ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 05 ທັນວາ 2025

  

ແຂວງຜົ້ງສາລີ ປາຖະກະຖາວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ
ເວລາອອກຂ່າວ: 2025-12-03 15:50:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 576 | ຄວາມນິຍົມ:



ວັນທີ 1 ທັນວາ 2025 ນີ້, ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ, ມີການນໍາພັກ-ລັດແຂວງ, ອະດີດການນໍາພັກ-ລັດແຂວງ, ການນໍາພັກ-ລັດເມືອງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມ. ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ຫວນຄືນມູນເຊື້ອຄວາມໝາຍຄວາມສໍາຄັນທາງປະຫວັດສາດຂອງຊາດລາວ, ກໍຄືວັນຊາດ ທີ 2 ທັນວາ ເປັນວັນທີ່ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດມີມູນເຊື້ອແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກຢ່າງອົງອາດກ້າຫານ ໂດຍສືບທອດມູນເຊື້ອອັນສະຫງ່າງາມຂອງບັນພະບຸລຸດແຕ່ລະຍຸກແຕ່ລະສະໄໝ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນ ເເບບເກົ່າ ແລະ ໃໝ່, ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ລັດປະຊາທິປະໄຕ ປະຊາຊົນ ແມ່ນລັດທີ່ເກີດຈາກການຕໍ່ສູ້ທີ່ເສຍສະຫຼະອັນໃຫຍ່ຫຼວງຂອງປະຊາຊົນລາວບັນດາເຜົ່າ, ເປັນລັດທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ, ວັນທີ 2 ທັນວາ ແມ່ນວັນສຸດທີ່ມີຄວາມໝາຍສໍາຄັນ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີ ຂອງຊາດລາວເຮົາ, ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ. ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ,ເອກະພາບ, ວັດທະນະຖາວອນ. ພ້ອມທັງຍົກໃຫ້ເຫັນ ປະທານ ໄກສອນ ພົມວິຫານ ແມ່ນເປັນບັນພະບູລຸດທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ແມ່ນຜູ້ນໍາທີ່ສະຫຼຽວສະຫຼາດ, ມີໄຫວພິບ ແລະ ມີຄວາມອົງອາດກ້າຫານ, ໄດ້ນໍາພາປະຊາຊົນລາວບັນດາເຜົ່າລຸກຂຶ້ນຕໍ່ສູ້ຕ້ານການຮຸກຮານຂອງພວກສັດຕູຢ່າງພິລະອາດຫານໃນຫຼາຍໆບັ້ນຮົບຈົນສາມາດຍາດໄດ້ໄຊຊະນະເປັນກ້າວໆມາ. ໂອກາດນີ້, ສະຫາຍ ທອງສີ ເສົາສຸລິພົມ ປະທານສະພາປະຊາຊົນແຂວງຜົ້ງສາລີ ຍັງໄດ້ປະດັບຫຼຽນກາລະນຶກ 50 ປີ ໃຫ້ເລຂາຄະນະບໍລິຫານການພັກແຂວງ, ພ້ອມນັ້ນ ທ່ານ ເລຂາຄະນະບໍລິຫານງານພັກແຂວງ ກໍໄດ້ປະດັບຫຼຽນກາລະນຶກ 50 ປີ ໃຫ້ປະທານສະພາປະຊາຊົນແຂວງ ແລະ ປະດັບໃຫ້ອະດີດການນໍາແຂວງຈໍານວນ 17 ທ່ານ ແລະ ມອບໃຫ້ຄະບໍລິຫານພັກແຂວງຈໍານວນ 34 ອີກດ້ວຍ. ຂ່າວ-ພາບ: ຮ້ອຍຕີ ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ