ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ກອງຮ້ອຍ​ປືນ​ໃຫຍ່​ໜ້າດິນ ກອງພັນ​ໃຫຍ່ 101 ຈັດ​ຕັ້ງ​ຫັດ​ແອບ​ຍິງ​ລູກປືນ​ແທ້​ເທິງ​ພູມິ​ປະເທດ​ຕົວ​ຈິງ
ເວລາອອກຂ່າວ: 2025-12-10 09:23:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 236 | ຄວາມນິຍົມ:



ໃນ​ວັນ​ທີ 28 ພະຈິກ 2025 ຜ່ານ​ມາ​ນີ້ ກອງຮ້ອຍ​ປືນ​ໃຫຍ່ ໜ້າດິນ ທີ່​ຂຶ້ນ​ກັບ​ກອງພັນ ໃຫຍ່ 101 ກອງ​ພົນທະຫານ​ຮາບທີ 1 ໄດ້​ຈັດ​ຕັ້ງ​ຍິງ​ລູກ​ປືນ​​ເເທ້​ຢູ່​ພູມິ​ປະເທດ​ຕົວ​ຈິງ ໂດຍ​ການ​ເຂົ້າ​ຮ່ວມ ຂອງ​ສະຫາຍ ພັນ​ໂທ ບຸນ​ຊູ ເດດ​ອຸໄທ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 101 ແລະ ສະຫາຍ ພັນໂທ ຜາ​ສິດ ຈັນທະ​ວົງສາ ຮອງ​ຫົວ ໜ້າພະ​​ເເນກປືນໃຫຍ່ໜ້າດິນກອງ​ພົນ ທະຫານ​ຮາບ​ທີ 1, ມີ​ຄະນະ​ພັກ- ຄະນະ​ບັນຊາ​ກອງພັນ​ໃຫ​​ຍ່, ມີ​ຂະ​​ເເໜງ​ການ​ທີ່​ກ່ຽວຂ້ອງ​ຕະຫຼອດ​ຮອດ​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຕາມ​ແຜນການ​ອົບຮົມ-ຫັດ​ແອບ​ປະຈຳ​ປີ​ຂອງ​ກົມ​ປືນ​ໃຫຍ່​ໜ້າດິນ ກໍຄື​ແຜນການ​ອົບຮົມ-ຫັດ​ແອບວິຊາ​ ສະເພາະ ປະຈຳ​ປີ 2025 ຂອງ​ ກອງພັນ​ໃຫຍ່101 ກອງ​ພົນ​ທີ 1 ເພື່ອ​ເປັນ​ການ​ປັບປຸງ​ແບບແຜນ ແລະ ເຝິກ​ຝົນ​ຫຼໍ່​ຫຼອມ​ກຳລັງ​ແຮງ​ກາຍ​ທັງ​ເປັນ​ການ​ຮັບປະກັນ​ເຮັດ ​ໃຫ້​ພະນັກງານ-ນັກຮົບພາຍ​ໃນ ​ກົມ​ກອງ​ມີ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ດ້ານ​ວິຊາ​ສະເພາະ​ປືນ​ໃຫຍ່​ໜ້າດິນ​ໃຫ້​ນັບ​ມື້​ນັບເເຂງເເກ່ນ ແລະ ຮັບປະກັນ​ໃນ​ການ ​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ​ໃນ​ທຸກ​ສະພາບ​ການ. ໃນ​ການ ຈັດຕັ້ງ​ຍິງ​ລູກ​ປືນ​​ເເທ້​ໃນ​ຄັ້ງ​ນີ້ ​ເເມ່ນ​ໄດ້​ຈັດ​ຕັ້ງ​ຍິງ​ໃນ​ບົດ: ຍິງກຳ ລັງ​ໄຟ​ຊ່ວຍ​ໜຸນ​ຂັ້ນ​ເທິງ ບຸກ​ຕີ​ສັດຕູ ໂດຍ​ນຳ​ໃຊ້​ປືນ ຄົກ 120 ​ມມ ແລະ ປືນ​ເດ​ກາ-65, ປືນເຊ 82, ເຊ 60  ຍິງ​ປະສານ​ດັບ​ສູນ​ເປົ້າ​ໝາຍເທິງ​ພູມີ​ປະເທດ​ຕົວ​ຈິງ. ຜ່ານ​ການຈັດຕັ້ງ​ຍິງເປົ້າ​ໝາຍ​ຕົວ ​ຈິງ​ເຫັນ​ວ່າ ພະນັກງານ-ນັກຮົບ ​ເເຕ່​ລະ​ສະຫາຍ​ສາມາດກຳ​ໄດ້​ ບັນດາ​ທ່າ, ຈັ່ງ​ຫວະ ແລະ ເນື້ອ​ໃນ​ບົດຮຽນ​ໄດ້​ເປັນ​ຢ່າງ​ດີ ແລະ ຮູ້​ນຳ​ໃຊ້​ອຸປະກອນ​ໃນ​ການ​ຄິດໄລ່​ບັນຊາ​ຍິງ ແລະ ມີ​ຄວາມ​ຊຳນິ​ຊຳ ນານ​ດ້ານ​ສິນລະປະ​ຍຸດ-ຍຸດ ທະວິທີ, ສາມາດ​ຍິງ​ດັບສູນເປົ້າໝາຍ ​ເທິງ​ພູມິ​ປະເທດ​ຕົວ​ຈິງ​ໄດ້​ຢ່າງ​​ເເມ້ນ​ຢຳ ແລະ ບັນລຸ​ຕາມ​ລະດັບ​ຄາດໝາຍ​ທີ່​ວາງ​ໄວ້ ພ້ອມ​ທັງ​ຮັບ ປະກັນ​ຄວາມ​ປອດ​ໄພ 100%. ໂດຍ: ສິບ​ຕີ ຕີ້ ຍົດ​ພູທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ