ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນວຽກງານສຳຄັນ ແລະ ເປັນວຽກແຖວໜ້າ
ເວລາອອກຂ່າວ: 2025-12-09 09:38:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 727 | ຄວາມນິຍົມ: ![]()
ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າພວມອອກແຮງແຂ່ງຂັນກັນ ສ້າງຜົນງານຂໍ່ານັບຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໃນນີ້ ເວົ້າສະເພາະກອງພົນທີ 4 ກໍ່ໄດ້ສຸມໃສ່ປະຕິບັດຂະບວນການແຂ່ງຂັນໄລຍະສັ້ນ ຢ່າງຟົດຟື້ນ ແລະ ກວ້າງຂວາງ, ໂດຍອີງຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາ ກອງພົນທີ 4 ວ່າດ້ວຍການເພີມທະວີວຽກງານປັບປຸງກໍ່ສ້າງກຳລັງ, ກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ນຳພາແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ວິທີນຳພາ.
ສະຫາຍ ພັນໂທ ສຸລິກອນ ໄກຍະສອນ ຮອງຫົວໜ້າຫ້ອງການເມືອງກອງພົນທີ 4 ໃຫ້ຮູ້ວ່າ: ເພື່ອບັນລຸຕາມຄາດໝາຍ ແລະ ທິດຊີ້ນຳດັ່ງກ່າວນັ້ນ ອົງການ-ການເມືອງກອງພົນທີ 4 ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ເປັນວຽກງານແຖວໜ້າ, ເຊິ່ງໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກ-ນັກຮົບ ເປັນປົກກະຕິ ແລະ ເປັນລະບົບຄົບຊຸດ ດ້ວຍຫຼາຍຮູບຫຼາຍສີ ແລະ ແທດເຖິງແຕ່ລະເປົ້າໝາຍ, ໃນນັ້ນ ໄດ້ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຂອງຕົນ ແລະ ເອກະສານສຳຄັນຕ່າງໆ, ຈັດຕັ້ງປາຖະກະຖາ ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ, ຍູ້ແຮງຂະບວນການແຂ່ງຂັນໄລຍະສັ້ນ ຕິດພັນກັບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງປອດໃສ ປອດໄພ ປອດຄະດີ ແລະ ກອງວັດທະນະທຳ. ສັງລວມແລ້ວ ຜ່ານການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ເຫັນວ່າແຕ່ລະສະຫາຍມີແນວຄິດການເມືອງໜັກແໜ້ນ, ອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ຮູ້ຈຳແນກມິດສັດຕູ ຢ່າງຈະແຈ້ງ, ມີຄວາມອົດທົນຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ແລະ ກ້າວຂຶ້ນເຮັດສຳເລັດໜ້າທີ່ການເມືອງຂອງຕົນໄດ້ເປັນຢ່າງດີ.
ວຽກງານປັບປຸງກໍ່ສ້າງພັກ ໄດ້ສຸມໃສ່ປັບປຸງກໍ່ສ້າງພັກທັງ 4 ດ້ານໄປພ້ອມໆກັນ (ການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ), ເຊິ່ງສະແດງອອກ ການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ ໂດຍໄດ້ຈັດຕັ້ງເຝິກອົບຮົມໄລຍະສັ້ນທາງດ້ານທິດສະດີການເມືອງໃຫ້ພະນັກງານສະມາຊິກພັກ ແນ່ໃສ່ເຮັດໃຫ້ເຂົາເຈົ້າມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ, ສິນທຳປະຕິວັດ, ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດສູງ, ການປັບປຸງກໍ່ສ້າງພັກທາງດ້ານການຈັດຕັ້ງ ໄດ້ສຸມໃສ່ຊີ້ນຳຈັດຕັ້ງເຊື່ອມຊຶມບັນດາມະຕິຕ່າງໆ ແລະ ປະຕິບັດຕາມຂໍ້ກຳນົດກົດລະບຽບຂອງພັກຢ່າງກວ້າງຂວາງ, ໄດ້ເປີດຊຸດອົບຮົມກວດສອບເລຂາ ຮອງເລຂາ, ພ້ອມທັງຍູ້ແຮງການກໍ່ສ້າງພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ສ່ວນການຂະຫຍາຍພັກ ໄດ້ຖືເອົາຄຸນນະພາບ ເປັນຕົ້ນຕໍ ເຮັດໃຫ້ການຈັດຕັ້ງພັກ ແລະ ສະມາຊິກພັກ ມີຈຳນວນເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ.
ວຽກງານກໍ່ສ້າງພະນັກງານ ໄດ້ເອົາໃຈໃສ່ຄຸ້ມຄອງປະຫວັດການເຄື່ອນໄຫວ, ຄວາມຮູ້ຄວາມສາມາດ ແລະ ພອນສະຫວັນຂອງພະນັກງານຢ່າງເປັນລະບົບ, ໄດ້ເພີ່ມທະວີບົດບາດການນຳພາ ສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ໃນວຽກງານພະນັກງານ ເຮັດໃຫ້ພະນັກງານໄດ້ຮັບການກໍ່ສ້າງຍົກລະດັບຕາມທິດຫັນເປັນໜຸ່ມແໜ້ນຂຶ້ນຕື່ມ, ໄດ້ຄົ້ນຄວ້າຄັດເລືອກເອົາພະນັກງານທີ່ມີມາດຖານເງື່ອນໄຂຄົບຖ້ວນ ໄປຮຽນກໍ່ສ້າງ ແລະ ບຳລຸງ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງເປັນພະນັກງານສືບທອດປ່ຽນແທນຕາມແຕ່ລະຂັ້ນ, ໄດ້ປັບປຸງການຈັດຕັ້ງນຳພາ-ບັນຊາ ເພື່ອເຮັດໃຫ້ການຈັດຕັ້ງມີຄວາມໜັກແໜ້ນ ເຂັ້ມແຂງ ທັງຮັບປະກັນຄຸນນະພາບ. ພ້ອມກັນນັ້ນ, ກໍ່ໄດ້ປະຕິບັດນະໂຍບາຍຕໍ່ພະນັກງານ ທີ່ມີຜົນງານດີເດັ່ນການເຄື່ອນໄຫວເຮັດສຳເລັດໜ້າທີ່ການເມືອງຂອງຕົນ ເຊັ່ນ: ຍ້ອງຍໍ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ, ຍົກຂັ້ນເງິນເດືອນ, ປະຕິບັດອຸດໜູນບຳນານ ແລະ ອື່ນໆ ຕາມແນວທາງນະຍໂຍບາຍຂອງຂັ້ນເທິງວາງອອກ.
ດັ່ງນັ້ນ, ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງຕົນ ໃນສະເພາະໜ້າ ແລະ ຍາວນານ, ສະຫາຍ ພັນໂທ ສຸລິກອນ ໄກຍະສອນ ໃຫ້ຮູ້ຕື່ມວ່າ: ອົງການ-ການເມືອງ ກອງພົນທີ 4 ຈິ່ງໄດ້ວາງບັນດາວຽກງານຈຸດສຸມ ທີ່ຈະຕ້ອງໄດ້ພ້ອມກັນປະຕິບັດໃນຕໍ່ໜ້າ ເປັນຕົ້ນແມ່ນ ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ດ້ວຍການເພີ່ມທະວີຄົ້ນຄວ້າເນື້ອໃນ, ຮູບການ, ວິທີການສຶກສາອົບຮົມ-ການເມືອງແນວຄິດດ້ວຍຫຼາຍຮູບການ, ວິທີການ ໃຫ້ສອດຄ່ອງກັບເງື່ອນໄຂສະພາບການໃໝ່ ແລະ ແທດເໝາະກັບແຕ່ລະເປົ້າໝາຍ, ກຳແໜ້ນສະພາບການເມືອງ-ນຳພາແນວຄິດຂອງພະນັກງານ-ນັກຮົບ ເພື່ອຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ດ້ານຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແຕ່ລະໄລຍະ ແລະ ມະຕິຕ່າງໆ ຂອງຂັ້ນເທິງວາງອອກ, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນປະຫວັດສາດສຳຄັນຕ່າງໆ ຂອງພັກ, ຂອງຊາດ, ຂອງກອງທັບ ແນ່ໃສ່ປູກຈິດສຳນຶກໃຫ້ພະນັກງານ-ນັກຮົບ ຮັບຮູ້ ເຊື່ອມຊຶມຢ່າງເລິກເຊິ່ງ ແລະ ມີອຸດົມການປະຕິວັດຢ່າງແທ້ຈິງ, ເອົາໃຈໃສ່ປັບປຸງກໍ່ສ້າງພັກ ທາງດ້ານເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ ໂດຍຖືເອົາຄຸນນະພາບເປັນກົກ, ປະລິມານເປັນສຳຄັນ, ສ້າງພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຕິດພັນກັບຂະບວນການລວມຂອງກົມກອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















