ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບໂຄງການກໍ່ສ້າງອາຄານຫໍມູນເຊື້ອທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2018-11-22 10:41:02 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 91 | ຄວາມນິຍົມ:



ພິທີມອບ-ຮັບອາຄານຫໍມູນ ເຊື້ອຂອງກອງບັນຊາການທະ ຫານແຂວງຫຼວງພະບາງ ໄດ້ຈັດ ຂຶ້ນໃນ ວັນທີ 20 ພະຈິກ 2018 ນີ້,ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ບຸນຊູ ດວງຄໍາມີ ຄະນະປະຈໍາພັກແຂວງ ຫົວໜ້າ ການເມືອງ ແລະ ທ່ານ ພົນຈັດ ຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ ຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງຫຼວງພະບາງ,ມີ ຕາງໜ້າຄະນະພັກອົງການ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມ. ໃນພິທີ ທ່ານ ຈັນທີ ອິນທະ ສັກ ປະທານບໍລິສັດ ວິລະໄຊກໍ່ ສ້າງ ແລະ ສ້ອມແປງຈໍາກັດ ແຂວງຫຼວງພະບາງ ໄດ້ຜ່ານບົດ ສະຫຼຸບຜົນສໍາຂອງການກໍ່ສ້າງ ອາຄານຫໍມູນເຊື້ອຂອງກອງບັນ ຊາການທະຫານແຂວງຫຼວງພະ ບາງວ່າ: ໂຄງການກໍ່ສ້າງດັ່ງ ກ່າວແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 16 ກັນຍາ 2017 ແລະ ໄດ້ສໍາເລັດການກໍ່ສ້າງໃນ ວັນທີ 17 ພຶດສະພາ 2018 ເຊິ່ງ ສໍາເລັດຕາມກໍານົດເວລາທີ່ໄດ້ ລະບຸໄວ້ໃນສັນຍາຮັບເໝົາ. ອາ ຄານຫໍມູນເຊື້ອເປັນອາຄານ ຊັ້ນ ດຽວ ມີຂະໜາດຄວາມ ກວ້າງ 15,25 ແມັດ, ລວງຍາວ 21 ແມັດ ມີເນື້ອທີ່ກໍ່ສ້າງທັງໝົດ 256,5 ຕາແມັດ ຕັ້ງຢູ່ບ້ານຜາ ສຸກ, ນະຄອນ - ຫຼວງພະບາງ, ແຂວງຫຼວງພະບາງ ໃນນັ້ນປະ ກອບດ້ວຍຫ້ອງວາງສະແດງ, ຫ້ອງການ, ຫ້ອງສະໝຸດ, ຫ້ອງ ສາງເກັບມ້ຽນເຄື່ອງ ແລະ ຫ້ອງ ນໍ້າອີກ 3 ຫ້ອງ ພ້ອມກັນນີ້ຍັງມີ ວຽກປັບປຸງເດີ່ນ, ວຽກຈັດສວນ ດອກໄມ້. ມູນຄ່າຕາມສັນຍາຮັບ ເໝົາກໍ່ສ້າງທັງໝົດແມ່ນ 2.443.628.250 ກີບ ແລະ ມີບັນດາໜ້າວຽກເພີ່ມຄື: ເຮັດ ປ້າຍຕົວໜັງສືໜ້າຫໍມູນເຊື້ອ, ກໍ່ຂອບທາງຂຶ້ນ, ປະຕູຮົ້ວ, ຂັນ ໄດ ທາງເຂົ້າ ແລະ ວຽກກໍ່ສ້າງ ອື່ນໆ ຈໍານວນໜຶ່ງ ໂດຍທີ່ບໍລິສັດ ຮັບເໝົາກໍ່ສ້າງບໍ່ໄດ້ຄິດໄລ່ມູນຄ່າ ເປັນການປະກອບສວນຊ່ວຍເຫຼຶອເຈົ້າຂອງໂຄງການຕື່ມອີກ. ຈາກ ນັ້ນ ທັງສອງຝ່າຍກໍ່ໄດ້ລົງນາມ ເຊັ່ນບົດບັນທຶກ ໂດຍແມ່ນ ທ່ານ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ ຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງ ເປັນຜູ້ຂຶ້ນກ່າວ ຮັບ ພ້ອມທັງມອບໃຫ້ພະແນກ ໂຄສະນາອົບຮົມຂຶ້ນກັບຫ້ອງ ການເມືອງທະຫານແຂວງ ເປັນ ຜູ້ປົກປັກຮັກສາ ແລະ ຊົມໃຊ້ ເຂົ້າໃນວຽກງານລວມຂອງກົມ ກອງ. ໂດຍ: ສົມພອນ ສຸວັນທອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ