ມອບ-ຮັບໜ້າທີ່ ຄະນະບັນຊາ ກອງບັນຊາການທະຫານເມືອງຕົ້ນເຜີ້ງ
ເວລາອອກຂ່າວ: 2025-12-10 09:27:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 264 | ຄວາມນິຍົມ: ![]()
ໃນວັນທີ 5 ທັນວາ 2025 ນີ້ ກອງບັນຊາການທະຫານເມືອງຕົ້ນເຜີ້ງໄດ້ມອບ-ຮັບໜ້າທີ່ລະ ຫວ່າງ ສະຫາຍ ພັນຕີ ສຳນ່ຽງ ບຸນລາສີ ຮອງຫົວໜ້າການທະ ຫານ ກອງບັນຊາການທະຫານເມືອງ ທັງເປັນຫົວໜ້າພະແນກເສນາ (ຜູ້ເກົ່າ ) ແລະ ສະຫາຍ ພັນໂທ ພາລີ ຈົວຊື ເປັນຮັກສາການຮອງຫົວໜ້າການທະຫານ ທັງເປັນຫົວໜ້າພະແນກເສນາ (ຜູ້ໃໝ່), ແຕ່ງຕັ້ງ ສະຫາຍ ພັນຕີຄຳເພົາ ໄຊຍະພອນ ເປັນຮັກສາການຮອງຫົວໜ້າກອງບັນຊາການປຽນແທນ ສະຫາຍ ດອນຍວນ ຍວນມະວົງສາ ຮອງຫົວໜ້າກອງບັນຊາການທະຫານເມືອງຜູ້ເກົ່າ ທີ່ຖືກໄປຮັບໜ້າທີ່ໃໝ່ຢູ່ເມືອງຫ້ວຍຊາຍ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຮອງຫົວໜ້າການເມືອງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີບັນດາຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ສະຫາຍ ພັນຕີ ສຳນ່ຽງ ບຸນລາສີ ຮອງຫົວໜ້າການທະຫານ ກອງບັນຊາການທະຫານເມືອງຕົ້ນເຜີ້ງ (ຜູ້ເກົ່າ) ໄດ້ສະຫຼຸບຄືນຜ່ານການຊີ້ນຳ-ນຳພາໃນການເຄື່ອນໄຫວໃນໄລ ຍະຜ່ານມາ ເຊິ່ງຍົກໃຫ້ເຫັນໜ້າ ທີ່, ພາລະບົດບາດ ແລະ ວຽກງານຕ່າງໆ ທີ່ພົ້ນເດັ່ນ ແລະ ວຽກງານທີ່ຍັງຈະສືບຕໍ່ໃນຕໍ່ໜ້າ ພ້ອມທັງມອບໃຫ້ ຜູ້ທີ່ຮັບໜ້າທີ່ ໃໝ່ຈົ່ງເພີ່ມທະວີຮັບຜິດຊອບໜ້າທີ່ການເມືອງໃຫ້ສຳເລັດຕາມການມອບໝາຍ ແລະ ສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດໃນຂົງເຂດວຽກງານຕ່າງໆທີ່ຂັ້ນເທິງມອບໝາຍໃຫ້ໃຫ້ບັນລຸຜົນເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງກອງທັບປະຊາຊົນລາວ. ພ້ອມດຽວກັນນີ້, ໃນພິທີກໍໄດ້ເຊັນບົດບັນທຶກມອບ-ຮັບ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຕື່ມອີກ.
ໂອກາດນີ້, ທ່ານປະທານກໍໄດ້ໂອ້ລົມ ແລະ ຊີ້ນຳຫຼາຍບັນຫາ ພ້ອມທັງເນັ້ນໜັກຜູ້ທີ່ໄດ້ຮັບໜ້າ ທີ່ໃໝ່ແຕ່ລະສະຫາຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບ ໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນ ໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສືບຕໍ່ຮັບປະກັນໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງບໍ່ແກ້ວ ທາງດ້ານວຽກງານຕ່າງໆໃຫ້ມີຄວາມວ່ອງໄວ ແລະ ມີຜົນສຳເລັດສູງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະ ເພາະ, ມີລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາການສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ.
ໂດຍ: ນາງ ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















