ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ກົມໃຫຍ່ເສນາທິການກອງທັບ ເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ
ເວລາອອກຂ່າວ: 2025-12-09 10:57:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 811 | ຄວາມນິຍົມ:



ວັນທີ 09 ທັນວາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ເພື່ອຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບົວຄໍາ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກົມກອງ, ຄະນະຮັບຜິດຊອບ, ພ້ອມດ້ວຍນັກກິລາທົ່ວກົມໃຫຍ່ເສນາທິການກອງທັບເຂົ້າຮ່ວມ. ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບໄດ້ຜ່ານແຜນການ ສ້າງຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ເພື່ອຊົມເຊີຍ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ໃຫ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນຟົດຟື້ນຢ່າງຕໍ່ເນື່ອງ ຕິດພັນກັບການເຄື່ອນໄຫວ ເຮັດໜ້າທີ່ວິຊາສະເພາະ ແລະ ໜ້າທີ່ການເມືອງດ້ານອື່ນໆ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ກ້າວໄປສູ່ຜົນສໍາເລັດດ້ວຍຄຸນະພາບສູງ, ເຊິ່ງການແຂ່ງຂັນກິລາໃນຄັ້ງນີ້ ມີປະເພດເພດກິລາຕ່າງໆ ຄີື: ກິລາບານສົ່ງຊາຍ, ບານສົ່ງຍິງ, ກິລາເປຕັງຊາວໜຸ່ມຊາຍ, ເປຕັງຊາວໜຸ່ມຍິງ, ເປຕັງອາວຸໂສ, ກິລາການທະຫານນັກຮົບແຂງແຮງ ແລະ ກິລາການທະຫານແລ່ນມ້າງປະກອບອາວຸດ, ໃນນີ້, ບັນດາກົມ, ຫ້ອງການ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 1.120 ສະຫາຍ, ຍິງ 305 ສະຫາຍ, ເຊິ່ງກິລາບານສົ່ງຊາຍ ມີ 8 ທີມ, ບານສົ່ງຍິງ 5 ທີມ, ເປຕັງຊາວໜຸ່ມຊາຍ 50 ທີມ, ເປຕັງຊາວໜຸ່ມຍິງ 41 ທີມ, ເປຕັງອາວຸໂສ 50 ທີມ, ກິລາການທະຫານນັກຮົບແຂງແຮງ 7 ທີມ ແລະ ກິລາການທະຫານແລ່ນມ້າງປະກອບອາວຸດ 8 ທີມ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວຄໍາ ສາມາວົງ ກໍໄດ້ກ່າວເປີດຂະບວນການແຂ່ງຂັນກິລາ ພ້ອມທັງເນັ້ນໜັກໃຫ້ຄະນະຮັບຜິດຊອບ, ນັກກິລາແຕ່ລະສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າຮ່ວມການແຂ່ງຂັນຢ່າງເປັນຂະບວນການ, ກໍາມະການຜູ້ຕັດສິນ ຈົ່ງມີຄວາມຍຸດຕິທໍາໃນການໃຫ້ຄະແນນ, ນັກກິລາຕ້ອງມີລະບຽບວິໄນ, ເຄົາລົບກົດກະຕິກາຂອງການແຂ່ງຂັນ ປະຕິບັດໂມງເວລາຢ່າງເຂັ້ມງວດ ເພື່ອເຮັດໃຫ້ຂະບວນການແຂ່ງຂັນກິລາ ມີບັນຍາກາດຟົດຟື້ນເບີກບານມ່ວນຊື່ນ ແລະ ຮັບປະກັນຄວາມປອດໄພ 100 %. ໂດຍ: ພຸດທະວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ