ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແມ່ນວັນມະຫາໄຊອັນຍິ່ງໃຫຍ່ ຂອງຊາດລາວເຮົາ
ເວລາອອກຂ່າວ: 2025-12-10 09:47:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 326 | ຄວາມນິຍົມ: ![]()
ເນື່ອງໃນໂອກາດ ຄົບຮອບ 50 ປີ ວັນສະຖາປະນາ ສປປ ລາວ ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຫົວໜ້າຫ້ອງການກຳມະບານກອງທັບ ໄດ້ສະແດງທັດສະນະວ່າ: ວັນທີ 2 ທັນວາ 1975 ແມ່ນວັນມະຫາໄຊອັນຍິ່ງໃຫຍ່ຂອງຊາດລາວເຮົາ, ເຊິ່ງໄດ້ລົບລ້າງລະບອບເກົ່າ ທີ່ຕົກຢູ່ພາຍໃຕ້ແອກປົກຄອງຂອງພວກຈັກກະພັດຕ່າງດ້າວ ໂດຍສະເພາະແມ່ນຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ມາເປັນເວລາຫຼາຍຮ້ອຍປີ, ແມ່ນວັນທີ່ປະຊາຊົນລາວທັງປະເທດ ໄດ້ເບີກບານມ່ວນຊື່ນ ມີສິດເສລີພາບ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ໄດ້ເປີດສັງກາດ ພ້ອມກັນສ້າງຕັ້ງລະບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ, ນີ້ແມ່ນໝາກຜົນລວມຍອດອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ປະຕິວັດປົດປ່ອຍຊາດ ທີ່ເຕັມໄປດ້ວຍຄວາມເສຍສະຫຼະຊີວິດ, ເລືອດເນື້ອຂອງບັນພະບູລຸດ, ວີລະຊົນແຫ່ງຊາດ, ນັກຮົບປະຕິວັດຮຸ່ນກ່ອນທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ລະອິດລະອ້ຽວອັນຍາວນານ ໂດຍພາຍໃຕ້ການນຳພາທີ່ປີຊາສາມາດ, ສະຫຼາດສ່ອງໃສຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ກໍຄື ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ.
ພາຍຫຼັງປະເທດຊາດໄດ້ຮັບ ການປົດປ່ອຍຢ່າງສົມບູນ ໃນ ວັນທີ 2 ທັນວາ 1975 ເປັນຕົ້ນ ມາ ພັກ-ລັດ ກໍໄດ້ສືບຕໍ່ນຳພາ ປະເທດຊາດ ສຸມໃສ່ການຮຳ ບາດແຜສົງຄາມ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກສົງຄາມ ໄປຄຽງຄູ່ກັບການປະຕິບັດພາ ລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດຢ່າງ ຕໍ່ເນື່ອງ ເຊິ່ງໄດ້ເຮັດໃຫ້ປະເທດ ຊາດຂອງພວກເຮົາມີການຫັນ ປ່ຽນໃໝ່ຢ່າງຕັ້ງໜ້າໃນແຕ່ລະດ້ານ, ຊີວິດການເປັນຢູ່ຂອງປະ ຊາຊົນບັນດາເຜົ່າໄດ້ຮັບການ ຟື້ນຟູດີຂຶ້ນເປັນກ້າວໆມາ ແລະ ປະເທດຊາດ ກໍໄດ້ຮັບການພັດ ທະນາຢ່າງຕໍ່ເນື່ອງ ເຊິ່ງສະແດງອອກຫຼາຍດ້ານ ຄື: ປະເທດຊາດມີຄວາມສະຫງົບ, ໝັ້ນຄົງ, ມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ຄວາມສາ ມັກຄີປອງດອງຊາດ ຂອງປະຊາ ຊົນລາວບັນດາເຜົ່າ ເປັນປຶກແຜ່ນແໜ້ນໜາ, ປົກປ້ອງໝາກຜົນຂອງການປະຕິວັດໄວ້ໄດ້ຢ່າງແຂງແກ່ນ, ບົດບາດການນຳພາຂອງພັກ ໄດ້ຮັບການເຊີດຊູຂຶ້ນຢ່າງສູງສົ່ງ, ອິດທິພົນ ແລະ ຊື່ ສຽງຂອງສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໄດ້ສູງເດັ່ນໃນເວທີສາກົນນັບມື້ກວ້າງ ຂວາງ, ສຳລັບວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ໄດ້ຮັບການກໍ່ສ້າງ-ປັບປຸງ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ໄດ້ຍົກລະດັບໃນການປະ ຕິບັດໜ້າທີ່ວິຊາສະເພາະ, ເຕັກ ນິກ-ວິທະຍາສາດ, ເຕັກໂນໂລຊີ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງເຂັ້ມແຂງ ແລະ ທັນສະໄໝ ຮັບປະກັນເປັນກຳລັງປະຈັນບານໃນການຕ້ານ, ສະກັດກັ້ນ ແລະ ທັບມ້າງທຸກກົນອຸບາຍມ້າງເພທຳລາຍຂອງກຳລັງອິດທິປໍລະປັກຢ່າງເດັດດ່ຽວ. ປັດຈຸບັນກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນະພາບ ເຊິ່ງແມ່ນກຳລັງຫຼັກແຫຼ່ງ ໃນການປົກປັກຮັກສາ ຄວາມໝັ້ນຄົງຂອງຊາດ ແລະ ຄວາມສະຫງົບສຸກຂອງປະຊາຊົນ ຕິດພັນກັບການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມ 4 ເນື້ອໃນ, 4 ຄາດໝາຍ ໄດ້ຮັບການພັດທະນາຢ່າງກວ້າງຂວາງໃນ ຂອບເຂດທົ່ວປະເທດ, ທາງດ້ານ ເສດຖະກິດ, ວັດທະນະທຳ-ສັງ ຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ, ຖະໜົນຫົນທາງແຕ່ເໜືອຕະຫຼອດໃຕ້ ໄດ້ຮັບການກໍ່ ສ້າງ ແລະ ບູລະນະໃຫ້ດີຂຶ້ນ, ຖ້າທຽບໃສ່ເມືອກ່ອນແມ່ນແຕກຕ່າງກັນຫຼາຍ ເປັນຕົ້ນ: ມີເສັ້ນທາງດ່ວນ, ເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງ, ເມືອງ, ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ຂົວຂ້າມແມ່ນໍ້າຂອງ ລາວ-ໄທ, ເປັນສັນຍາລັກແຫ່ງການພັດທະນາ ໃນຍຸກໃໝ່ທີ່ສີວິໄລໃນການຮ່ວມມືສາກົນ, ໄດ້ມີໂຄງການກໍ່ສ້າງດ້ານພະລັງງານ, ການຂຸດຄົ້ນບໍ່ແຮ່, ໂຮງງານອຸດສາຫະກຳປຸງແຕ່ງ, ການພັດທະນາຕົວເມືອງທັນສະໄໝ, ການກໍ່ສ້າງເສດຖະກິດເຂດພິເສດ, ການບໍ ລິການ, ການທ່ອງທ່ຽວ, ການສື່ສານໂທລະຄົມໄດ້ຮັບການພັດທະນາຢ່າງກວ້າງຂວາງ ແລະ ທັນສະໄໝກ້າວຂຶ້ນຢ່າງຕໍ່ເນື່ອງ, ການຜະລິດກະສິກຳຂອງປະຊາຊົນ ໄດ້ສືບຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ, ຍົກລະດັບໃຫ້ດີຂຶ້ນ, ລະບົບການສຶກສາໄດ້ມີໂຮງຮຽນ, ສູນເຝິກວິຊາຊີບຫຼາຍແຫ່ງຂະຫຍາຍຕົວຂຶ້ນຢ່າງຫຼວງຫຼາຍ, ຄົນຮຸ້ນໃໝ່ ໃຫຍ່ລຸນໄດ້ຮັບການສຶກສາຢ່າງ ເປັນລະບົບ ແລະ ມີຄຸນນະພາບ, ດ້ານສາທາລະນະສຸກ ມີໂຮງໝໍ ໃຫຍ່ທີ່ທັນສະໄໝຢູ່ໃນນະຄອນ ຫຼວງວຽງຈັນ ແລະ ຕ່າງແຂວງ ໃນຂອບເຂດທົ່ວປະເທດ, ປະຊາ ຊົນລາວບັນດາເຜົ່າທຸກຊັ້ນຄົນ ໄດ້ຮັບການປິ່ນປົວ ຮັກສາສຸຂະ ພາບແຂງແຮງຢູ່ສະເໝີ, ການ ພັດທະນາຊັບພະຍາກອນມະນຸດຂອງຊາດ ກໍໄດ້ຮັບການເອົາ ໃຈໃສ່ຈາກ ພັກ-ລັດ ຢ່າງຕັ້ງໜ້າ ເຮັດໃຫ້ບຸກຄະລາກອນຂອງຊາດ ມີຫຼາຍສະຫາຍຮຽນຈົບ ສາດສະດາຈານ, ຮອງສາດສະ ດາຈານ, ປະລິນຍາເອກ, ປະ ລິນຍາໂທ, ປະລິນຍາຕີ ໃນຂະ ແໜງການຕ່າງໆ.
ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບ ຮອບ 105 ປີ ທີ່ຈະມາເຖິງໃນມໍ່ໆນີ້, ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ໄດ້ຕາງໜ້າໃຫ້ຫ້ອງການກຳມະບານກອງທັບ, ການຈັດຕັ້ງກຳມະບານຮາກຖານ, ສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານໃນກອງທັບ ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ອະດີດບັນ ພະບູລຸດ, ການນຳພັກ-ລັດ, ວິລະຊົນແຫ່ງຊາດ, ນັກຮົບປະຕິວັດຮຸ່ນກ່ອນ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ເພື່ອປະຊາຊົນ ແລະ ພື້ນແຜ່ນດິນອັນຫອມຮັກຂອງຕົນ ດ້ວຍຄວາມບໍລິສຸດຜຸດຜ່ອງຢ່າງແທ້ຈິງ, ອວຍພອນໄຊອັນປະເສີດ ມາຍັງການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ, ພະນັກງານປະຕິວັດອາວຸໂສ-ບຳນານ, ຄະນະພັກ-ຄະນະບັນ ຊາກົມກອງ, ພະນັກງານນັກ ຮົບ, ສະມາຊິກກຳມະບານ, ກຳ ມະກອນ, ຜູ້ອອກແຮງງານໃນກອງທັບປະຊາຊົນລາວ ແລະ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າ ຈົ່ງມີສຸ ຂະພາບແຂງແຮງ, ມີຄວາມຜາສຸກ, ມີຜົນສຳເລັດໃນໜ້າທີ່ວຽກງານ ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ສີວິໄລ, ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ນົກ ບຸນມາເລີດ (ວິທະຍຸກອງທັບ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















