ຊາວໜຸ່ມແຂວງໄຊຍະບູລີ ມອບລວດໜາມໝາກຈັບໃຫ້ກອງຮ້ອຍທະຫານຊາຍແດນ 149
ເວລາອອກຂ່າວ: 2025-12-10 09:19:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ: ![]()
ໃນວັນທີ 6 ທັນວາ 2025 ນີ້, ສະຫາຍ ບຸນດີ ທໍ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄຊຍະບູລີ ໄດ້ນຳເອົາລວດໜາມ ໝາກຈັບຈຳນວນ 20 ໂຄ້ງລວມ ມູນຄ່າ 7.600.000 ກີບ. ໄປ ມອບໃຫ້ກອງຮ້ອຍທະຫານຊາຍແດນ 149 ແຂວງໄຊຍະບູລີ ເພື່ອ ປະກອບສ່ວນເຂົ້າໃນວຽກງານ ລວມຂອງກົມກອງໃນສະເພາະໜ້າ ແລະ ຍາວນານ ກ່າວຮັບໂດຍແມ່ນ ສະຫາຍ ພັນຕີ ສະຫຼອງ ສິດທິລາດ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 149 ແຂວງໄຊຍະບູລີ ເຂົ້າຮ່ວມເປັນສັກຂີພະຍານຂອງ ສະຫາຍ ພັນໂທ ສຸກກະເສີມ ວິຍາວົງ ຮອງຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງໄຊຍະບູລີ ມີຄະນະພັກ-ຄະນະບັນຊາກອງຮ້ອຍທະຫານຊາຍແດນ, ພະແນກຊາວໜຸ່ມກອງບັນຊາການທະຫານແຂວງເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ພັນຕີ ສະຫຼອງ ສິດທິລາດ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 149 ແຂວງໄຊຍະບູລີ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ຄຳດີ ທໍ່ ເລຂາຄະນະບໍລິຫານຊາວໜຸ່ມແຂວງໄຊຍະບູລີ ທີ່ໄດ້ເປັນຫ່ວງເປັນໄຍ ແລະ ໃຫ້ຄວາມສຳຄັນຕໍ່ກັບກຳລັງປະ ກອບອາວຸດທອງຖິ່ນແຂວງໄຊຍະບູລີ ພວກເຮົາຈິງໄດ້ນຳເອົາວັດຖຸປັດໄຈ ເຂົ້າມາມອບໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ວັດຖຸປັດໄຈດັ່ງກ່າວເຂົ້າໃນວຽກງານລວມຂອງກົມກອງໃຫ້ເກີດຜົນປະໂຫຍດສູງສຸດ. ໂອກາດດຽວກັນນີ້, ພະແນກຊາວໜຸ່ມກອງບັນຊາການທະຫານແຂວງໄຊຍະບູລີ ຍັງໄດ້ນຳເອົາອຸປະກອນກິລາ ມອບໃຫ້ຄະນະບໍລິຫານງານຊາວໜຸ່ມ ກອງພັນ 412 ແລະ ກອງຮ້ອຍທະຫານຊາຍແດນ 149 ຕືມອີກ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















