ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ບໍລິສັດ ຮ່ວມ​ທຶນ​ກະສິກຳ​ຄົບ​ວົງ​ຈອນ​ຈຳກັດ ເປັນ​ຫົວໜ່ວຍ​ ທຸລະ​ກິດ​ໜຶ່ງ​ທີ່​ສຳຄັນ ໃນ​ການ​ສ້າງສາ​ພັດທະນາ​ປະເທດ​ຊາດ
ເວລາອອກຂ່າວ: 2025-12-04 09:20:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 559 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດວັນສະຖາ ປະນາ ​ສປປ ລາວ ຄົບຮອບ 50 ປີ ແລະ ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່​ຈະ​ມາ​ເຖິງ, ສະຫາຍ ພັນ​ໂທ ມີໄຊ ພິມ​ມະສອນ ຮອງ​ອຳນວຍ​ການບໍລິສັດຮ່ວມ ​ທຶນ​ກະສິກຳ​ຄົບ​ວົງ​ຈອນ​ຈຳກັດ ໃນ​ນາມ​ຕາງໜ້າ​ບໍລິສັດ ໄດ້​ສະ ແດງ​ຄວາມ​ຮູ້ສຶກ​ຕໍ່​ວັນ​ດັ່ງກ່າວ​ວ່າ: ຕະຫຼອດ​ໄລຍະ 50 ປີຜ່ານ ມາ ປະເທດ​ຊາດ​ຂອງ​ພວກ​ເຮົາ ໄດ້​ຮັບ​ການ​ພັດທະນາກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ນັບ​ທັງ​ດ້ານ​ລະບົບ​ພື້ນຖານ​ໂຄງ​ລ່າງ, ເສດຖະກິດ-ວັດທະນະທຳ-ສັງຄົມ ແລະ ດ້ານ​ອື່ນໆ. ໃນ​ນີ້, ບໍລິສັດ​ພວກ​ເຮົາ ເປັນ​ບໍລິສັດ​ໜຶ່ງ​ທີ່​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ ໃນ​ປີ 2021 ເປັນ​ໂຄງການ​ດ້ານ​ກະສິກຳ ແລະ ລ້ຽງສັດ ທີ່​ຮ່ວມ​ມື​ກັບ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ, ເພື່ອ​ດຳເນີນ​ທຸລະ​ກິດ​ກ່ຽວ​ກັບ​ການ​ຜະລິດ​ກະສິກຳ ໂດຍ​ສະ ເພາະ​ແມ່ນການ​ລ້ຽງສັດ​ໃຫຍ່ ເປັນຕົ້ນ ງົວ ແລະ ຄວາຍ ຈຳໜ່າຍ​ໄປ ​ສປ ຈີນ ແລະ ສົ່ງເສີມ​ການ​ລ້ຽງ​ພາຍ​ໃນ​ປະເທດ, ເຊິ່ງ​ໃນໄລ ຍະ​ຜ່ານ​ມາ ບໍລິສັດ​ພວກ​ເຮົາ ກໍ​ ໄດ້​ປະກອບສ່ວນ​ຢ່າງຕັ້ງໜ້າເຂົ້າ​ ໃນ​ການ​ສ້າງສາ​ພັດທະນາ​ປະ ເທດ​ຊາດ ໂດຍ​ສະເພາະ​ກໍ​ແມ່ນ​ປະກອບສ່ວນ​ຊ່ວຍເຫຼືອ​ໃຫ້​ແກ່​ກຳລັງ​ປະກອບ​ອາວຸດ​ປ້ອງ​ກັນ​ຊາດ ໃນ​ຫຼາຍ​ດ້ານ. ສະນັ້ນ, ຖື​ເອົາ​ໂອກາດ​ອັນມີ​ ຄວາມ​ໝາຍ​ສຳຄັນ​ດັ່ງກ່າວ​ນີ້, ຂ້າພະເຈົ້າຂໍ​ສະແດງ​ຄວາມ​ຮູ້​ບຸນຄຸນ ແລະ ສະແດງ​ຄຳ​ອວຍ ພອນ​ມາ​ຍັງ​ການ​ນຳ​ພັກ-ລັດ, ພະ ນັກງານ​ປະຕິວັດ​ອາວຸໂສ​ບຳນານ ຕະຫຼອດ​ຮອດ​ປະຊາຊົນ​ລາວ​ບັນດາເຜົ່າ ໃນ​ທົ່ວ​ປະເທດຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ພາລະ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ, ອວຍພອນ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ກໍ​ຄື ຄະນະ​ນຳ​ກົມ​ໃຫຍ່​ພະລາທິການ​ກອງທັບ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ສືບຕໍ່​ຊີ້​ນຳ-ນຳພາ​ກອງທັບ ກໍ​ຄື ບໍລິສັດ​ພວກ​ເຮົາໃຫ້​ມີ​ຄວາມ​ຈະເລີນກ້າວໜ້າ ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ອວຍພອນພະ ນັກງານ-ນັກຮົບ, ພໍ່​ແມ່​ປະຊາຊົນ​ລາວ​ບັນດາເຜົ່າ ແລະ ພະນັກງານ​ບໍລິສັດ​ທຸກ​ທົ່ວ​ໜ້າ ຈົ່ງ​ມີ​ສຸຂະພາບ​ແຂງແຮງ ພ້ອມ​ກັນ​ສືບຕໍ່​ເຮັດສຳ ເລັດ​ໜ້າທີ່ ທີ່​ຂັ້ນ​ເທິງ​ມອບໝາຍ ​ໃຫ້ ແລະ ປະກອບສ່ວນ​ຢ່າງ​ຕັ້ງ ໜ້າ ເຂົ້າ​ໃນ​ການ​ສະເຫຼີມສະຫຼອງ​ວັນ​ສະຖາປະນາ ​ສປປ ລາວ ຄົບ ຮອບ 50 ປີ ແລະ ວັນ​ເກີດ​ຂອງ​ປະທານ ໄກສອນ ພົມວິຫານ ຄົບ ຮອບ 105 ປີ ໃຫ້​ເປັນ​ຂະ​ບວນ​ຟົດ ຟື້ນ​ກວ້າງຂວາງ ແລະ ມີ​ເນື້ອ​ໃນ​ເລິກເຊິ່ງ ໃຫ້​ສົມ​ກັບ 50 ປີ ແຫ່ງ​ການ​ສະຖາປະນາ ​ສປປ ລາວ ໃຫ້​ສັງຄົມ​ລາວ ກໍ​ຄື ປະຊາ​ຄົມ​ໂລກ​ໄດ້​ຮັບ​ຮູ້​ຊາດ​ລາວຫຼາຍ​ຂຶ້ນ. ໂດຍ: ຈິດ ເພັດ​ພູ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ