ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ທຸກພາກສ່ວນສຸມໃສ່ ປະຕິບັດໜ້າທີ່ ກຽມຄວາມພ້ອມໃຫ້ແກ່ການເປີດ ກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດເພື່ອມະນຸດສະທຳໃນຂອບຂອງ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ
ເວລາອອກຂ່າວ: 2025-12-09 15:35:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 814 | ຄວາມນິຍົມ:



ວັນທີ 8-9 ທັນວາ 2025 ນີ້, ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໄດ້ພ້ອມກັນ ຕັ້ງໜ້າສຸມໃສ່ປະຕິບັດວຽກງານ ເພື່ອກຽມຄວາມພ້ອມໃຫ້ແກ່ການເປີດກອງປະຊຸມໜ່ວຍງານຜູ້ຊ່ຽວຊານ ດ້ານການເກັບກູ້ລະເບີດ ເພື່ອມະນຸດສະທໍາ ພາຍໃຕ້ຂອບຂອງ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ. ບັນດາໜ້າວຽກທີ່ກໍາລັງຂຸ້ນຂ້ຽວປະຕິບັດຢູ່ ມີຄື: ການຜ່ານເອກະພາບຄືນເນື້ອໃນກອງປະຊຸມ ລະຫວ່າງ ປະທານຮ່ວມ ລາວ-ລັດເຊຍ, ການກະກຽມຫ້ອງປະຊຸມເຊັ່ນ: ການປະດັບປະດາສະຖານທີ່, ການຈັດວາງຮູບແຖວ-ຕຳແໜ່ງຜູ້ແທນກອງປະຊຸມ, ການກະກຽມສິ່ງອຳນວຍຄວາມສະກວດຕ່າງໆ ເປັນຕົ້ນແມ່ນ ລະບົບໂປຣເຈັກເຕີ, ລະບົບສື່ສານ ໂທລະສັບ-ອິນເຕີເນັດ, ລະບົບເຄື່ອງສຽງ, ລະບົບໄຟຟ້າ, ການຈັດວາງສະແດງວັດຖຸ ເສດເຫຼືອສົງຄາມ (ລູກລະເບີດບໍ່ທັນແຕກ), ການກະກຽມສະຖານທີ່ຈຳລອງທຳລາຍລະເບີດບໍ່ທັນແຕກ ແລະ ວຽກງານອື່ນໆປິ່ນອ້ອມ ເພື່ອຮັບປະກັນໃຫ້ແກ່ການເປີດກອງປະຊຸມຢ່າງເປັນທາງການໃນລະຫວ່າງ ວັນທີ 10-12 ທັນວານີ້ ໃຫ້ມີຜົນສຳເລັດຈົບງາມ. ການກຳນົດເອົາສະຖານທີ່ຈັດກອງປະຊຸມເທື່ອນີ້ ແມ່ນມີຄວາມໝາຍສຳຄັນປະຫວັດສາດ ເພາະຈະໄດ້ຈັດຂຶ້ນໃນ ຖ້ຳຊ້າງລອດ ເມືອງວຽງໄຊ, ແຂວງຫົວພັນ, ສະຖານທີ່ດັ່ງກ່າວແມ່ນສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ເປັນເມືອງວິລະຊົນແຫ່ງຊາດລາວ. ພ້ອມກັນນີ້ ທີ່ເມືອງວຽງໄຊ ຍັງເປັນເມືອງທີ່ ລາວ-ລັດເຊຍ ກໍາລັງດໍາເນີນວຽກງານການກ້ວດກູ້ລະເບີດບໍ່ທັນແຕກໃນປາງສົງຄາມ, ເຊິ່ງເປັນອີກຈຸດໜຶ່ງໃນການປະຕິບັດການພົວພັນຮ່ວມມື ແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກໃນ ສປປ ລາວ ທີ່ໄດ້ຕົກລົງກັນໄວ້ໃນ ຂອບກອງປະຊຸມອາຊຽນບວກຄັ້ງທີ່ຜ່ານມາ. ໂດຍ: ໄພລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ