ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ທ້າຍ​ເດືອນ​ພະຈິກ ​ເປັນຕົ້ນ​ມາ ໂຮງສີ​ເຂົ້າ​ທະຫານແຂວງສາລະ​ວັນ ເລີ່ມ​ເກັບ​ຊື້​ເຂົ້ານາ​ປີ​ປ້ອນ​ເຂົ້າ​ໂຮງສີ
ເວລາອອກຂ່າວ: 2025-12-04 09:08:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 532 | ຄວາມນິຍົມ:



ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ່ານ​ວຽກ​ງານ​ຮັບປະກັນ​ສະບຽງ​ອາຫານ​ກໍຄື​ ເຂົ້າ​ກິນ​ໃຫ້​ແກ່​ກົມ​ກອງ​ໃຫ້​ມີ​ຄວາມ​ພຽງພໍ ຮັບປະກັນ​ໄດ້​ດ້ານ​ປະລິມານ ແລະ ຄຸນ​ນະພາບ ດັ່ງນັ້ນ​ໃນ​ວັນ​ທີ 25 ພະຈິກ 2025 ນີ້ ສະຫາຍ​ ພັນ​ເອກ ໂສພາ ໂພ​ໄຊ​ຍະ​ວົງ ກຳມະການ​ພັກ​ແຂວງ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ ສາລະ​ວັນ ພ້ອມ​ດ້ວຍ​ຄະນະ, ພະນັກງານ​ວິຊາ​ການ​ທີ່​ກ່ຽວຂ້ອງ​ໄດ້​ລົງ​ຕິດຕາມ​ຊຸກຍູ້, ກວດກາ ການຈັດຕັ້ງປະ ຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ຄະ ນະ​ຮັບຜິດຊອບ​ໂຮງສີ​ເຂົ້າ​ກອງ​ບັນຊາ​ການ​ທະຫານ​ແຂວງ ສາລະ​ວັນ ໂດຍ​ການ​ຕ້ອນຮັບ​ຂອງ​ ສະຫາຍ ພັນ​ໂທ ຄຳ​ຜ່ອນ ເດດ​ທອງ​ທິບ ເລຂາ​ໜ່ວຍ​ພັກ ຫົວ ໜ້າ​ໂຮງສີ​ເຂົ້າ​ທະຫານແຂວງ ສາລະ​ວັນ ນຳພາ​ຄະນະ​ກວດກາ ລົງ​ກວດກາ​ຂອບ​ເຂດ​ສະຖານທີ່​ໂຮງສີ​ເຂົ້າ ໃນ​ນັ້ນ​ໄດ້​ກວດກາ​ສະຖານທີ່​ສາງ​ເກັບ​ມ້ຽນ​ເຂົ້າ ເປືອກ, ເຂົ້າສານ, ກວດກາ​ບຸກ​ຂະ​ລາ​ກອນ ແລະ ລະບົບ​ຂັ້ນ​ຕອນ​ການ​ນຳ​ໃຊ້​ເຄື່ອງ​ຈັກ​ສີ​ເຂົ້າ, ຮັບປະກັນ​ການ​ເບີກ​ຈ່າຍ​ເຂົ້າ​ໃຫ້​ບັນດາ​ກົມ​ກອງ​ໄດ້​ທ່ວງ​ທັນ​ຕາມ​ກຳນົດ​ເວລາ ເຊິ່ງ​ໃນ​ປີ​ນີ້​ທາງ​ໂຮງສີ​ເຂົ້າ​ທະຫານ​ແຂວງ​ສາລະ​ວັນ ຈະ​ເກັບ​ຊື້​ເຂົ້າເປືອກ​ໃຫ້​ໄດ້ 1.000.000 ກິ​ໂລ ຫຼື ໜຶ່ງ​ພັນ​ກວ່າ​ໂຕນ ເພື່ອ​ສະໜອງ​ເຂົ້າ​ກິນ​ໃຫ້​ພະນັກງານ-ນັກຮົບ ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ໃນ​ປີ 2026 ໃຫ້​ກຸ້ມ​ກິນ​ຕະຫຼອດ​ປີ. ໂດຍ: ສຸ​ກັນ ວົງ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ