ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ຂອບໃຈທີ່ໃຫ້ການອຸປະຖໍາ
ເວລາອອກຂ່າວ: 2025-12-09 10:54:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 658 | ຄວາມນິຍົມ:



ວັນທີ 8 ທັນວາ 2025 ນີ້, ສະຫາຍ ພັນຕີ ສີພັນ ອາດຸນນິລາດ ຊ່ວຍວຽກພະແນກກໍາມະບານ ໄດ້ມອບເຄື່ອງກິລາໃຫ້ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ໂດຍການກ່າວຮັບຂອງສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານພາຍໃນຫ້ອງການເມືອງ ເຂົ້າຮ່ວມ. ເຄື່ອງກິລາ ທີ່ນໍາມາມອບໃນຄັ້ງນີ້, ມີຈໍານວນ 40 ຊຸດ ແລະ ໝາກບູນ 3 ຊຸດ, ລວມມູນຄ່າ 10 ລ້ານກີບ, ໂອກາດນີ້, ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ສະຫາຍ ພັນຕີ ສີພັນ ອາດຸນນິລາດ ທີ່ໄດ້ອຸປະຖໍາ ມອບເຄື່ອງກິລາໃຫ້ຫ້ອງການເມືອງໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນວຽກງານການເມືອງຂອງກົມກອງ ແລະ ເຄື່ອງຈໍານວນດັ່ງກ່າວນີ້, ແມ່ນຈະໄດ້ມອບໃຫ້ພະນັກງານພາຍໃນຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ເພື່ອໝູນໃຊ້ເຂົ້າໃນວຽກງານຂະບວນການດ້ານຕ່າງໆ ໃຫ້ເຕັມໄປດ້ວຍຄວາມໝາຍສໍາຄັນອັນເລິກເຊິ່ງ. ໂດຍ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ