ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ປະທານ ໄກສອນ ພົມວິຫານ ກັບ​ພາລະກິດ​ປົດ​ປ່ອຍ​ຊາດ
ເວລາອອກຂ່າວ: 2025-12-15 09:14:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3864 | ຄວາມນິຍົມ:



ກ່ອນ​ໜ້າ​ນີ້ 105 ປີ ໂລກ​ມະນຸດ ໄດ້​ໃຫ້​ກຳເນີດ​ມີ​ວີລະ​ບູ​ລຸດ ທີ່​ມີ​ຊື່ວ່າ ໄກສອນ ພົມວິຫານ ທີ່​ບ້ານ ນາແຊງ ເມືອງ​ຄັນທະ​ບູ​ລີ, ແຂວງ​ສະຫວັນ​ນະ​ເຂດ ໃນ​ສະພາບ​ແວດ​ລ້ອມ​ທີ່​ປະຊາຊົນ​ລາວ ຖືກ​ກົດ​ຂີ່​ຂົ່ມ​ເຫັງຢ່າງ​ໂຫດ ຮ້າຍ​ປ່າ​ເຖື່ອນ, ບໍ່​ມີ​ອິດ​ສະພາບ, ຖືກ​ເກນ​ໄປ​ເປັນ​ຂ້ອຍ​ຂ້າ, ເປັນ​ຂ້າ​ທາດ​ຮັບ​ໃຊ້​ຝຣັ່ງ​ທຸກ​ຮູບ​ແບບ, ຊາຕາກຳ​ຂອງ​ຊາດ ແລະ ຂອງ​ປະຊາຊົນ ຈົມ​ຢູ່​ໃນ​ຄວາມ​ສິ້ນ​ຫວັງ; ຂະ​ບວນ​ການ​ຕໍ່ສູ້​ຂອງ​ບັນ ດາ​ນັກ​ຮັກ​ຊາດ​ທັງຫຼາຍ ໃນ​ຕົ້ນ​ສະຕະວັດ​ທີ XX ໄດ້​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ແຕ່​ບັນດາ​ຂະ​ບວນ​ການ​ຕ່າງໆ ບໍ່​ໄດ້​ຮັບ​ໄຊ​ຊະຈົນ​ກວ່າມີ ​ພັກ​ກອມ​ມູ​ນິດ​ກຳເນີດ​ເກີດ​ຂຶ້ນ ແລະ ພັກ​ແຄວ້ນ​ລາວ​ນຳພາ. ໃນ​ທ່າມກາງ​ສະພາບ​ອັນ​ແສນ​ສາຫັດ​ດັ່ງກ່າວ ປະທານ ໄກສອນ ພົມວິຫານ ໃນ​ເມື່ອ​ເຍົາ​ໄວໄດ້​ແຕ່​ຕັ້ງໃຈ​ຮ່ຳຮຽນ, ຊອກ​ ຫາ​ຄວາມ​ຮູ້​ອັນ​ໃໝ່ບົນເສັ້ນທາງ​ການ​ສຶກ​ສາ​ນັບ​ແຕ່​ຊັ້ນ​ປະຖົມ​ສຶກ​ສາ, ມັດທະຍົມ​ສຶກ​ສາ, ອຸດົມສຶກ ​ສາ​ພາສາ​ຝລັ່ງ ແລະ ຮຽນ​ທີ່ວິທະ ຍາໄລ​ແພດສາດ, ວິທະຍາໄລ​ກົດໝາຍ​ທີ່​ຮ່າ​ໂນ້ຍ ​ສສ ຫວຽດ ນາມ. ໃນ​ຊ່ວງ​ໄລຍະແຫ່ງການ ​ຮ່ຳຮຽນ​ນັ້ນ ສະພາບ​ການ​ຢູ່​ອິນ ດູຈີນ ໄດ້​ຜັນ​ແປ​ຢ່າງ​ສັບສົນ ແລະ ສົ່ງ​ຜົນ​ກະທົບ​ເຖິງ 3 ປະເທດ ໃນ ​ອິນດູຈີນ, ປະທານ ໄກສອນ ພົມ ວິຫານ ຮູ້​ດີ​ກ່ຽວ​ກັບ​ທ່າອ່ຽງຂະ ຫຍາຍຕົວ​ຂອງ​ສະພາບ​ການ​ຢູ່​ລາວ ແລະ ຫວຽດນາມ, ໃນທ້າຍ​ ປີ 1944 ປະທານ ໄກສອນ ພົມ ວິຫານ ໄດ້ເຂົ້າເປັນສະມາຊິກ​ສະມາຄົມ​ຊາວ​ໜຸ່ມ​ກູ້​ຊາດຫວຽດ ນາມ (ຫວຽດ​ມິນ) ເຊິ່ງ​ເປັນ​ບາດກ້າວ​ທຳ​ອິດ ຂອງ​ການ​ເຂົ້າ​ສູ່​ເສັ້ນທາງ​ເຄື່ອນ​ໄຫວ​ປະຕິວັດ. ເພິ່ນ​ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ຜູ້​ຮັກ​ຊາດ ເຂົ້າ​ຮ່ວມ​ໃນ​ຂະ​ບວນ​ການ​ ຢຶດ​ອຳນາດ​ການ​ປົກຄອງຈາກ ​ກຳມື​ຂອງ​ພວກ​ຍີ່ປຸ່ນ ຢູ່​ແຂວງ​ສະຫວັນ​ນະ​ເຂດ ໃນ​ວັນ​ທີ 23 ສິງຫາ 1945, ນັ້ນ​ຄືຈຸດເລີ່ມຕົ້ນ ຂອງ​ການເຄື່ອນໄຫວ​ປະຕິວັດ​ຂອງ​ປະທານ ໄກສອນ ພົມວິ ຫານ. ບົນ​ເສັ້ນທາງ​ປະຕິວັດ​ອັນ​ຍືດ​ເຍື້ອ​ຍາວ​ນານ​ນັ້ນ, ປະທານ ໄກສອນ ພົມວິຫານ ໄດ້​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ທົດ​ສອບ, ລະ​ອິດ​ລະ ​ອ້ຽວ, ມີ​ບາງ​ຄັ້ງ​ເກືອບ​ເອົາຊີວິດ ​ບໍ່​ລອດ. ເພິ່ນ​ໄດ້​ປະຕິບັດ​ບົດບາດ​ເປັນ​ແກ່ນ​ກາງ​ສຳຄັນ ໃນ​ການ​ນຳພາ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ (ກອງ​ລາດ​ຊະ​ວົງ) ແລະ ສ້າງຕັ້ງ​ພັກ​ປະຊາຊົນ​ລາວ, ໄດ້​ນຳພາ​ຂະ​ບວນ​ການ​ຕໍ່ສູ້​ກູ້​ຊາດ ດ້ວຍ​ຫຼາຍ​ຮູບ​ການ ແລະ ວິທີ​ການ​ ຕ້ານ​ການ​ຮຸກ​ຮານ ຂອງ​ຈັກກະ ພັດ​ຝຣັ່ງ ແລະ ອາ​ເມ​ຣິ​ກາ, ໄດ້​ຊີ້​ນຳ​ການ​ປະຕິວັດ ແລະ ລວມ​ລາວ​ຄັ້ງ​ທີ​ໜຶ່ງ, ຊີ້​ນຳ​ດ້ານ​ທິດ​ທາງ, ວິທີ​ເຈລະຈາ, ນຳ​ໃຊ້​ຍຸດ​ໂທ​ບາຍ​ປະ​ນິ​ປະນອມ ຢ່າງ​ມີ​ຫຼັກການ; ໄດ້​ມີ​ການ​ຊີ້​ນຳ​ໃນ​ການ​ຫັນ​ທິດ​ຕໍ່ສູ້ ແລະ ວາງ​ນະໂຍບາຍ​ການ​ຕໍ່ ສູ້, ສົມທົບ ການ​ຕໍ່ສູ້​ດ້ວຍ​ອາວຸດ ກັບ​ການ​ຕໍ່ສູ້​ແບບ​ອື່ນ, ຕ້ານ​ການ​ແຊກ​ແຊງ​ຂອງ​ພວກ​ຈັກກະພັດ​ອາ​ເມ​ຣິ​ກາ, ຕ້ານ​ນະໂຍບາຍ​ທໍ ລະ​ຍົດ​ຊາດ, ທຳລາຍ​ປະຊາຊົນ ຂອງ​ລັດຖະບານ​ຫຸ່ນ, ຮູ້​ໝູນ​ໃຊ້​ຮູບ​ການ ແລະ ວິທີ​ການ​ຕໍ່ສູ້​ຢ່າງ​ຖືກຕ້ອງ ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ ຂອງ​ປະເທດ​ເຮົາ; ໄດ້​ຊີ້​ນຳ​ກອງພັນ​ທີ 2 ປະເທດ​ລາວ ຕີ​ຜ່າ​ວົງ​ປິດ​ລ້ອມ​ຂອງ​ສັດຕູ (18 ພຶດສະພາ-2 ມິຖຸນາ1959) ແລະ ຊີ້​ນຳ​ໂດຍ​ກົງ​ກ່ຽວ​ກັບແຜນ ການ​ເອົາ​ບັນດາ​ຜູ້ນຳ​ແນວລາວ ​ຮັກ​ຊາດໂຕນ​ອອກ​ຈາກ​ຄຸກໂພນ ​ເຄັງ​ກັບ​ຄືນ​ຖານ​ທີ່​ໝັ້ນ​ການ​ປະ ຕິວັດ ດ້ວຍ​ຄວາມ​ປອດ​ໄພ (24 ພຶດສະພາ 1960), ໄດ້​ຊີ້​ນຳ​ການ​ຢຶດ​ອຳນາດ​ການ​ປົກຄອງ​ດ້ວຍ 3 ບາດ​ຄ້ອນ​ຍຸດ​ທະ​ສາດ “ແບບ​ບົວ​ບໍ່​ຊ້ຳ ນ້ຳ​ບໍ່​ຂຸ່ນ ແຕ່​ຈັບ​ ປາ​ໄດ້​ທັງ​ໝົດ”; ໄດ້​ຊີ້​ນຳ ແລະ ບັນຊາ​ການ​ຫຼາຍ​ຂະ​ບວນການ​ຕໍ່ ສູ້ໄດ້​ຮັບ​ໄຊຊະນະ​ເປັນ​ກ້າວໆ, ສາມາດປົດ ​ປ່ອຍປະເທດ​ຊາດໄດ້ຢ່າງ ​ມີ​ໄຊ ແລະ ສະຖາປະນາ​ສາທາລະນະ​ ລັດປະຊາທິປະໄຕ ປະຊາຊົນ​ລາວ ຂຶ້ນ​ຢ່າງ​ສະຫງ່າ​ຜ່າເຜີຍ ໃນ​ວັນ​ທີ 2 ທັນວາ 1975. ຊີວິດ ແລະ ພາລະກິດ​ປະຕິວັດ ຂອງ​ປະທານ ໄກສອນ ພົມວິຫານ ຍາມ​ໃດ​ກໍ​ຕິດ​ພັນ​ກັບ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ແລະ ການ​ລຸກ​ຮື​ຂຶ້ນ​ຢຶດ​ອຳນາດ ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ