ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ມອບ​ປິ່ນ​ເຕີ​ໃຫ້​ພະ​ແນກ​ຄູ​ຍຸດທະວິທີ ແລະ ພະ​ແນກ​ຄູ​ລະບຽບ​ກິລາ​ຫ້ອງ​ອົບຮົມ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 1
ເວລາອອກຂ່າວ: 2025-12-10 09:26:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 223 | ຄວາມນິຍົມ:



ໃນ​ວັນ​ທີ 26 ເດືອນ ພະຈິກ 2025 ນີ້ ນັກຮຽນ​ບຳລຸງ​ການ​ທະຫານ ລະບົບ 6 ເດືອນ ຊຸດ​ທີ 12 ໄດ້​ນຳ​ເອົາ ວັດຖຸ-ປັດໃຈ ມາ​ມອບ​ໃຫ້​ພະ​ແນກ​ຄູ​ຍຸດທະວິທີ ແລະ ພະ​ແນກ​ຄູ​ລະບຽບ​ກິລາ ຫ້ອງ​ອົບຮົມ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ1. ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ເອກ ລຸນ​ທອງ ແກ້ວ​ໂພ​ໄຊ ຫົວໜ້າ​ຫ້ອງ​ອົບຮົມ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ1, ມີ​ບັນດາ ຄູ-ອາ ຈານ ສອງ​ພະແນກການ ແລະ ຕາງໜ້າ​ນັກຮຽນ​ບຳລຸງ​ການ​ທະຫານ ລະບົບ 6 ເດືອນ ຊຸດ​ທີ 12 ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ຫົງ​ທອງ ສະ​ວົງ​ຫຼຽນ​ຄຳ ຕາງໜ້າ​ໃຫ້​ນັກ ຮຽນ​ບຳລຸງ​ການ​ທະຫານ ລະບົບ 6 ເດືອນ ຊຸດ ທີ 12 ໄດ້​ຂື້ນ​ກ່າວ​ຈຸດປະສົງ ເນື່ອງ​ໃນ​ໂອກາດ​ຂ່ຳ ນັບ​ຮັບ​ຕ້ອນ​ວັນ​ບຸນ​ສຳຄັນທາງ ​ປະ​ຫັວດ​ສາດ ໂດຍ​ສະເພາະ​ແມ່ນ​ຕ້ອນຮັບ​ວັນ​ສະຖາປະນາ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ຄົບຮອບ 50 ປີ ນັກ​ສຶກ​ສາ​ໄດ້​ນຳ​ເອົາ ປີ່ນ​ເຕີ ຈຳນວນ 2 ເຄື່ອງ,ລວມ​ມູນ​ຄ່າ 5,430,000 ກີບ ມາ​ມອບ​ໃຫ້​ພະ​ແນກ​ຄູ​ຍຸດທະວິທີ ແລະ ພະ​ແນກ​ຄູ​ລະບຽບ​ກິລາ ໂດຍ​ແມ່ນ​ທຶນ​ສົມທົບ​ຂອງ​ນັກຮຽນ-ນັກ​ສຶກ​ສາ​ເອງ, ຕາງໜ້າ​ຄູ-ອາຈານ​ຂຶ້ນ​ຮັບ​ໂດຍ ​ສະຫາຍ ພັນ​ໂທ ພາສີ ວິໄລວັນ ຫົວໜ້າ​ພະ​ແນກ​ຄູ​ຍຸດທະວິທີ ພ້ອມ​ທັງ​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ​ນັກຮຽນ-ນັກ​ສຶກ​ສາ ບຳລຸງ​ການ​ທະຫານ ລະບົບ 6 ເດືອນ ຊຸດ​ທີ 12 ທີ​ໄດ້​ສະຫຼະ​ວັດຖຸ​ປັດໃຈ​ສວ່ນ​ບຸກຄົນ​ມາ​ມອບ​ໃຫ້​ພະ​ແນກ​ຄູ​ພວກ​ເຮົາ ແລະ ໃຫ້​ຄຳ​ໜັ້ນ​ສັນຍາ​ວ່າ​ຈະ​ປົກ​ປັກ​ຮັກສາ ແລະ ນຳ​ເອົາ​ວັດຖຸ​ດັ່ງກ່າວ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ​ກົມ​ກອງ, ໂດຍ​ສະເພາະ​ແມ່ນ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ການ​ສຶກ​ສາ​ໃຫ້​ມີ​ຄວາມສະ ດວກວ່ອງໄວທ່ວງ​ທັນຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ. ໂອກາດ​ນີ້, ສະຫາຍ ພັນ​ເອກ ລຸນ​ທອງ ແກ້ວ​ໂພ​ໄຊ ​ໄດ້​ໂອ້​ລົມ ແລະ ສະແດງ​ຄວາມ​ຂອບໃຈ ແລະ ຮູ້​ບຸນຄຸນ​ຕໍ່​ນັກຮຽນ​ທີ​ເຫັນ​ໄດ້​ຄວາມ​ສຳຄັນ, ຄວາມ​ຈຳເປັນ​ຂອງ​ວຽກ​ງານ​ລວມ​ຂອງ​ກົມ​ກອງ ແລະ ເນັ້ນ​ໜັກ​ໃຫ້​ສອງ​ພະ​ແນກ​ຄູ​ຈົ່ງ​ພ້ອມ​ກັນ​ຄຸ້ມ​ຄອງ,ປົກ​ປັກ​ຮັກສາ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ວິຊາ​ສະ ເພາະ​ຂອງ​ຕົນໃຫ້ ​ເກີດ​ປະໂຫຍດ​ສູງ​ສຸດ ແລະ ອວຍພອນ​ໃຫ້​ນັກຮຽນ​ບຳລຸງ​ການ​ທະຫານ ຊຸດ​ທີ 12 ນີ້​ຈົ່ງ​ມີ​ສຸຂະພາບ​ແຂງແຮງ,ສຸມ​ໃສ່​ການ​ຮ່ຳຮຽນ​ຍາດ​ແຍ່ງ​ເອົາ​ບົດຮຽນ​ນຳ ຄູ-ອາຈານ, ຜູ້​ທີ່​ມີ​ປະສົບ​ການ​ເພື່ອ​ນຳ​ເອົາ​ຄວາມ​ຮູ້​ດັ່ງກ່າວ​ໄປ​ໜູນ​ໃຊ້​ຢູ່​ກົມ​ກອງ​ຂອງ​ຕົນ​ໃນ​ສະເພາະ​ໜ້າ​ໃຫ້​ມີ​ຜົນສຳເລັດ. ໂດຍ: ນ້ອຍ​ຈັນ​ໄພ ແກ້ວ​ວັນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ