ການນຳແຂວງວຽງຈັນ ລົງຢ້ຽມຢາມ ຄົນເຈັບທີ່ປິ່ນປົວຢູ່ໂຮງໝໍ 30 ຕຽງ
ເວລາອອກຂ່າວ: 2025-12-04 09:27:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 679 | ຄວາມນິຍົມ: ![]()
ໃນວັນທີ 2 ທັນວາ 2025 ນີ້, ຄະນະກຳມະການປົກຄອງແຂວງວຽງຈັນ ນໍາໂດຍ ສະຫາຍ ຄຳພັນ ສິດທິດຳພາ ເຈົ້າແຂວງ ແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມນາຍ ແລະ ພົນທະຫານ ແລະ ຄອບຄົວພະນັກງານ-ນັກຮົບທີ່ນອນປິ່ນປົວຢູ່ໂຮງໝໍ 30 ຕຽງ ທະຫານແຂວງວຽງຈັນ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ນາງ ພອນແກ້ວ ແກ່ນວົງສາ ຫົວໜ້າການເມືອງໂຮງໝໍ 30 ຕຽງ ພ້ອມດ້ວຍຄະນະ.
ໂອກາດລົງຢ້ຽມຢາມໃນຄັ້ງນີ້ ສະຫາຍ ຄຳພັນ ສິດທິດຳພາ ໄດ້ສະແດງຄວາມເປັນຫ່ວງເປັນໃຍ ຈາກຄະນະນຳຂອງແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ມາສູ່ບັນດາສະຫາຍພະນັກງານ-ນັກຮົບ ແລະ ຄອບຄົວ ພໍ່ແມ່ປະຊາຊົນທີ່ເຈັບເປັນເຂົ້າມານອນປິ່ນປົວຢູ່ໂຮງໝໍດັ່ງກ່າວນີ້ໃຫ້ຫາຍເຊົາຈາກພະຍາດເຈັບປ່ວຍໂດຍໄວ ກັບຄືນຫາຄອບຄົວ ແລະ ກັບຄືນສູ່ກົມກອງເພື່ອໄປສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມນັ້ນ ກໍ່ໄດ້ມອບວັດຖຸວັດໃຈເລັກນ້ອຍໃຫ້ພະນັກງານ-ນັກຮົບ ແລະ ຄອບຄົວ ເພື່ອປັນກຳລັງໃຈໃຫ້ຄົນເຈັບຫາຍຈາກການເຈັບປ່ວຍອີກດ້ວຍ.
ຂ່າວ-ພາບ: ເລມ່ອນ ສຸວັນນະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















