ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສານທະຫານຂັ້ນສູງກອງທັບປະຊາຊົນລາວ ແລະ ສານທະຫານສູນກາງກອງທັບປະຊາຊົນຫວຽດນາມ ແລກປ່ຽນບົດຮຽນນຳກັນ
ເວລາອອກຂ່າວ: 2018-11-22 10:39:19 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



ຄະນະຜູ້ແທນສານທະຫານ ສູນກາງກອງທັບປະຊາຊົນ ຫວຽດນາມ ນຳໂດຍ ສະຫາຍ ພັນເອກ ເລ ຊວນຊິງ ປະທານ ສານອຸທອນ 1 ສານທະຫານສູນ ກາງກອງທັບປະຊາຊົນຫວຽດ ນາມພ້ອມດ້ວຍຄະນະ ໄດ້ເດີນ ທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 19-23 ພະຈິກນີ້ ເພື່ອພົບ ປະແລກປ່ຽນບົດຮຽນຮ່ວມກັບ ສານທະຫານຂັ້ນສູງກອງທັບ ປະຊາຊົນລາວ ໂດຍໄດ້ຮັບການ ຕ້ອນຮັບຈາກ ສະຫາຍ ພົນຈັດ ຕະວາ ບຸນຍົງ ດາດົງໄຊ ຮອງ ປະທານສານປະຊາຊົນສູງສຸດ ຫົວໜ້າສານທະຫານຂັ້ນສູງກອງ ທັບປະຊາຊົນລາວ ພ້ອມດ້ວຍ ຄະນະ. ໂອກາດພົບປະທັງສອງຝ່າຍ ໄດ້ລາຍງານສະພາບການເຄື່ອນ ໄຫວວຽກງານຂອງຕົນໃຫ້ກັນ ແລະ ກັນຊາບໂດຍສະເພາະສະ ພາບທີ່ຕັ້ງ, ພາລະບົດບາດໜ້າທີ່ ແລະ ການເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ ຈາກນັ້ນກໍໄດ້ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນການຕິດຕາມ ກວດກາ-ປະເມີນຜົນການພິຈາ ລະນາຄະດີຂອງສານແຕ່ລະຂັ້ນ ເຫັນວ່າມີປະສິດທິພາບດີຂຶ້ນ ໃນ ໂອກາດນີ້ ສານທະຫານຂັ້ນສູງ ກອງທັບປະຊາຊົນລາວ ໄດ້ສະ ເໜີໃຫ້ສານທະຫານສູນກາງ ກອງທັບປະຊາຊົນຫວຽດນາມ ສືບຕໍ່ການຮ່ວມມືຊ່ວຍເຫຼືອເຊິ່ງ ກັນ ແລະ ກັນດ້ານການໄປມາ ຢ້ຽມຢາມຖອດຖອນບົດຮຽນ ລະຫວ່າງສອງສານທະຫານ ລາວ-ຫວຽດນາມ, ສືບຕໍ່ຊ່ວຍ ເຫຼືອກໍ່ສ້າງບຳລຸງຍົກລະດັບໃຫ້ ແກ່ພະນັກງານວິຊາການໃນໄລ ຍະສັ້ນ ແລະ ຍາວ ເພື່ອຫມູນ ໃຊ້ເຂົ້າໃນການປະຕິບັດຫນ້າທີ່ ຂອງສານທະຫານຂັ້ນສູງກອງ ທັບປະຊາຊົນລາວໃຫ້ໄດ້ຮັບ ໝາກຜົນສູງຂຶ້ນກວ່າເກົ່າການ ພົບປະແລກປ່ຽນບົດຮຽນຮ່ວມ ກັນໃນຄັ້ງນີ້ແມ່ນມີຄວາມໝາຍ ສຳຄັນເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດ ຕະພາບ, ຄວາມສາມັກຄີແບບພິ ເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງຊາດ, ສອງ ກອງທັບກໍຄືສອງສານທະຫານ ລາວ-ຫວຽດນາມໃຫ້ນັບມື້ຈະ ເລີນງອກງາມຍິ່ງໆຂຶ້ນ. ໂດຍ: ນ. ນາລີ ທະວີພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ