ປະທານສານປະຊາຊົນພາກເໜືອ ລົງຕິດຕາມຊຸກຍູ້ວຽກງານຮອບດ້ານ ຢູ່ສານປະຊາຊົນ ເຂດ III ແຂວງໄຊຍະບູລີ
ເວລາອອກຂ່າວ: 2025-12-05 10:07:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 411 | ຄວາມນິຍົມ: ![]()
ວັນທີ 3 ທັນວາ 2025 ນີ້, ທ່ານ ທອງໄມ ມູນບັນດິດ ປະທານສານປະຊາຊົນພາກເໜືອ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານ ຢູ່ສານປະຊາຊົນ ເຂດ III ແຂວງໄຊຍະບູລີ, ມີທີມງານຂອງສານປະຊາຊົນພາກເໜືອ, ປະທານສານ, ຮອງປະທານ ແລະ ພະນັກງານສານປະຊາຊົນເຂດ III ເຂົ້າຮ່ວມ.
ທ່ານ ສົມໄວ ຈັນທະຜາລີ ປະທານສານປະຊາຊົນເຂດ III ແຂວງໄຊຍະບູລີ ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຮອບດ້ານ ຂອງສານປະຊາຊົນເຂດ III ແຂວງໄຊຍະບູລີ, ໃນໄລຍະ 1 ປີຜ່ານມາວ່າ: ໄລຍະຜ່ານມາ ສານປະຊາຊົນເຂດ III ແຂວງໄຊຍະບູລີ ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດໃນການພິຈາລະນາຕັດສິນຄະດີ ຕາມຫົວຂໍ້ທີ່ວ່າ: ການຕັດສິນວ່ອງໄວ ຜ່ານກົນໄກດຳເນີນຄະດີຕໍ່ເນື່ອງ ຕັດສິນຄະດີຖືກຕ້ອງຕາມພາວະວິໄສ ຜ່ານກົນໄກໂຕ້ແຍ່ງ-ໂຕ້ຖຽງ ຮັບປະກັນຄວາມສັກສິດຂອງກົດໝາຍ ແລະ ສິນທຳ ຕາມຂະບວນການຍຸຕິທຳ ໂດຍປະຕິບັດຕາມ 3 ປໍ( ໂປ່ງໃສ, ເປັນເອກະລາດ, ເປັນທຳ ), ເຊິ່ງສະແດງອອກ 1 ປີຜ່ານມາສານປະຊາຊົນເຂດ III ໄດ້ຮັບຄະດີທັງໝົດ 41 ເລື່ອງ (ແພ່ງ 5 ເລື່ອງ, ອາຍາ 20 ເລື່ອງ, ຄອບຄົວ 16 ເລື່ອງ), ແກ້ໄຂ 38 ເລື່ອງ (ແພ່ງ 4 ເລື່ອງ, ອາຍາ 20 ເລື່ອງ, ຄອບຄົວ 14 ເລື່ອງ) ແລະ ຍັງຄ້າງພວມດໍາເນີນ 3 ເລື່ອງ (ຄອບຄົວ 2 ເລື່ອງ, ແພ່ງ 1 ເລື່ອງ) ຖ້າທຽບໃສ່ປີຜ່ານມາຄະດີຫຼຸດລົງ 1 ເລື່ອງ. ຈາກນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ຜັດປ່ຽນກັນຂຶ້ນມີຄຳຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ.
ໂອກາດດັ່ງກ່າວ, ທ່ານ ທອງໄມ ມູນບັນດິດ ກໍ່ໄດ້ເໜັ້ນໜັກໃຫ້ຄະນະສານປະຊາຊົນເຂດ III ແຂວງໄຊຍະບູລີ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກພາຍໃນຄວາມຮັບຜິດຊອບ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຈັນຍາບັນ-ຈັນຍາທໍາໃນການປະຕິບັດວຽກງານວິຊາສະເພາະ ແລະ ມີການແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ.
ຂ່າວ: ສຸບັນ ເງິນງາມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















