ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ກອງບັນຊາການທະຫານແຂວງຜົ້ງສາລີ ສໍາເລັດການປະກາດສ້າງຕັ້ງ ໝວດທະຫານຮາບ ທີ່ຂຶ້ນກັບ ກອງບັນຊາການທະຫານເມືອງຂວາ, ເມືອງໃໝ ແລະ ເມືອງສໍາພັນ
ເວລາອອກຂ່າວ: 2026-01-07 09:41:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ໃນທ້າຍເດືອນທັນວາ 2025 ຜ່ານມາ, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບຜົນສໍາເລັດການປະກາດການສ້າງຕັ້ງໝວດທະຫານຮາບ ທີ່ຂຶ້ນກັບ ກອງບັນຊາການທະຫານເມືອງຂວາ, ເມືອງໃໝ່ ແລະ ເມືອງສໍາພັນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີກໍາມະການພັກແຂວງ, ເລຂາພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ, ຄະນະກອງບັນຊາການທະຫານເມືອງ, ຕະຫລອດຮອດພະນັກງານ-ນັກຮົບ ພາຍໃນກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ລິນທອງ ຍອດວິໄລ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ, ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການສ້າງຕັ້ງໝວດທະຫານຮາບ (ລະຫັດ 23, 24, 25) ທີ່ຂຶ້ນກັບກອງບັນຊາການທະຫານເມືອງຂວາ, ເມືອງໃໝ່ ແລະ ເມືອສໍາພັນ ກອງບັນຊາການທະຫານແຂວງຜົ້ງສາລີ, ພ້ອມທັງໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງ ວ່າດ້ວຍໂຄງປະກອບການຈັດຕັ້ງຂັ້ນໝວດ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ໂອ້ລົມ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງທັງ 3 ເມືອງ, ຈົ່ງເອົາໃຈໃສ່ໃນການຊີ້ນໍາບັນຊາກົມກອງໃນການປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄືຂອງກົມກອງວາງອອກໃຫ້ເຂັ້ມງວດ, ຕ້ານ ແລະ ສະກັດກັ້ນ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃນຖັນແຖວພະນັກງານ-ນັກຮົບ ພາຍໃນກົມກອງ, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ຜູ້ທີ່ຖືກແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງມີຄວາມອຸ່ນອຽນທຸ່ນທ່ຽງ, ປະຕິບັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງໃຫ້ມີຜົນສໍາເລັດໃນແຕ່ລະໄລຍະ, ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃນການປົກປັກຮັກສາ, ຮັບປະກັນໃຫ້ຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບໂດຍພື້ນຖານ, ເຮັດວຽກເປັນໝູ່ຄະນະ, ປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ໃນການປົກປັກຮັກສາເຂດນໍ້າແດນດິນ, ຄຽງຄູ່ກັບການເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ, ຂອບເຂດຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມກັບການສ້າງພະລາທິການກັບທີ່ ດ້ວຍການປູກ-ການລ້ຽງຕາມເງື່ອນໄຂ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໂດຍ: ທອງໄຊ ແສງອຸດົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ