ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ຫ້ອງພະລາທິການໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025
ເວລາອອກຂ່າວ: 2025-12-09 15:39:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 811 | ຄວາມນິຍົມ:



ວັນທີ 9 ທັນວາ 2025 ນີ້, ຫ້ອງພະລາທິການໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຈັດຕັ້ງສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ວາງແຜນການປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ, ມີສະຫາຍ ພັນເອກ ກິແກ້ວ ລິດແສນຫວັງ ຫົວໜ້າຫ້ອງພະລາທິການໂຮງຮຽນ, ມີຄະນະພັກ-ຄະນະບັນຊາ, ກອງພັນ ຕະຫຼອດຮອດ ພະນັກງານ-ນັກຮົບ ທົ່ວຫ້ອງພະລາທິການ ເຂົ້າຮ່ວມ. ສະຫາຍ ພັນໂທ ຫີນໄຊ ພົມມະໄຊ ຮອງຫ້ອງພະລາທິການ ໄດ້ສະຫຼຸບຄືນການເຄື່ອນໄຫວວຽກງານພະລາທິການໃນໄລຍະ 1 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ພົ້ນເດັ່ນ ໃນນັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ໂດຍຕິດພັນ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂະບວນການຂອງກົມກອງ, ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ,ເຂັ້ມງວດໃນການປະຕິບັດລະບອບລະບຽບຂອງກອງທັບ, ມີແນວຄິດໜັກແໜ້ນ ຫ້າວຫັນຕໍ່ໜ້າທີ່ວິຊາສະເພາະຂອງຕົນ, ໂດຍປະຕິບັດຕາມ 4 ໜ້າທີ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ໃນນັ້ນໄດ້ຖືເປັນສຳຄັນ ກຳແໜ້ນສະພາບຮອບດ້ານ ກຽມພ້ອມກຳລັງປະຈຳການ 24 ຊົ່ວໂມງ ຕິດຕາມກວດກາວຽກງານທີ່ໄດ້ຮັບມອບໝາຍຢ່າງໃກ້ຊິດຕິດແທດໄດ້ປະກອບສ່ວນເຮັດສຳເລັດໜ້າທີ່ການເບິ່ງແຍງລຽ້ງດູທັບຕະຫຼອດໄລຍະຜ່ານມາ. ພ້ອມນີ້ ຍັງໄດ້ເອົາໃຈໃສ່ຊຸກຍູ້ພະນັກງານ-ນັກຮົບ ແລະ ພະນັກງານວິຊາສະເພາະ ສຸມໃສ່ສ້າງເສດຖະກິດ ແກ້ໄຂຊີວິດ ດ້ວຍການປູກ-ການລຽ້ງ, ໃນນີ້ ສາມາດສົ່ງຂາຍໝາກເຂືອໄດ້ 62 ກິໂລ, ຫົວສີໄຄ 600 ກໍ, ຂາຍປານິນໄດ້ 563 ກິໂລ ຫ້ອງສາມາດສ້າງເງິນຄັງໄດ້ທັງໝົດ 40.650.000 ກີບ, ຈາກຜົນງານດັ່ງກ່າວສາມາດສ້າງ ພະນັກງານແຂງໄດ້ 216 ສະຫາຍ, ກາງ 11 ສະຫາຍ, ສ້າງຊາວໜຸ່ມນໍາໜ້າ 4 ບຸກໄດ້ 92 ສະຫາຍ, ຍິງ 52 ສະຫາຍ, ຄະນະບໍລິຫານຊາວໜຸ່ມໄດ້ຮັບນາມມະຍົດນຳໜ້າ 4 ບຸກ, ສ້າງແມ່ຍິງ 3 ດີປະເພດ 1 ໄດ້ 112 ສະຫາຍ,ຮັບປະກັນເຄື່ອງນຸ່ງຫົ່ມ, ເຂົ້າກິນເບີກຈ່າຍຕາມລະບົບອັດຕາ, ຮັບປະກັນດ້ານສະບຽງອາຫານສະໜອງເຂົ້າເຮືອນຄົວລວມ ໄດ້ຈຳນວນໜຶ່ງ, ສາມາດຮັບປະກັນໄດ້ກິນເຂົ້າ 3 ຄາບ ອາຫານ 3 ເຍື່ອງເປັນປົກະຕິ ມີນ້ຳດື່ມສະອາດ ແລະ ຈັດຕັ້ງເຄື່ອນໄຫວ ເຝົ້າລະວັງການລະບາດຂອງພະຍາດຕາມລະດູການ. ພ້ອມນີ້ ຍັງໄດ້ປະຕິບັດນະໂຍບາຍຕໍ່ພະນັກງານທີ່ເຈັບເປັນເຂົ້າໂຮງໝໍ ແລະ ອື່ນໆ ຢ່າງຖືກຕ້ອງເໝາະສົມ ແລະ ຍັງມີວຽກງານປິ່ນອ້ອມອື່ນຂອງແຕ່ລະພະແນກການກໍ່ມີຜົນສຳເລັດເປັນຢ່າງສູງ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ