ກອງບັນຊາການທະຫານແຂວງສາລະວັນເຄົາລົບທຸງ ປະຈຳເດືອນທັນວາ
ເວລາອອກຂ່າວ: 2025-12-10 09:36:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 239 | ຄວາມນິຍົມ: ![]()
ໃນວັນທີ 8 ທັນວາ 2025 ນີ້, ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດຕັ້ງພິທີເຄົາລົບທຸງປະຈຳເດືອນ ທັນວາ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວິໄລ ພິມມະວົງ ຮອງຫົວໜ້າການເມືອງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງສາລະວັນ ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ພັນເອກ ວິໄລ ພິມມະວົງ ໄດ້ສະຫຼຸບຄືນ ຜ່ານການຈັດຕັ້ງເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານໃນໄລຍະ 1 ເດືອນຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຫຼາຍຂົງເຂດວຽກງານທີ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍອົງການ, ກົມກອງໄດ້ພ້ອມກັນຈັດຕັ້ງປະຕິບັດຢ່າງຕັ້ງໜ້າໂດຍປີ່ນອອ້ມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິຂອງອົງຄະນະພັກກອງບັນຊາການທະຫານແຂວງສາລະວັນ ໄດ້ມີຫຼາຍຂະບວນການທີ່ໄດ້ຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ ເປັນຕົ້ນແມ່ນວຽກງານສ້າງຂະບວນການດ້ານຕ່າງໆໄດ້ສຳເລັດດ້ວຍໝາກຜົນອັນຈົບງາມ. ຈາກນັ້ນ ສະຫາຍກໍຍັງໄດ້ແຈ້ງວຽກງານຈຸດສຸມທີ່ຈະຕ້ອງສືບຕໍ່ໃນເດືອນຕໍ່ໄປໃຫ້ເປັນຂະບວນການຟົດຟື້ນ. ໃນການຈັດຕັ້ງພິທີເຄົາລົບທຸງຄັ້ງນີ້ ກໍເພື່ອປະຕິບັດຕາມລະບຽບການເຄົາລົບທຸງປະຈຳເດືອນທີ່ຂັ້ນເທິງວາງອອກ ກໍຄືການຈັດຕັ້ງປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກໃຫ້ມີຄວາມເຂັ້ມແຂງໜັກແໜ້ນ. ທັງນີ້ກໍເພື່ອເປັນການສ້າງຂະບວນການໃຫ້ເປັນຂະບວນຟົດຟື້ນເປັນການອອກແຮງແຂ່ງຂັນໃຫ້ພະນັກງານ-ນັກຮົບ ໃຫ້ມີສຸຂະພາບແຂງແຮງທັງເປັນການຮັດແໜ້ນຄວາມສາມັກຄີຂອງບັນດາພະນັກງານ-ນັກຮົບພາຍໃນກົມກອງເພື່ອຮັບປະກັນເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ ແລະ ທັງເປັນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກຂອງຊາດກໍຄື ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ແລະ ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນມໍ່ໆນີ້.
ໂດຍ: ສຸຂາວພອນ ສອນນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















