດໃນການຜັນຂະຫຍາຍ, ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ ແລະ ຄວາມຮັບຜິດຊອບການເມືອງ ໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຂອງພະນັກງານ-ສະມາຊິກພັກ ເປັນໜ້າທີ່ໃຈກາງ ໃນການນໍາພາຊີ້ນໍາ.
- ຍົກສູງປະສິດທິພາບ ການກວດກາ, ເດັດດ່ຽວຕໍ່ສູ້, ຕີຖອຍ ການລະເມີດລະບຽບວິໄນ ແລະ ປະກົດການອາຍາສິດ, ເຮັດວຽກແບບຜິວເຜີນ, ບໍ່ຕິດພັນກັບການແກ້ໄຂບັນຫາຕົວຈິງ, ປະກົດການເອກະທິປະໄຕ, ການສວຍໃຊ້ໜ້າທີ່ ກົດໜ່ວງຖ່ວງດຶງ ເພື່ອຫາຜົນປະໂຫຍດສ່ວນຕົວ, ການຍັກຍອກ ແລະ ການຟຸມເຟືອຍງົບປະມານ, ທຶນຮອນ, ຊັບສິນ ຂອງລັດ.
- ສ້າງ ແລະ ປັບປຸງບັນດານິຕິກໍາ ໃຕ້ກົດໝາຍ ກ່ຽວກັບການກວດກາ, ປັບປຸງ ແລະ ສ້າງນິຕິກຳທີ່ຈຳເປັນ ກໍານົດໃຫ້ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ ປະຊາຊົນ ເຂົ້າຮ່ວມໃນການຕິດຕາມ, ກວດກາ ການປະຕິບັດໜ້າທີ່ ຂອງຄະນະພັກ, ບັນດາອົງການລັດ, ສະມາຊິກພັກ, ພະນັກງານ-ລັດຖະກອນ ກໍຄື ການເຜີຍແຜ່ຜົນຂອງການກວດກາ ແລະ ການແກ້ໄຂຜົນຂອງການກວດກາ ໃຫ້ທົ່ວສັງຄົມ ໄດ້ຮັບຮູ້.
ຮຽນ ຄະນະປະທານ, ບັນດາສະຫາຍ ທີ່ຮັກແພງ,
ຮ່າງລາຍງານການເມືອງສະບັບນີ້ ແມ່ນລວມຍອດສະຕິປັນຍາລວມໝູ່ ຂອງທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ໂດຍຜ່ານຂະບວນການຄົ້ນຄວ້າ, ສໍາມະນາ, ລະດົມຄວາມຄິດເຫັນ ທັງທາງກວ້າງ ແລະ ທາງເລິກ ຕະຫຼອດໄລຍະເກືອບ 2 ປີ ຜ່ານມາ, ເຊິ່ງໄດ້ສ່ອງແສງໃຫ້ເຫັນມານະຈິດປະຕິວັດ, ຄວາມຫວັງ, ຄວາມຄອງຄອຍ ຂອງທົ່ວພັກ, ທົ່ວສັງຄົມ ໃນການແກ້ໄຂບັນຫາ ໃຫ້ເປັນຮູບປະທຳ, ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການສ້າງປະຖົມປັດໄຈ ກ້າວຂຶ້ນສູ່ສັງຄົມນິຍົມ ຂອງປະເທດເຮົາ.
ບົນພື້ນຖານນັ້ນ, ສະເໜີໃຫ້ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຄົ້ນຄວ້າ, ປະກອບຄຳເຫັນ ຢ່າງເລິກເຊິ່ງ ເຂົ້າໃສ່ເນື້ອໃນລາຍງານການເມືອງສະບັບນີ້ ຢ່າງມີຄວາມຮັບຜິດຊອບສູງ ເພື່ອຮັບຮອງເອົາດ້ວຍຄວາມເປັນເອກະພາບ ເພື່ອນຳໄປເປັນທິດທາງໃນການຜັນຂະຫຍາຍ, ຈັດຕັ້ງປະຕິບັດ ໃຫ້ເກີດປະໂຫຍດສູງສຸດ, ສ້າງໃຫ້ມີທ່ວງທ່າໃໝ່ ໃຫ້ແກ່ການພັດທະນາກ້າວຂຶ້ນ ຂອງປະເທດຊາດຂອງພວກເຮົາ ໃນຊຸມປີຕໍ່ໜ້າ... ຂ້າພະເຈົ້າຂໍຈົບການລາຍງານໄວ້ພຽງເທົ່ານີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















