ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ບໍລິສັດ ໂຊກໄຊກໍ່ສ້າງຂົວທາງ-ເຄຫາ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ມອບຄອມພິວເຕີໂນດບຸກ ໃຫ້ ຫ້ອງການ ກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2025-12-09 09:54:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 769 | ຄວາມນິຍົມ:



ໃນວັນທີ 8 ທັນວາ 2025 ນີ້, ບໍລິສັດ ໂຊກໄຊກໍ່ສ້າງຂົວທາງ-ເຄຫາ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ໄດ້ມອບຄອມພິວເຕີໂນດບຸກ ຈໍານວນ 2 ຊຸດໃຫ້ ຫ້ອງການ ກົມໃຫຍ່ການເມືອງກອງທັບ ລວມມູນຄ່າ 34 ລ້ານກວ່າກີບ, ໂດຍການກ່າວມອບໂດຍ ທ່ານ ສົມເພັດ ທໍາມະວົງ ປະທານບໍລິສັດ ໂຊກໄຊກໍ່ສ້າງຂົວທາງ-ເຄຫາ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ແລະ ການກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ວັນໄຊ ຄໍາພາວົງ ຫົວໜ້າ ຫ້ອງການ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ. ໂອກາດນີ້ ສະຫາຍ ພົນຈັດຕະວາ ວັນໄຊ ຄໍາພາວົງ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຫ້ອງການ ກົມໃຫຍ່ການເມືອງກອງທັບ ສະແດງຄວາມຂອບໃຈມາຍັງທ່ານ ສົມເພັດ ທໍາມະວົງ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ເຫັນໄດ້ຄວາມສໍາຄັນຂອງການປະຕິບັດໜ້າທີ່ການເມືອງຂອງ ຫ້ອງການ ກົມໃຫຍ່ການເມືອງກອງທັບ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະຄຸ້ມຄອງ ປົກປັກຮັກສາ ແລະ ນໍາໃຊ້ເຄື່ອງຄອມພິວເຕີໂນດບຸກ ຈຳນວນດັ່ງກ່າວເຂົ້າໃນໜ້າທີ່ວຽກງານໃຫ້ເກີດປະໂຫຍດສູງສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ