ຕັ້ງໜ້າຮຳ່ຮຽນເອົາ ແບບຢ່າງຄຸນສົມບັດ ຂອງປະທານ ໄກສອນ ພົມວິຫານ
ເວລາອອກຂ່າວ: 2025-12-12 09:23:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3915 | ຄວາມນິຍົມ: ![]()
ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ມີນ້ຳໃຈເສຍສະຫຼະສູງສົ່ງ, ນັກປະຕິວັດສຸດກົກສູດປາຍ ແລະ ຮັບໃຊ້ປະຊາຊົນໝົດຈິດໝົດໃຈ, ມີຄວາມດຸໝັ່ນພາກພຽນ ຊອກຮູ້ຮ່ຳຮຽນຢ່າງບໍ່ຢຸດຢັ້ງ, ມີທັດສະນະມະຫາຊົນ, ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີ ແລະ ມີນ້ຳໃຈສາກົນອັນຜ່ອງໃສ. ບັນດາແບບຢ່າງຄຸນສົມບັດຂອງເພິ່ນ ເຊິ່ງພວກເຮົາຈະໄດ້ພ້ອມກັນສືບຕໍ່ຕັ້ງໜ້າຮ່ຳຮຽນເອົາດ້ວຍຄວາມຮັບຜິດຊອບສູງ ມີດັ່ງນີ້:
1. ຮ່ຳຮຽນເອົາແບບແຜນວິທີເຮັດວຽກ ຢ່າງມີຫຼັກການ ຂອງປະທານ ໄກສອນ ພົມວິຫານ ເປັນຕົ້ນ ແມ່ນແບບແຜນໃນການຊີ້ນຳ-ນຳພາ ຢຶດໝັ້ນຫຼັກການຂອງພັກ, ການເຮັດວຽກມີການວາງແຜນ, ມີແຜນງານ, ໂຄງການລະອຽດ, ມີການຄາດຄະເນລ່ວງໜ້າ, ການເຮັດວຽກມີລະບົບການແບ່ງງານ, ແບ່ງຄວາມຮັບຜິດຊອບ, ມີກົນໄກການປະສານສົມທົບກັບພາກສ່ວນຕ່າງໆ ຢ່າງແໜ້ນແຟ້ນ, ມີການສະຫຼຸບສ່ອງແສງ, ລາຍງານຢ່າງເປັນລະບົບ ແລະ ມີການຕິດຕາມກວດກາຢ່າງຮອບຄອບ ແລະ ຕໍ່ເນື່ອງ, ເພື່ອແນໃສ່ສ້າງໃຫ້ພັກມີຄວາມປອດໃສ, ສ້າງໃຫ້ລັດມີຄວາມເຂັ້ມແຂງ, ສ້າງໄດ້ຄວາມເຊື່ອໝັ້ນຈາກປະຊາຊົນ.
2. ຮ່ຳຮຽນເອົາແບບແຜນວິທີເຮັດວຽກ ທີ່ຮັບປະກັນລັກສະນະວິທະຍາສາດ. ຍ້ອນວ່າ ວິທະຍາສາດ ໝາຍເຖິງຄວາມຈິງ, ການເຮັດວຽກຕ້ອງສະແດງອອກຕາມຄວາມຈິງພາວະວິໄສ, ເຮັດວຽກຕ້ອງໄດ້ອີງໃສ່ມະຕິ, ມີມະຕິແລ້ວ ກໍຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງເອກະພາບ, ທິດສະດີໄປພ້ອມກັບພຶດຕິກຳ, ພຶດຕິກຳ ຕ້ອງໄດ້ພິສູດເຖິງຄວາມຖືກຕ້ອງທາງດ້ານທິດສະດີ, ເວົ້າໄປຄຽງຄູ່ກັບການກະທຳ, ທຸກໆບັນຫາ ຕ້ອງໄດ້ມີການຄົ້ນຄວ້າ, ຄົ້ນຄິດລະອຽດ, ມີຄວາມເປັນເອກະພາບໃນທາງປະຕິບັດ ແລະ ນຳພາເຮັດດ້ວຍຄວາມຕັ້ງໜ້າ. ໃນນີ້, ການເຮັດວຽກຕ້ອງໄດ້ເຄົາລົບຫຼັກການ, ຫຼັກເກນ, ກົດເກນ ແລະ ທິດສະດີຂອງນັກມາກຊິດ, ນັກວິທະຍາສາດທີ່ກ້າວໜ້າ ເພື່ອໜູນໃຊ້ເຂົ້າໃນການພັດທະນາປະເທດຊາດ ໃຫ້ສອດຄ່ອງກັບຍຸກສະໄໝ.
3. ຮ່ຳຮຽນເອົາຄຸນສົມບັດສິນທຳປະຕິວັດ, ເຝິກຝົນຫຼໍ່ຫຼອມນ້ຳໃຈຮັກຊາດ, ນ້ຳໃຈເສຍສະຫຼະອັນສູງສົ່ງ, ຈິດໃຈປະຕິວັດສຸດກົກສຸດປາຍ, ມານະຈິດປະຕິວັດອັນເດັດດ່ຽວໜຽວແໜ້ນ, ຮ່ຳຮຽນເອົາທັດສະນະມະ ຫາຊົນ, ເຄົາລົບນັບຖືປະຊາຊົນ, ຍົກສູງສະຕິຮັກຊາດເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໃນເງື່ອນໄຂພົບຄວາມຫຍຸ້ງຍາກ ພະນັກງານ, ສະມາຊິກພັກ ຕ້ອງເຫັນພ້ອມກັບແນວທາງ, ຕ້ອງຢືນຢູ່ໃນທ່າບຸກ ໃນການປະກອບສ່ວນເປັນກຳລັງແຮງຊ່ວຍພັກ-ລັດ, ກ້າປະເຊີນໜ້າກັບບັນຫາຫຍຸ້ງຍາກບໍ່ທໍ້ຖອຍ, ງໍ້ຫງ່ຽງ ແລະ ຍອມຈຳນົນແບບງ່າຍດາຍ, ຖັນແຖວພະນັກງານ, ສະມາຊິກພັກ ຕ້ອງມີຄວາມຮັບຜິດຊອບຕໍ່ພັກ, ລັດ ແລະ ປະຊາຊົນ ຕ້ອງຢຶດໝັ້ນຄຳປະຕິຍານ 5 ຂໍ້ ເພື່ອອຸທິດຕົນເພື່ອພັກ, ເພື່ອຊາດ ແລະ ພາລະກິດປະຕິວັດ.
4. ຮ່ຳຮຽນເອົານ້ຳໃຈປະຢັດມັດທະຍັດ, ຄວາມດຸໝັ່ນໃນການອອກແຮງງານ, ຮ່ຳຮຽນເອົາຄວາມດຸ ໝັ່ນຂະຫຍັນພຽນ, ການຊອກຮູ້ຮ່ຳຮຽນຢ່າງບໍ່ຢຸດຢັ້ງ ດ້ວຍການຢຶດໝັ້ນທິດນຳທີ່ວ່າ ຮຽນແລ້ວຮຽນອີກ, ຮຽນເລື້ອຍໆໄປ, ຮຽນນຳຕຳລາຮຽນ, ຮຽນນຳໝູ່ຄະນະ, ຜູ້ອາວຸໂສ, ນຳປະຊາຊົນ, ນຳພຶດຕິກຳຕົວຈິງ, ໝັ່ນ ຊອກຮູ້ຮ່ຳຮຽນ ແລະ ສະແຫວງຫາຄວາມຮູ້ບົດຮຽນອັນໃໝ່ຢູ່ສະເໝີ, ຮຽນນຳນັກທິດສະດີ, ນັກປາດ-ອາຈານ, ຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ. ພະນັກງານ, ສະມາຊິກພັກ ຕ້ອງໄດ້ຮຽນຄົ້ນຄວ້າ, ໝູນໃຊ້ຜົນສຳເລັດຂອງວິທະຍາສາດເຕັກໂນໂລຊີ, ນະວັດຕະກຳໃໝ່ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
5. ຖືເອົາແບບຢ່າງຄວາມສາມັກຄີເປັນບັນຫາໃຈກາງ ໃນການພັດທະນາອົງການ ແລະ ປະເທດຊາດ ດ້ວຍການເພີ່ມທະວີຄວາມສາມັກຄີພາຍໃນ ແລະ ຕ່າງປະເທດໃຫ້ແໜ້ນແຟ້ນ, ເພື່ອສ້າງໄດ້ກຳລັງທີ່ເຂັ້ມແຂງ ຮັບໃຊ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງເຮົາ ໃນປັດຈຸບັນ ແລະ ອະນາຄົດ. ເອົາໃຈໃສ່ຮັກສາຄວາມສາມັກຄີພາຍໃນພັກ, ໝູ່ຄະນະ, ສາມັກຄີກັບນັກປະຕິວັດ, ທຸກເຜົ່າ, ຊັ້ນຄົນ ແລະ ສາມັກຄີກັບປະເທດໃກ້ຄຽງ, ເພື່ອນມິດຍຸດທະສາດ, ບັນດາປະຊາຊາດໃຫ້ໜັກແໜ້ນ ແລະ ກວ້າງຂວາງ. ເປີດກວ້າງການພົວພັນສາມັກຄີກັບຫຼາຍພັກການເມືອງ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາບົດຮຽນ, ການສະໜັບສະໜູນຮັບໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງ ອັນມີກຽດຂອງຕົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















