ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ວປກ ປິດຊຸດບໍາລຸງວຽກງານການທະຫານທ້ອງຖິ່ນ ລະບົບ 3 ເດືອນ ຊຸດທີ XI
ເວລາອອກຂ່າວ: 2025-12-03 16:00:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1076 | ຄວາມນິຍົມ:



ວັນທີ 28 ພະຈິກ 2025 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ(ວປກ) ໄດ້ປິດຊຸດບໍາລຸງວຽກງານການທະຫານທ້ອງຖິ່ນ ຊຸດທີ XI ປະຈຳສົກຮຽນ 2025-2026, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການເມືອງ ວປກ, ມີບັນດາຄະນະພັກ-ຄະນະອຳນວຍການ, ຄະນະກົມ, ຫ້ອງການ, ພະນັກງານ, ຄູ-ອາຈານ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ. ສະຫາຍ ພັນເອກ ສິງ ບຸນນີວົງ ຮອງຫົວໜ້າກົມອົບຮົມ-ກໍ່ສ້າງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຜ່ານບົດລາຍງານຜົນສໍາເລັດການຈັດຕັ້ງປະຕິບັດແຜນການບຳລຸງວຽກງານການທະຫານທ້ອງຖິ່ນ ລະບົບ 3 ເດືອນ ຊຸດທີ XI ສົກຮຽນ 2025-2026, ຕະຫຼອດໄລຍະຜ່ານມາເຫັນວ່າ ຄູອາຈານ ໄດ້ມີຄວາມເອົາໃຈໃສ່ຖ່າຍທອດຄວາມຮູ້, ບົດຮຽນ ແລະ ປະສົບການ ໃຫ້ນັກສຶກສາຢ່າງເປັນລະບົບ, ເຮັດໃຫ້ນັກສຶກສາສາມາດກຳແໜ້ນທິດສະດີ, ບົດຮຽນຕົວຈິງດ້ານວຽກງານການທະຫານທ້ອງຖິ່ນ ແລະ ບັນດາເຫຼົ່າຮົບ, ສ້າງໄດ້ຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ການລົງເລິກດ້ານການທະຫານທ້ອງຖິ່ນ ເປັນຕົ້ນແມ່ນໃນການຫັນພາວະ ຈາກພາວະສັນຕິພາບໄປສູ່ພາວະສົງຄາມ ແລະ ປັບປຸງກໍ່ສ້າງວຽກງານການທະຫານທ້ອງຖິ່ນໃຫ້ເຕີບໃຫຍ່ເຂັ້ມແຂງ, ຮູ້ສົມທຽບ ລະຫວ່າງ ທິດສະດີ ກັບພຶດຕິກຳຕົວຈິງ, ສາມາດຕີລາຄາຄວາມຮັບຮູ້ເຂົ້າໃຈ ແລະ ຈັດປະເພດຄະແນນ ຂອງນັກສຶກສາໃນຈໍານວນ 30 ສະຫາຍ ລະອຽດຄື: ເກຣດ A ມີ 8 ສະຫາຍ, ເກຣດ B+ ມີ 5 ສະຫາຍ ແລະ ເກຣດ B ມີ 17 ສະຫາຍ. ຈາກນັ້ນ, ສະຫາຍ ພັນເອກ ປອ ວັນໄຊ ທຸມພະລາ ຮອງຫົວໜ້າກົມການເມືອງ ກໍໄດ້ຜ່ານຂໍ້ຕົກລົງຂອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ວ່າດ້ວຍການມອບໃບຢັ້ງຢືນ ໃຫ້ນັກສຶກສາບໍາລຸງ ວຽກງານການທະຫານທ້ອງຖິ່ນ ລະບົບ 3 ເດືອນ ຊຸດທີ XI ສົກຮຽນ 2025-2026 ຈໍານວນ 30 ສະຫາຍ. ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ເນັ້ນໜັກໃຫ້ນັກສຶກສາທີ່ສຳເລັດໃນຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ເປັນເຈົ້າການຕື່ນຕົວປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ, ກົດໝາຍຂອງລັດໃຫ້ເຂັ້ມງວດ, ເປັນເຈົ້າການໃນການຊີ້ນໍາ-ນຳພາ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ສ້າງຕົນເອງໃຫ້ມີແນວຄິດຫຼັກໝັ້ນ, ຍອມເສຍສະຫຼະທຸກສິ່ງທຸກຢ່າງເພື່ອປະເທດຊາດ, ຕັ້ງໜ້າປະກອບສ່ວນເຂົ້າໃນທຸກຂະບວນການວຽກງານຕ່າງໆ ກົມກອງ. ພ້ອມທັງ ນຳເອົາຄວາມຮູ້ທີ່ໄດ້ຮຽນຜ່ານມານັ້ນ ໄປໝູນໃຊ້ເຂົ້າໃນຂົງເຂດໜ້າທີ່ວຽກງານ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ສອດຄ່ອງກັບສະພາບການ ແລະ ເງື່ອນໄຂຕົວຈິງຂອງກົມກອງທ້ອງຖິ່ນຂອງຕົນ. ໂດຍ: ສົງການ ທະວີສຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ