ບໍລິສັດ ຟູຊາອຸດສາຫະກຳເຫຼັກ ຈຳກັດຜູ້ດຽວ ມອບນ້ຳດື່ມຊຸກຍູ້ໃຫ້ກອງພັນໃຫຍ່ 279
ເວລາອອກຂ່າວ: 2025-12-04 09:10:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 553 | ຄວາມນິຍົມ: ![]()
ວັນທີ 27 ພະຈິກ 2025 ນີ້, ທ່ານ ນາງ ເຫຼັກ ປະທານບໍລິສັດ ອຸດສາ ຫະກຳເຫຼັກ ຈຳກັດຜູ້ດຽວ ໄດ້ນຳເອົານ້ຳດື່ມ, ເຂົ້າໜົມສຳ ເລັດຮູບ ແລະ ຢາມ່ອງ ມາມອບ ໃຫ້ກອງພັນໃຫຍ່ 279, ໂດຍການ ກ່າວຮັບຂອງ ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 279, ມີ ສະຫາຍ ພັນເອກ ນາງ ຫຼ້າ ຄູນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງ ກອງທັບ ພ້ອມຄະນະ, ມີ ພະແນກການ, ກອງພັນນ້ອຍ, ກອງຮ້ອຍເອກະລາດ ແລະ ບັນດາສະຫາຍ ກ້ອນກຳລັງສວນສະໝາມເຂົ້າຮ່ວມ ເປັນສັກຂີພະຍານ.
ຈຸດປະສົງໃນການນຳ ນ້ຳດື່ມມາມອບໃນຄັ້ງນີ້ ເພື່ອເປັນການປະກອບສ່ວນຊຸກຍູ້, ໃຫ້ກຳລັງໃຈ ພະນັກງານ-ນັກຮົບ ກ້ອນກຳ ລັງສວນສະໝາມ ກອງພັນໃຫຍ່ 279 ທີ່ພວມຂຸ້ນຄ້ຽວຫັດແອບເຝິກຊ້ອມ ໃຫ້ມີຄວາມກະຕືລື ລົ້ນ, ອົດທົນຜ່ານຜ່າຄວາມຫຍຸ້ງ ຍາກ ເພື່ອຮັບປະກັນໃຫ້ແກ່ການ ເຂົ້າຮ່ວມສວນສະໝາມສະເຫຼີມ ສະຫຼອງວັນສະຖາປານາສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50, ມີຄວາມເປັນເອກະພາບ, ສວຍງາມ, ຄ່ອງແຄ່ວ ແລະ ໄດ້ຮັບໜາກຜົນສູງ.
ໂອກາດ ນີ້, ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ນາງ ເຫຼັກ ປະທານບໍລິສັດ ອຸດສາຫະກຳເຫຼັກ ຈຳກັດຜູ້ດຽວ ພ້ອມຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານເຝິກຊ້ອມຫັດແອບສວນສະ ໝາມສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ຈຶ່ງໄດ້ເອົານ້ຳດື່ມມາມອບໃນຄັ້ງ ນີ້, ເຊິ່ງເປັນການປະກອບສ່ວນ ເຂົ້າໃນວຽກງານສຳຄັນ ພ້ອມທັງໃຫ້ຄຳໜັ້ນສັນຍາວ່າ ຈະນຳເອົາເຄື່ອງດື່ມດັ່ງກ່າວ ໄປແຈກຢາຍໃຫ້ອ້າຍ-ນ້ອງ ກ້ອນສວນສະໝາມໃຫ້ໄດ້ຢ່າງທົ່ວເຖິງ.
ໂດຍ: ສາຄອນ ສຸລິເຍດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















